• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WEF 2022: ຫວຽດນາມ ແມ່ນຄູ່ຮ່ວມມືຕັ້ງໜ້າຂອງປະຊາຄົມສາກົນ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ພວມເຂົ້າຮ່ວມກອງປະຊຸມປະຈຳປີ 2022 ຂອງເວທີປາໄສເສດຖະກິດໂລກ (ກອງປະຊຸມ WEF 2022) ແຕ່ວັນທີ 22 ຫາວັນທີ 26 ພຶດສະພາ, ຢູ່ Davos, ປະເທດສະວິດ. ການເຂົ້າຮ່ວມກອງປະຊຸມ WEF Davos ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍທີ່ເປັນຈຸດສຸມຂອງ ຫວຽດນາມ ໃນປີ 2022, ອັນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຊຸກຍູ້ການຮ່ວມມືກັບ WEF ກໍຄື ຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນແກ້ໄຂບັນດາບັນຫາທົ່ວໂລກ.

 

    
  ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: ກະຊວງການຕ່າງປະເທດ)  

 WEF 2022 ດຳເນີນໃນຈຸດເວລາສໍາຄັນ ເມື່ອໂລກປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ, ອົງການຈັດຕັ້ງສາກົນ, ວິສາຫະກິດ, ອົງການຈັດຕັ້ງສາກົນບໍ່ຂຶ້ນກັບລັດຖະບານ (NGO) ແລະ ນັກຮຽນຮູ້ເກືອບ 2.500 ທ່ານ. ດ້ວຍຫົວຂໍ້ “ປະຫວັດສາດຢູ່ໄລຍະບາດລ້ຽວ: ນະໂຍບາຍຂອງລັດຖະບານ ແລະ ຍຸດທະສາດຂອງວິສາຫາກິດ”, ກອງປະຊຸມຄັ້ງນີ້ ມຸ່ງໄປເຖິງເປົ້າໝາຍຊອກຫາມາດຕະການແກ້ໄຂສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງໂລກ, ລວມທັງໂລກລະບາດທີ່ເກີດຂຶ້ນທົ່ວໂລກ, ການປະທະກັນທີ່ນຳໃຊ້ອາວຸດ ຢູ່ ຢູແກຼນ, ກໍຄືການຜັນແປຂອງພູມີເສດຖະກິດ ແລະ ການປ່ຽນແປງຂອງດິນຟ້າອາກາດ.

