• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“Wonderful Indonesia Motorbike Touring” - ຄວາມປະ​ທັບ​ໃຈ​ກັບ​ການ​ເດີນ​ທາງ​ຂ້າມ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ເມື່ອເວົ້າເຖິງການຄົ້ນຫາ, ການທ່ອງທ່ຽວ ແຕ່ລະຄົນຈະມີຮູບແບບສະເພາະຂອງໃຜລາວ, ສະມາຊິກ “Wonderful Indonesia Motorbike Touring” (WIMT 2022) ລວມ 24 ຄົນກໍເຊັ່ນດຽວກັນ. ເຂົາເຈົ້າໄດ້ພາກັນຂີ່ລົດຈັກໄປຜ່ານ 4.500 ກິໂລແມັດ ໃນເວລາ 2 ອາທິດ ເພື່ອຄົ້ນຫາວັດທະນະທຳ, ທິວທັດທຳມະຊາດຜ່ານ 5 ປະເທດ ອາຊຽນ ນັ້ນຄື ມາເລເຊຍ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ. ຕໍ່ໄປເຊີນທ່ານຮັບຟັງບົດຂຽນຂອງນັກຂ່າວ ງວຽນຮ່າ ດ້ວຍຫົວຂໍ້ “WIMT - ຄວາມປະທັບໃຈກັບການເດີນທາງຂ້າມ ອາຊີຕາເວັນອອກສ່ຽງໃຕ້”.
  ຄະນະ WIMT check in ຢູ່ດ່ານຊາຍແດນ ເກົ່າແຈວ  

ດ້ວຍສຽງເຄື່ອງຈັກທີ່ພິເສດ ພ້ອມດ້ວຍຮູບຊົງພາຍນອກທີ່ “ໂກ້ເກ້” ຂອງລົດຈັກແຮງມ້າສູງຄັນຕ່າງໆ ເມື່ອຢຸດຢູ່ໂຮງແຮມແຫ່ງໜຶ່ງຢູ່ແຖວຖະໜົນເກົ່າ ຮ່າໂນ້ຍ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນຢູ່ເຂດອ້ອມຂ້າງ. ໃນທີ່ສຸດ ພາຍຫຼັງຂັບລົດເກືອບ 10 ຊົ່ວໂມງຈາກດ່ານຊາຍແດນ ເກົ່າແຈວ (ແຂວງຮ່າຕິງ), ຄະນະ WIMT ກໍມາຮອດ ຮ່າໂນ້ຍ.

ໃນທີ່ສຸດ ພວກຂ້າພະເຈົ້າກໍມາຮອດແລ້ວຂ້າເຈົ້ຮູ້ສຶກດີໃຈຫຼາຍເມື່ອສິ້ນສຸດໄລຍະການເດີນທາງ 4.500 ກິໂລແມັດ ດ້ວຍຄວາມປອດໄພດຽວນີ້ພວກຂ້າພະເຈົ້າສາມາດນອນພັກຜ່ອນໄດ້ແລ້ວ.

ລາຍການ WIMT ຄັ້ງທຳອິດຈັດຂຶ້ນໃນປີ 2019  ໂດຍໄດ້ເລີ່ມມາຈາກແນວຄວາມຄິດຂອງທ່ານ  Pratito Soeharyo ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ລາວ. ທ່ານຢາກຊຸກຍູ້ສາຍພົວພັນທາງການທູດ ໂດຍຜ່ານການນໍາໃຊ້ລົດຈັກ, ເຕົ້າໂຮມບັນດາໂຊເຟີລົດ ເດີນທາງຜ່ານປະເທດຕ່າງໆ, ເພີ່ມທະວີຄວາມສາມັກຄີລະຫວ່າງ ອິນໂດເນເຊຍ ກັບບັນດາປະເທດໃນພາກພື້ນ. ແຕ່ການເດີນທາງຄັ້ງນັ້ນ ມີແຕ່ໄປຄົ້ນຫາ 3 ປະເທດເທົ່ານັ້ນ, ແຕ່ໃນຄັ້ງນີ້ ແມ່ນໄດ້ເປັນ 5 ປະເທດ.

