ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP/Nhật Bắc)
ກອງປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລືປະກອບຄຳເຫັນໃສ່ 3 ໝວດເນື້ອໃນໃຫຍ່, ນັ້ນແມ່ນໝວດເນື້ອໃນກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໝວດເນື້ອໃນສ້າງຮາກຖານການເມືອງ, ນິຕິກຳໃຫ້ແກ່ເປົ້າໝາຍສືບຕໍ່ປະຕິຮູບ, ປ່ຽນແປງໃໝ່ປະເທດຊາດໃນໄລຍະຈະມາເຖິງ ແລະ ໝວດເນື້ອໃນກ່ຽວກັບວຽກງານພະນັກງານ.ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ການປະຕິບັດຄຳເຫັນຊີ້ນຳຂອງກົມການເມືອງ, ຄະນະເລຂາທິການ, ບັນດາອະນຸກຳມະການເອກະສານ ໄດ້ດັດປັບ, ເພີ່ມເຕີມ, ສ້າງສຳເລັດເອກະສານໂດຍດ່ວນເພື່ອຍື່ນສະເໜີຂໍຄຳເຫັນປະກອບຂອງສູນກາງ. ຜ່ານການປັບປຸງ, ເພີ່ມເຕີມ, ບູລະນະ ຫຼາຍຄັ້ງເນື້ອໃນຂອງເອກະສານ ໄດ້ຮັບປະກັນ ບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກໂດຍພື້ນຖານ ຄື ລັກສະນະປະຕິວັດ, ລັກສະນະວິທະຍາສາດ, ລັກສະນະຍຸດທະສາດ, ລັກສະນະຕົວຈິງ, ລັກສະນະຄົບຊຸດ, ລັກສະນະຄວາມເປັນໄປໄດ້, ລັກສະນະການກຳນົດທິດ…
ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງລັກສະນະສຳຄັນພິເສດຂອງບັນດາເນື້ອໃນຍື່ນສະເໜີຢູ່ກອງປະຊຸມ, ທ່ານສະເໜີ ສູນກາງປຶກສາຫາລື ບັນດາບັນຫາຫຼັກແຫຼ່ງຢ່າງລະອຽດ, ຕີລາຄາຢ່າງພາວະວິໄສ, ຮອບດ້ານ ກ່ຽວກັບບັນດາຜົນສຳເລັດ ແລະ ຂໍ້ຈຳກັດໃນອາຍຸການຊຸດທີ XIII , ຈາກນັ້ນກໍກຳນົດສາຍເຫດຢ່າງຈະແຈ້ງ, ຖອດຖອນບົດຮຽນ, ປະກອບຄຳເຫັນສະຫຼຸບ, ລະອຽດ, ມີວິທະຍາສາດກ່ຽວກັບເນື້ອໃນສັງລວມຂອງບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ຕາມການກຳນົດທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາ. ທ່ານເລຂາທິການໃຫຍ່ ຮຽກຮ້ອງວ່າ:
ຕ້ອງກຳນົດເປົ້າໝາຍລວມ ແລະ ບັນດາການບຸກທະລຸຍຸດທະສາດໃນອະຍຸການທີ່ຈະມາເຖິງໃຫ້ໄດ້: ພັດທະນາໂດຍໄວ, ຍືນຍົງບົນພື້ນຖານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ, ສືບຕໍ່ເຮັດສຳເລັດລະບອບລະບຽບການເສດຖະກິດການຕະຫຼາດກຳນົດທິດສັງຄົມນິຍົມ, ມີການຄຸ້ມຄອງຂອງລັດ ພາຍໃຕ້ການຊີ້ນຳນຳພາຂອງພັກ, ສ້າງພື້ນຖານການບໍລິຫານຮັບໃຊ້, ການຄຸ້ມຄອງພາກລັດທີ່ທັນສະໄໝ, ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ, ມີລະບຽບວິໄນ, ມີຄວາມກ້າວໜ້າ.
ເພື່ອປະຕິບັດສຳເລັດປະລິມານວຽກງານທີ່ໃຫຍ່ຫຼວງໃນໄລຍະສັ້ນ, ທ່ານເລຂາທິການໃຫຍ່ໄດ້ຍົກໃຫ້ເຫັນບັນດາຄວາມຮຽກຮ້ອງທີ່ວາງອອກຢ່າງຈະແຈ້ງນັ້ນແມ່ນ ກຳມະການສູນກາງພັກແຕ່ລະທ່ານຕ້ອງເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ສຸມພູມປັນຍາ, ປຶກສາຫາລືຢ່າງມີປະຊາທິປະໄຕ, ກົງໄປກົງມາ, ພາວະວິໄສ ແລະ ມີຄວາມເປີດອົກເປີດໃຈ.