ໂອກາດເພື່ອໃຫ້ ຫວຽດນາມ ແນະນຳກ່ຽວກັບຍຸດທະສາດພັດທະນາເສດຖະກິດ - ສັງຄົມໃນໄລຍະໃໝ່

ພາຍຫຼັງສອງປີຖືກຢຸດສະງັກຍ້ອນໂລກລະບາດໂຄວິດ - 19, ກອງປະຊຸມ WEF 2022 ມີການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນນັບພັນທ່ານ, ພ້ອມດ້ວຍບໍລິສັດນຳໜ້າໃນຂົງເຂດເຕັກໂນໂລຢີ ແລະ ປ່ຽນແປງໃໝ່ທົ່ວໂລກ ເກືອບ 100 ແຫ່ງ ເຊິ່ງເປັນບັນດາບໍລິສັດ startup ແລະ ເປີດກວ້າງຂອບເຂດດຳເນີນທຸລະກິດ, ເຕັກໂນໂລຢີທີ່ມີຄວາມເປັນໄດ້ສູງທີ່ສຸດໃນໂລກ. ເພາະສະນັ້ນ, ນີ້ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງ ຫວຽດນາມ ແນະນຳໂດຍກົງກັບການນຳບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ວິສາຫະກິດ, ນັກລົງທຶນໃຫຍ່ໃນໂລກກ່ຽວກັບຍຸດທະສາດພັດທະນາເສດຖະກິດ - ສັງຄົມໃນໄລຍະໃໝ່, ແຜນນະໂຍບາຍເປີດປະຕູການທ່ອງທ່ຽວ, ໂຄສະນາ ແລະ ດຶດດູດການຄ້າ, ການລົງທຶນ ແລະ ຟື້ນຟູເສດຖະກິດແບບກວມລວມ, ມຸ່ງໄປເຖິງການຫັນປ່ຽນຮູບແບບການເຕີບໂຕສີຂຽວ, ຫັນເປັນດີຈີຕອນ ແລະ ຍືນຍົງ, ພ້ອມກັບຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມ ນັ້ນແມ່ນ ຍົກສູງ ແລະ ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ທີ່ກອງປະຊຸມ WEF 2022, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ມີບົດກ່າວປາໄສ, ແບ່ງປັນວິໄສທັດຂອງ ຫວຽດນາມ ໃນວາລະປະຊຸມຈຸດສຸມກ່ຽວກັບບັນຫາຄ້ຳປະກັນດ້ານສະບຽງອາຫານ, ພັດທະນາ ອາຊຽນ ດີຈີຕອນ… ທ່ານກໍມີການເຮັດວຽກກັບທ່ານປະທານ WEF  Borge Brende ກ່ຽວກັບການສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF, ປຶກສາຫາລືກັນມຸ່ງໄປເຖິງການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF, ສ້າງຂອບເຂດແກ່ໂຄງການ, ການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງລະຫວ່າງ ຫວຽດນາມ ແລະ WEF, ກໍຄືເຄືອຂ່າຍບັນດາກຸ່ມບໍລິສັດໃຫຍ່ສາກົນ ທີ່ເປັນສະມາຊິກຂອງ WEF, ຜ່ານນັ້ນກໍ່ໜູນຊ່ວຍ ຫວຽດນາມ ຜັນຂະຫຍາຍປະຕິບັດສຳເລັດຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໄລຍະ 2021 – 2025 ແລະ ມຸ່ງໄປເຖິງປີ 2030.

ຫວຽດນາມ ຍາມໃດກໍຕີລາຄາສູງຄວາມສຳຄັນຂອງການຮ່ວມມືກັບ WEF

ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ WEF ໄດ້ເລີີ່ມແຕ່ປີ 1989. ນີ້ແມ່ນເວທີປາໄສສຳຄັນຂອງການນຳລັດຖະບານ ຫວຽດນາມ ກັບບັນດາກຸ່ມບໍລິສັດແຖວໜ້າໂລກ, ຊ່ວຍເປີດແນວຄວາມຄິດກ່ຽວກັບການປະຕິຮູບເສດຖະກິດ, ພ້ອມທັງນຳມາເຊິ່ງກາລະໂອກາດລົງທຶນ ແລະ ພັດທະນາເສດຖະກິດໃຫ້ແກ່ ຫວຽດນາມ.