ລາຍການ WIMT ຄັ້ງທີ 2 ຖືກໂຈະໄວ້ເປັນເວລາ 2 ປີ ຍ້ອນໂລກພະຍາດໂຄວິດ - 19. ເພາະສະນັ້ນ, ການເດີນທາງຄັ້ງນີ້ ຍິ່ງມີຄວາມໝາຍຂຶ້ນຕື່ມ ເມື່ອໄດ້ຮັບຖືວ່າ ເປັນການລະດົມກຳລັງໃຈໃຫ້ປະຊາຊົນກັບມາດຳລົງຊີວິດເປັນປົກກະຕິພາຍຫຼັງໂລກລະບາດ. ຄະນະ WIMT ໄດ້ເລີ່ມເດີນທາງແຕ່ ອິນໂດເນເຊຍ, ຫຼັງຈາກນັ້ນຂ້າມຊາຍແດນໄປຍັງບັນດາປະເທດ ມາເລເຊຍ, ໄທ, ກຳປູເຈຍ, ລາວ ແລະ ຫວຽດນາມ ໂດຍຜ່ານຫຼາຍເສັ້ນທາງທີ່ໜ້າຈັບອົກຈັບໃຈ. ທຸກຄົນລ້ວນແຕ່ມີຄວາມປິຕິຊົມຊື່ນເມື່ອໄດ້ຜ່ານຜ່າສິ່ງທ້າທາຍ ແລະ ໄດ້ສຳຜັດກັບຄວາມສວຍສົດງາມຂອງທຳມະຊາດ, ໄດ້ສຳຜັດກັບປະຊາຊົນຢູ່ບັນດາປະເທດເຫຼົ່ານີ້. ທ່ານ Sahzahan, ນັກທຸລະກິດຄົນໜຶ່ງທີ່ມີອາຍຸ 50 ປີ ບໍ່ອາດກັ້ນຄວາມດີໃຈ, ຄວາມພາກພູມໃຈ ພ້ອມດ້ວຍຄວາມຕື້ນຕັນໃຈໄວ້ໄດ້ ເມື່ອໄດ້ເຂົ້າຮ່ວມລາຍການທັງສອງຄັ້ງພ້ອມກັບບັນດາສະມາຊິກ WIMT ພິຊິດເສັ້ນທາງຕ່າງໆຢູ່່ ອາຊີຕາເວັນອອກສ່ຽງໃຕ້, ພິເສດທ່ານໃຫ້ຮູ້ວ່າ:

ແຕ່ລະສະຖານທີ່ແຕ່ລະເສັ້ທາງ ລ້ວນແຕ່ມີລັກສະນະ ແລະ ຄວາມປະທັບໃຈສະເພາະຂອງມັນຈາກ ມາເລເຊຍ ໄປຍັງປະເທດ ໄທພວກຂ້າພະເຈົ້າໄດ້ຮັບການອະນຸຍາດໃຫ້ເຂົ້າໄປເສັ້ນທາງດ່ວນສ່ວນຢູ່ ກຳປູເຈຍ ກໍມີຖະໜົນໃຫຍ່ຫຼາຍສາຍ ແຕ່ທາງດ່ວນແມ່ນມີໜ້ອຍເສັ້ນທາງທີ່ໄປຍາກທີ່ສຸດ ອາດຈະແມ່ນແຕ່ ກຳປູເຈຍ ໄປລາວຫຼື ເຂດດ່ານຊາຍແດນ ເກົ່າແຈວ (ຫວຽດນາມ). ພວກຂ້າພະເຈົ້າຮູສຶກໄດ້ເຖິງຄວາມຕື່ນເຕັ້ນ, ກະຕືລືລົ້ນເມື່ອໄດ້ບັນດາເສັ້ນທາງທີ່ແຕກຕ່າງກັນ”.

