ຕອນຄ່ຳວັນທີ 22 ພຶດສະພາ, ຢູ່ ຮ່າໂນ້ຍ, ບັນດາເອກອັກຄະລັດຖະທູດ ອາຟະລິກາ ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 63 ປີແຫ່ງວັນອາຟະລິກາ (25 ພຶດສະພາ 1963 – 25 ພຶດສະພາ 2026).
ທ່ານ ເລແອັງຕວນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ພິທີ (ພາບ: TTXVN)
ຕອນຄ່ຳວັນທີ 22 ພຶດສະພາ, ຢູ່ ຮ່າໂນ້ຍ, ບັນດາເອກອັກຄະລັດຖະທູດ ອາຟະລິກາ ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 63 ປີແຫ່ງວັນອາຟະລິກາ (25 ພຶດສະພາ 1963 – 25 ພຶດສະພາ 2026).
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ເລແອັງຕວນ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ປາດຖະໜາຢາກເຮັດໃຫ້ການຮ່ວມມືຫຼາຍຝ່າຍກັບ ອາຟະລິກາ ຢູ່ຂັ້ນ 2 ຝ່າຍ, ຫຼາຍຝ່າຍ ແລະ ລະຫວ່າງພາກພື້ນ ເລິກເຊິ່ງຂຶ້ນຕື່ມ. ຫວຽດນາມ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບບັນດາປະເທດ ອາຟະລິກາ ແລະ ປະກອບສ່ວນເຂົ້າໃນການປະຕິບັດໂຄງການດຳເນີນງານ 2063 ຂອງສະຫະພັນ ອາຟະລິກາ ຢ່າງແທດຈິງ; ເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ວິທະຍາສາດ, ເຕັກໂນໂລຊີ…
ຜູ້ຕາງໜ້າບັນດາປະເທດ ອາຟະລິກາ, ທ່ານ Jamale Chouaibi, ເອກອັກຄະລັດຖະທູດ ມາຣົກ, ຜູ້ຕາງໜ້າບັນດາປະເທດ ອາຟະລິກາ, ຫົວໜ້າຄະນະເອກອັກຄະລັດຖະທູດບັນດາປະເທດ ອາຟະລິກາ, ຢືນຢັນວ່າ ການພົວພັນຮ່ວມມືລະຫວ່າງ ອາຟະລິກາ ແລະ ຫວຽດນາມ ໄດ້ຮັບການສ້າງຂຶ້ນບົນພື້ນຖານຄວາມເຄົາລົບເຊິ່ງກັນ ແລະ ກັນ ແລະ ມີແງ່ຫວັງໃຫຍ່ຫຼວງຫຼາຍຢ່າງ.
(ແຫຼ່ງຄັດຈາກ VOV)