• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມ CEO ເດືອນ ສິງຫາ - 2022: Petrovietnam ຮັກສາຈັງຫວະການເຕີບໂຕຂອງຕົນ

ຕອນບ່າຍວັນທີ 8 ສິງຫາ 2022, ທ່ານຜູ້ອຳນວຍການໃຫຍ່ Petrovietnam ເລແມ້ງຮຸ່ງ ໄດ້ເປັນປະທານກອງປະຊຸມປະຈຳການຄຸ້ມຄອງການຜະລິດ ແລະ ດຳເນີນທຸລະກິດ (ຜະລິດ ແລະ ດຳເນີນທຸລະກິດ) ໃນເດືອນ ສິງຫາ 2022 ກັບບັນດາຫົວໜ້າຫົວໜ່ວຍທົ່ວກຸ່ມກ່ຽວກັບໝາກຜົນການເຄື່ອນໄຫວໃນເດືອນ 7 ແລະ 7 ເດືອນຕົ້ນປີ 2022; ແລະ ຄາດຄະເນ ແລະ ປັບປຸງວິທີແກ້ໄຂວຽກງານໃນເດືອນ 8 ແລະ ຊຸມເດືອນຊຸດທ້າຍຂອງປີ 2022.

ໂດຍສະເພາະໃນເດືອນ ກໍລະກົດ, ລາຄານ້ໍາມັນດິບຫຼຸດລົງຢ່າງຫຼວງຫຼາຍ, ການເຄື່ອນໄຫວທີ່ສັບສົນ ແລະ ຢູ່ໃນເສັ້ນທາງທີ່ຈະສືບຕໍ່ຫຼຸດລົງ. ລາຄານ້ຳມັນ Brent ສະເລ່ຍເດືອນ ກໍລະກົດ ຫຼຸດລົງ 9% ເມື່ອທຽບໃສ່ເດືອນ ມິຖຸນາ. ໃນຕົ້ນເດືອນ ສິງຫາ, ລາຄານ້ຳມັນສືບຕໍ່ຫຼຸດລົງ ແລະ ຕົກຕໍ່າສຸດນັບແຕ່ກ່ອນສົງຄາມລັດເຊຍ-ຢູແກນ. ລາຄາສະເລ່ຍຂອງຜະລິດຕະພັນນໍ້າມັນໃນເດືອນ ກໍລະກົດ ຍັງຫຼຸດລົງ 13 - 22% ເມື່ອທຽບກັບສະເລ່ຍໃນເດືອນ ມິຖຸນາ 2022. ນອກນັ້ນ, ການລະດົມພະລັງງານ ໄຟຟ້າ ອາຍແກັສ ຍັງຕໍ່າເມື່ອທຽບໃສ່ແຜນການ, ຄາດວ່າ ໃນຊຸມເດືອນຕໍ່ໜ້າ ຄວາມຕ້ອງການ ອາຍແກັສ ເພື່ອຜະລິດກະແສໄຟຟ້າ ອາດຈະຕ່ຳລົງ ເພາະໃນລະດູຝົນຈະໃຫ້ບຸລິມະສິດໃນການລະດົມພະລັງງານໄຟຟ້ານ້ຳຕົກ. ລາຄາ ​ຝຸ່ນ​ຕົກ​ຢູ່​ໃນ​ທ່າ​ອ່ຽງ, ການ​ຊື້​ຂາຍ​ຊ້າ, ຕະຫຼາດ​ກັບ​ຄືນ​ສູ່​ການ​ສະໜອງ​ເກີນ...

ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຜັນ​ແປ​ຢ່າງ​ມີ​ປະສິດທິ​ຜົນສົ່ງ​ເສີມ​ລະບົບ​ຕ່ອງ​ໂສ້​ມູນ​ຄ່າ​ທັງ​ໝົດ​ຂອງ​ຂະແໜງການທີ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຮງ, ​ໃນ​ຊຸມ​ປີຜ່ານມາ ​ໄດ້​ຊ່ວຍ​ໃຫ້ Petrovietnam ​ໄດ້​ຮັບ​ການ​ຕີ​ລາຄາ​ຢ່າງ​ຖືກຕ້ອງ, ປະຕິ​ກິລິຍາ​ຢ່າງ​ທັນ​ການ ​ແລະ ຄ່ອງ​ແຄ້ວຕໍ່ການ​ຜັນ​ແປ, ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຊຸກຍູ້​ບັນດາ​ແຫຼ່ງກຳລັງ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ເພື່ອ​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ຈາກ​ຜົນ​ສະທ້ອນ​ທາງ​ລົບ, ນຳ​ໃຊ້​ກາລະ​ໂອກາດ​ຕະຫຼາດ​ຢ່າງ​ມີ​ປະສິດທິ​ຜົນ, ຮັກສາການເຄື່ອນ​ໄຫວ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ແກ້ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ເຕັກນິກ, ການ​ຂຸດ​ຄົ້ນ​ນ້ຳມັນ​ດິບ​ໃນ​ເດືອນ ​ກໍລະກົດ ​ບັນລຸ 0,9 ລ້ານ​ໂຕນ, ລື່ນ​ກາຍ 19% ຂອງ​ແຜນການ​ເດືອນ ກໍລະກົດ; ໂດຍທົ່ວໄປ 7 ເດືອນບັນລຸ 6,38 ລ້ານໂຕນ, ລື່ນກາຍ 22% ຂອງແຜນການ 7 ເດືອນ ແລະ ເທົ່າກັບ 73% ຂອງແຜນການໃນປີ 2022.