ໃນຕະຫຼອດໄລຍະຂອງການເດີນທາງ, ບັນດາສະມາຊິກ WIMT ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ທັງເປັນຫ່ວງຍ້ອນລົດເພ, ບາງຄົນເກືອບຄືວ່າໝົດເຫື່ອໝົດແຮງຍ້ອນອາກາດແດດຮ້ອນກວ່າ 40 ອົງສາ ຢູ່ ກຳປູເຈຍ ແລະ ຫວຽດນາມ; ທັງຕື່ນເຕັ້ນ, ຢ້ານກົວເມື່ອພົບເສັ້ນທາງທຸລະກັນດານ. ເພື່ອເດີນທາງຜ່ານໄລຍະທາງທີ່ຍາວຢຽດນີ້ສຳເລັດ, ບັນດາສະມາຊິກໃນຄະນະໄດ້ຮັບການໜູນຊ່ວຍຈາກຫຼາຍພາກສ່ວນ: ສະຖານທູດ ອິນໂດເນເຊຍ ປະຈຳຢູ່ບັນດາປະເທດ, ບັນດາຄະນະ, ຂະແໜງການທີ່ກ່ຽວຂ້ອງ, ພິເສດແມ່ນການສົມທົບ ແລະ ຊ່ວຍເຫຼືອຂອງໂຊເຟີລົດຈາກສະໂມສອນລົດຈັກ ຢູ່ບັນດາປະເທດປະຈຳຖິ່ນ. ການສຳຜັດ, ຄວາມຮັກແພງລະຫວ່າງເພື່ອນມິດສະຫາຍ, ຄວາມງາມຂອງສະຖານທີ່ແຕ່ລະແຫ່ງທີ່ໄດ້ໄປຜ່ານໃນການເດີນທາງຄັ້ງນີ້ ລ້ວນແຕ່ສ້າງຄວາມປະທັບໃຈຢ່າງດີງາມສຳລັບບັນດາໂຊເຟີທີ່ມາຈາກ ອິນໂດເນເຊຍ:

“ມາຮອດໃສພວກຂ້າພະເຈົ້າກໍໄດ້ຮັບການຕ້ອນຮັບຢ່າງລອບຄອບຖີ່ຖ້ວນ ແລະ ສະໜິດສະໜົມຈາກສະຖານທູດ ອິນໂດເນເຊຍ ແລະ ໂຊເຟີຂອງບັນດາປະເທເພື່ອນບ້ານເຂົາເຈົ້າຈັດການຕ້ອນຮັບພວກຂ້າພະເຈົ້າໄດ້ເປັນຢ່າງດີເຊິ່ງບໍ່ຫວາດຫວັ່ນຕໍ່ອາກາດແດດຮ້ອນທາງໄປທີ່ຍາກ ຫຼື ວ່າຕ້ອງລໍຖ້າພວກຂ້າພະເຈົ້າຍ້ອນລົດເພກາງທາງ… ພວກຂ້າພະເຈົ້າຕີລາຄາສູງ ແລະ ມີຄວາມຕື້ນຕັນໃຈຕໍ່ນ້ຳຈິດນ້ຳໃຈຂອງເຂົາເຈົ້າ”.

ວກຂ້າພະເຈົ້າໄດ້ໄປປະເທດ ກຳປູເຈຍເຊິ່ງເປັນປະເທດທີ່ມີ ວັດອັງກໍ ແລະ ມີວັດວາອາຮາຈຳນວນຫຼວງຫຼາຍ ຄືກັນກັບປະເທດພວກຂ້າເຈົ້າແຕ່ວ່າ ອາກາດຢູ່ນີ້ຮ້ອນຫຼາຍຢູ່ ອິນໂດເນເຊຍ ສູງສຸດແມ່ນ 33 ອົງສາ ແຕ່ຢູ່ນີ້ແມ່ນກວ່າ 40 ອົງສາສ່ວນຢູ່ ຫວຽດນາມ ມີທິວທັດມະຊາດຫຼາຍແຫ່ງທີ່ສວຍງາມ ແລະ ສະຫງົບງຽບຂ້າພະເຈົ້າມີຄວາມປະທັບໃຈກັບບັນດາສາຍພູຫີນທີ່ໃຫຍ່ໂຕມະໂຫາຖານປ່າໄມ້ທີ່ຂຽວອຸ່ມທຸ່ມ”.

