ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 43 ຂອງສະມັດຊາໃຫຍ່ ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ໄດ້ດຳເນີນຢູ່ນະຄອນ Samarkand, ອູເບກິດສະຖານ, ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 300 ປີແຫ່ງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
ເລື່ອງ UNESCO ຮັບຮອງເອົາມະຕິວ່າດ້ວຍການເຊີດຊູ ແລະ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກວັດທະນະທຳ ເລກຸຍໂດນ ໄດ້ຢັ້ງຢືນການຕີລາຄາສູງຂອງສາກົນສຳລັບບັນດາຄຸນຄ່າວິທະຍາສາດ, ວັດທະນະທຳ, ການສຶກສາຂອງ ຫວຽດນາມ ຂອງນັກວັດທະນະທຳ ເລກຸຍໂດນ; ປະກອບສ່ວນໂຄສະນາ, ແນະນຳປະຫວັດສາດວັດທະນະທຳຂອງ ຫວຽດນາມ, ຂອງແຂວງ ຮຶງອຽນ. ເລື່ອງ UNESCO ແລະ ບັນດາປະເທດສະມາຊິກຮັບຮອງເອົາມະຕິດັ່ງກ່າວ ພ້ອມກັນເຊີດຊູບັນດານັກວັດທະນະທຳ ຫວຽດນາມ ໄດ້ເປັນການຮັບຮູ້ຂອງທົ່ວໂລກສຳລັບບັນດາອຸດົມການກ່ຽວກັບສັນຕິພາບ, ຄວາມສະເໝີພາບຍຸຕິທຳໃນສັງຄົມ, ການສຶກສາຕະຫຼອດຊີວິດ ເຊິ່ງ ຫວຽດນາມ ພ້ອມກັນແບ່ງປັນກັບໂລກ, ສອດຄ່ອງກັບບັນດາເປົ້າໝາຍລວມຂອງອົງການ ແລະ ບັນດາຈຸດຄວາມງາມໃຈຈິດໃຈ, ພຸມປັນຍາຂອງຊາວ ຫວຽດນາມ.
ເລກຸຍໂດນແມ່ນເຈົ້າອາມາດໃຫຍ່ຂອງສະໄໝເຈົ້າຊີວິດ ເລຈູງຮຶງ, ແມ່ນນັກວັດທະນະທຳ, ນັກກະວີ ແລະ ໄດ້ຮັບຂະໜານນາມວ່າ ແມ່ນນັກປາດໃຫຍ່ຂອງ ຫວຽດນາມ ໃນສະໄໝສັກດິນາ.
(ແຫຼ່ງຄັດຈາກ VOV)