• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

COP30 ໄຂ​ຂຶ້ນ​ຢູ່ ບ​ຣາ​ຊິນ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປົ​ກ​ປັກ​ຮັກ​ສາ​ດິນ​ຟ້າອາ​ກາດ​ທົ່ວ​ໂລກ

ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໄຂຂຶ້ນໃນວັນທີ 10 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ Belem, ລັດ Para (ບຣາຊິນ), ພາຍຫຼັງທີ່ບັນດາປະເທດສະມາຊິກບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ໂຄງການດຳເນີນງານ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ Belem ກ່ອນກອງປະຊຸມການປ່ຽນແປງດິນຟ້າອາກາດຂອງ ສປຊ ຢູ່ Belem,ບຣາຊິນ, ໃນວັນທີ 7/11/2025 (ພາບ: REUTERS/Adriano Machado)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Luiz Inácio Lula da Silva  ປະທານາທິບໍດີປະເທດເຈົ້າພາບ ຮຽກຮ້ອງຫັນຄຳໝັ້ນສັນຍາໃຫ້ເປັນການກະທຳລະອຽດ, ພິເສດແມ່ນກ່ຽວກັບການເພີ່ມແຫຼ່ງການເງິນ ແລະ ຄ່ອຍໆຢຸດຕິການນຳໃຊ້ເຊື້ອເພີງຟອກຊິວ. ທ່ານ Lula ຢັ້ງຢືນວ່າ: “ວິກິດການດິນຟ້າອາກາດບໍ່ພຽງແຕ່ແມ່ນໄພນາບຂູ່ຕໍ່ອະນາຄົດເທົ່ານັ້ນ, ຫາກຍັງແມ່ນໂສກນາດຕະກຳໃນປັດຈຸບັນອີກດ້ວຍ”.

ໜຶ່ງໃນບັນດາເນື້ອໃນບັນດາຈຸດສຸມຂອງ COP30 ແມ່ນຄຳຮຽກຮ້ອງເພີ່ມແຫຼ່ງການເງິນເພື່ອດິນຟ້າອາກາດທົ່ວໂລກໃຫ້ຂຶ້ນທົບ 3 ເທົ່າ, ແຕ່ 300 ຕື້ USD ຕໍ່ປີໃນປັດຈຸບັນຂຶ້ນເປັນ 1.300 ຕື້ USD ໃນປີ 2035, ຕາມແຜນການທີ່ໄດ້ເຫັນດີເປັນເອກະພາບຢູ່ COP29 ທີ່ Baku. ທ່ານ Simon Stiell ເລຂາທິການໃຫຍ່ ສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ກ່າວເຕືອນວ່າ ບັນດາຄຳໝັ້ນສັນຍາໃນປັດຈຸບັນ “ບໍ່ທັນວ່ອງໄວຢ່າງພຽງພໍ” ເພື່ອສາມາດຫຼຸດຜ່ອນການປ່ອຍອາຍພິດໃນທົ່ວໂລກໄດ້.

(ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ໃນຊຸມວັນຜ່ານມາ, ບັນດາສຳນັກຂ່າວສານສາກົນໄດ້ຕີລາຄາສູງຕໍ່ທ່າຟື້ນຟູຢ່າງແຮງຂອງເສດຖະກິດ ຫວຽດນາມ, ເມື່ອລະດັບເຕີບໂຕໃນໄຕມາດທີ III ບັນລຸ 8,22%, ເຊິ່ງເປັນລະດັບສູງສຸດໃນກວ່າ 1 ທົດສະວັດຜ່ານມາ.

Top