  ຄະນະ WIMT check in ຢູ່ດ່ານຊາຍແດນ ເກົ່າແຈວ  

ນອກຈາກການພິຊິດເສັ້ນທາງຕ່າງໆແລ້ວ, WIMT 2022 ຍັງມີພາລະກິດທີ່ພິເສດ ນັ້ນແມ່ນໂຄສະນາແນະນຳກ່ຽວກັບການທ່ອງທ່ຽວ ແລະ ບັນດາຜະລິດຕະພັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ອິນໂດເນເຊຍ. ເຂົາເຈົ້າໄດ້ນັ່ງຊຸມກັນ ແລະ ເລົ່າສູ່ກັນຟັງກ່ຽວກັບສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຢູ່ ອິນໂດເນເຊຍ, ມອບ brochure ແນະນຳກ່ຽວກັບສະຖານທີ່ທີ່ມີຊື່ສຽງໃຫ້ແຂກຖືກເຊີນ, ມອບຜະລິດຕະພັນໂດຍວິສາຫະກິດຂະໜາດນ້ອຍ ແລະ ກາງຂອງ ອິນໂດເນເຊຍ ຜະລິດ ເປັນຕົ້ນແມ່ນ ໝວກກັນກະທົບທີ່ມີຄຸນນະພາບສູງ, ນ້ຳມັນເຄື່ອງ, ໂສ້ງເສື້ອ, ເກີບ ແລະ ອາໄຫຼ່ລົດຈັກຊະນິດຕ່າງໆທີ່ຊ່ວຍຫຼຸດຜ່ອນມົນລະພິດສິ່ງແວດລ້ອມ, ຍົກສູງຄວາມປອດໄພເມື່ອຂັບລົດ. ຢູ່ແຕ່ລະປະເທດ, WIMT ລ້ວນແຕ່ມີການພົບປະແລກປ່ຽນກັບສະໂມສອນລົດຈັກຂອງປະເທດເພື່ອນບ້ານ ເພື່ອແບ່ງປັນບັນດາເລື່ອງລາວໃນການເດີນທາງ, ແບ່ງປັນປະສົບການ ແລະ ຮັດແໜ້ນນ້ຳໃຈເພື່ອນມິດສະຫາຍລະຫວ່າງບັນດານັກແຂ່ງໃນ ອາຊຽນ.

ຂ້າພະເຈົ້າເຊື່ອຢ່າງແນ່ວແນ່ວ່າ ສິ່ງໃດທີ່ໄດ້ເລີ່ມມາຈາກນ້ຳໃຈອາລົມຈິດຈາກຄວາມຮັກມັກເມົາມົວສິ່ງນັ້ນຈະປະສົບຜົນສຳເລັດ ຍ້ອນວ່າມັນໄດ້ເຮັດດ້ວຍໃຈ”, ທ່ານ Denny Abdi, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ເນັ້ນໜັກຄືແນວນັ້ນ ໃນບົດກ່າວຄຳເຫັນຂອງຕົນ ເມື່ອຕ້ອນຮັບນັກແຂ່ງ ອິນໂດເນເຊຍ ພາຍຫຼັງສຳເລັດການເດີນທາງຂອງຕົນ. ແລະ ການເດີນທາງຂອງບັນດາສະມາຊິກ WIMT ຄັ້ງນີ້ ໄດ້ປະສົບຜົນສຳເລັດ ຍ້ອນວ່າ ເຂົາເຈົ້າໄດ້ປະຕິບັດດ້ວຍຄວາມເມົາມົວ, ຄວາມສຸດຈິດສຸດໃຈ ແລະ ຄວາມກ້າຫານ./.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top