ຄຽງ​ຄູ່​ກັບ​ນັ້ນ, ການ​ຜະລິດ​ນ້ຳມັນ​ເຊື້ອ​ໄຟ​ໃນ 7 ​ເດືອນ​ໄດ້​ລື່ນ​ກາຍ 8% ຂອງ​ແຜນການ, ຜະລິດ​ທາດ​ ໂປຼ​ຕີນ ​ໄດ້​ລື່ນ​ກາຍ 9% ຂອງ​ແຜນການ. ການຜະລິດ ແລະ ສະໜອງ ອາຍແກັສ, ໄຟຟ້າ, ພະລັງງານອື່ນໆ ລ້ວນແຕ່ຢູ່ໃນລະດັບສູງ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດຢ່າງຄົບຖ້ວນ; ຜ່ານ​ນັ້ນ​ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ຕະຫຼາດ, ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ແຫ່ງ​ຊາດ ​ແລະ ການ​ເຕີບ​ໂຕ​ເສດຖະກິດ. ການຜະລິດ ແລະ ເຮັດທຸລະກິດໃນຂົງເຂດເຫຼົ່ານີ້ ລ້ວນແຕ່ໄດ້ບັນທຶກຜົນດີພໍສົມຄວນ.

    

ບັນດາ​ໂຄງການ​ນ້ຳມັນ ອາຍ​ແກັສ ທີ່​ດຳ​ເນີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

    

ການເຄື່ອນໄຫວຂຸດຄົ້ນນ​້​ໍາ​ມັນ​ ອາຍ​ແກ​ັ​ສ​ ຢູ່​ບໍ່ນຳ້ມັນ ຊົງໂດກ.

ບັນດາເປົ້າໝາຍດ້ານການເງິນຂອງກຸ່ມຍັງຄົງເປັນບວກ, ຮັກສາຈັງຫວະການເຕີບໂຕສູງ. ລາຍຮັບລວມຂອງກຸ່ມບໍລິສັດໃນ 7 ເດືອນຕົ້ນປີ 2022 ຄາດຄະເນບັນລຸໄດ້ 547,700 ຕື້ດົ່ງ, ລື່ນແຜນການ 7 ເດືອນ 64%, ບັນລຸໄດ້ 98% ຂອງແຜນການປີ ແລະ ເພີ່ມຂຶ້ນ 56% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ການປະກອບສ່ວນງົບປະມານຂອງທົ່ວກຸ່ມໃນ 7 ເດືອນແມ່ນ ຄາດ​ວ່າ​ບັນລຸ 79,6 ຕື້​ດົ່ງ, ສູງ​ກວ່າ​ແຜນການ 7 ​ເດືອນ 74%, ​ເພີ່ມ​ຂຶ້ນ 23% ​ເມື່ອ​ທຽບ​ໃສ່​ແຜນການ​ປີ 2022 ​ແລະ ​ເພີ່ມ​ຂຶ້ນ 47% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021.

ເດືອນ ​ກໍລະກົດ, ບັນດາ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຕັ້ງໜ້າ ​ແລະ ທັນ​ການ. ກຸ່ມ​ບໍລິສັດ​ໄດ້​ອອກ​ຄຳ​ສັ່ງ​ກ່ຽວ​ກັບ​ການ​ຕິດຕາມ​ຕະຫຼາດ, ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ປອດ​ໄພ​ຕະຫຼອດ​ປີ 2022. ​ໃນ​ເດືອນ ​ກໍລະກົດ 2022, ກຸ່ມ​ບໍລິສັດ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນດາ​ກົນ​ໄກ​ທີ່​ສົມບູນ ​ແລະ ະ​ໂຍ​ບາຍ​ພັດ​ທະ​ນາ​ຂະແໜງ ​ນ​້​ໍາ​ມັນ​ ​ອາຍ​ແກ​ັ​ສ​, ການ​ປັບ​ປຸງ​ກົດ​ໝາຍວ່າ​ດ້ວຍ​ນ​້​ໍາ​ມັນ​ໄດ້​ຈັດ​ຂຶ້ນ​ໂດຍ​ກົງ​ຢູ່​ໃນ​ບໍ​ລິ​ສັດ​ຍ່ອຍ​ຂອງ​ກຸ່ມ​.