        ໃນໄລຍະ 30 ກວ່າປີທີ່ຜ່ານມາ, ການນຳຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງ WEF ຢູ່ Davos, ປະເທດສະວິດ ແລະ ອາຊີຕາເວັນອອກເປັນປະຈຳ. ຫວຽດນາມ ຍາມໃດກໍສະແດງຄວາມຂະຫຍັນຂັນເຄື່ອນ, ຕັ້ງໜ້າ ສະເໜີບັນດາແນວຄວາມຄິດໃໝ່ອ່ຽມ, ຜັນຂະຫຍາຍບັນດາແຜນການຮ່ວມມືຢ່າງແທດຈິງ. ຂີດໝາຍພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ນັ້ນແມ່ນສົມທົບກັບ WEF ຈັດຕັ້ງກອງປະຊຸມ ເວທີປາໄສເສດຖະກິດໂລກ ພາກພື້ນ ອາຊີຕາເວັນອອກ ປີ 2010 ຢູ່ນະຄອນ ໂຮ່ຈີມິນ; ກອງປະຊຸມເວທີປາໄສເສດຖະກິດໂລກ ພາກພື້ນແມ່ນ້ຳຂອງປີ 2016 ຢູ່ ຮ່າໂນ້ຍ; ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018. ພິເສດ, ໃນກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ ປີ 2018 (WEF ອາຊຽນ 2018) ຈັດຂຶ້ນຢູ່ ຮ່າໂນ້ຍ, ໂດຍເປັນປະເທດເຈົ້າພາບ ແລະ ຮ່ວມກັນຈັດຕັ້ງກອງປະຊຸມ, ຫວຽດນາມ ໄດ້ສ້າງຂີດໝາຍ ເມື່ອຍົກບັນຫາການປະຕິວັດອຸດສາຫະກຳ 4.0 ມາເປັນຫົວຂໍ້ຂອງກອງປະຊຸມ, ກໍຄືສະຫຼັບກັບບັນຫາ ເຊິ່ງ ຫວຽດນາມ ແລະ ບັນດາປະເທດ ອາຊຽນ ມີຄວາມສົນໃຈເຂົ້າໃນໂຄງການດໍາເນີນງານຂອງກອງປະຊຸມ ແລະ ຂໍ້ລິເລີ່ມຕ່າງໆຂອງ ຫວຽດນາມ ທີ່ໄດ້ປະກອບມານັ້ນ ກໍໄດ້ຮັບການຕີລາຄາສູງ.

ເດືອນຕຸລາ 2021, ການເຈລະຈາຍຸດທະສາດແຫ່ງຊາດລະຫວ່າງ ຫວຽດນາມ ແລະ WEF ຖືກຈັດຂຶ້ນເປັນຄັ້ງທຳອິດ ແລະ WEF ຕີລາຄາວ່າ ການເຈລະຈານີ້ ແມ່ນການເຈລະຈາຍຸດທະສາດແຫ່ງຊາດທີ່ປະສົບຜົນສຳເລັດທີ່ສຸດ ເຊິ່ງ WEF ສົມທົບກັບບັນດາປະເທດຈັດຂຶ້ນ, ນັບທັງພາກສ່ວນທີ່ເຂົ້າຮ່ວມ ຕະຫຼອດຮອດເນື້ອໃຈ, ວັນເວລາ ແລະ ວຽກງານການຈັດຕັ້ງ.

ຈາກຜົນສຳເລັດນັ້ນ, ກອງປະຊຸມ WEF 2022 ຄັ້ງນີ້ ສືບຕໍ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳໂດຍກົງກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ, ວິສາຫະກິດ, ນັກລົງທຶນໃຫຍ່ໃນໂລກ ກ່ຽວກັບຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໃນໄລຍະໃໝ່, ແຜນນະໂຍບາຍເປີດປະຕູການທ່ອງທ່ຽວ, ໂຄສະນາ  ແລະ ດຶງດູດການຄ້າ, ການລົງທຶນ ແລະ ຟື້ນຟູເສດຖະກິດແບບກວມລວມ, ມຸ່ງໄປເຖິງການຫັນເປັນຮູບແບບການເຕີບໂຕສີຂຽວ, ຫັນເປັນດີຈີຕອນ ແລະ ຍືນຍົງ, ພ້ອມກັບຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ນັ້ນແມ່ນຍົກສູງ ແລະ ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ໄປຄຽງຄູ່ກັນນັ້ນ, ການເຂົ້າຮ່ວມກອງປະຊຸມກໍ່ແມ່ນໂອກາດເພື່ອຢັ້ງຢືນວ່າ ຫວຽດນາມ ພວມກາຍເປັນຄູ່ຮ່ວມມືທີ່ຕັ້ງໜ້າຂອງປະຊາຄົມສາກົນໃນບັນດາຄວາມມານະພະຍາຍາມກຳນົດທິດອະນາຄົດ, ພ້ອມທັງແມ່ນຈຸດນັດພົບທີ່ດູດດື່ມຂອງວິສາຫະກິດທົ່ວໂລກ./.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top