ກ່າວ​ຄຳ​ເຫັນ​ທີ່​ຊີ້​ນຳ, ທ່ານ​ຜູ້ອຳນວຍການ​ໃຫຍ່ Petrovietnam ເລແມ້ງຮຸ່ງ ຕີ​ລາຄາ​ສະພາບ​ລວມຂອງ​ການ​ເຄື່ອນ​ໄຫວ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ຂອງ​ກຸ່ມ​ໃນ​ເດືອນ ກໍລະກົດ ​ແລະ 7 ​ເດືອນ​ຕົ້ນ​ປີ, ​ໄດ້​ຮັບ​ຮູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ທົ່ວ​ລະບົບ​ໃນ​ປີ​ທີ່​ມີ​ຄວາມ​ຫຍຸ້ງຍາກ ​ແລະ ສະພາບການຜັນແປ.

ທ່ານ​ຫົວໜ້າ​ກຸ່ມ​ຍັງ​ໄດ້​ຊີ້​ນຳ​ບາງ​ເນື້ອ​ໃນ​ສະ​ເພາະ​ຄື:ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ແນ​ໃສ່ປະຕິບັດ​ສຳ​ເລັດ​ການ​ເພີ່ມ​ທະ​ວີ​ການ​ສະຫງວນ ​ແລະ ການ​ຂຸດ​ຄົ້ນ​ຜະລິດ​ຕະພັນ​ໃຫ້​ສູງ​ສຸດ; ​ເພີ່ມ​ທະວີ​ການ​ແກ້​ໄຂ​ເພື່ອ​ຂະຫຍາຍ​ຕະຫຼາດ, ​ໂດຍ​ສະ​ເພາະ​ແມ່ນ​ຕະຫຼາດ​ຜະລິດ​ຕະພັນ​ອາຍ​ແກັສ, ການ​ກັ່ນຕອງ​ນ້ຳມັນ ​ແລະ ນ້ຳມັນ​ເຊື້ອ​ໄຟ, ຝຸ່ນ, ການ​ບໍລິການ​ດ້ານ​ວິຊາ​ການ; ເສີມສ້າງລະບົບຕ່ອງໂສ້ການເຊື່ອມໂຍງ, ຊຸກຍູ້ການເຄື່ອນໄຫວລົງທຶນເພື່ອປະກອບສ່ວນເຂົ້າໃນການຄວບຄຸມຄວາມສ່ຽງ ແລະ ຍາດແຍ່ງກາລະໂອກາດເພີ່ມຂະໜາດ, ພ້ອມທັງປະຕິບັດຍຸດທະສາດການລົງທຶນ ແລະ ໂຄງການສຳຄັນ; ສືບຕໍ່ປະຕິບັດວຽກງານວິທະຍາສາດໄລຍະຍາວ, ຄົ້ນຄວ້າ ແລະ ພັດທະນາ, ສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາຜະລິດຕະພັນ ແລະ ການເຄື່ອນໄຫວຂອງກຸ່ມບໍລິສັດ ເມື່ອຂະແໜງດັ້ງເດີມໄດ້ຮັບຜົນກະທົບຈາກການຫັນປ່ຽນພະລັງງານ; ກຸ່ມ​ບໍລິສັດ​ທັງ​ສຸມ​ໃສ່​ປະຕິບັດ​ໂຄງການ​ຫັນ​ເປັນ ​ດີຈີຕອນ​ ຢ່າງ​ມີ​ປະສິດທິ​ຜົນ, ຜັນ​ຂະຫຍາຍ​ບັນດາ​ໂຮງງານ​ທີ່​ສະຫຼາດ, ສ້າງ​ຖານ​ຂໍ້​ມູນ​ຂະໜາດ​ໃຫຍ່. ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ຕີ​ລາຄາ ​ເພື່ອ​ເຮັດ​ສຳ​ເລັດ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ນ້ຳມັນ​ເຊື້ອ​ໄຟ (ສະບັບ​ປັບປຸງ), ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນ້ຳມັນ ອາຍ​ແກັສ; ອັບເດດສະຖານະການລາຄານ້ຳມັນທີ່ຈະລົງມືກໍ່ສ້າງ, ຄາດວ່າແຜນການໃນປີ 2023./.

ປະຕິບັດ: ຮຸ່ງເກື່ອງ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top