• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດ​ໄຟ​ໄໝ້ ຕຶກ​ອາ​ພາ​ເມັ້ນ ຢູ່​ຮົ່ງ​ກົງ (ຈີນ): ມີ​ຜູ້​ເສ​ຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 146 ຄົນ

ຈຳນວນຜູ້ເສຍຊີວິດໃນເຫດໄຟໄໝ້ຢູ່ຕຶກອາພາເມັ້ນ Wang Fuk Court ຢູ່ເມືອງ Tai Po ຂອງຮົ່ງກົງ (ຈີນ) ເຮັດໃຫ້ມີຜູ້ສຍຊີວິດຢ່າງໜ້ອຍສຸດ 146 ຄົນ.
ພາບປະກອບ: TTXVN
ໄລ່ຮອດຕອນບ່າຍວັນທີ 30 ພະຈິກ, ຕາມເວລາທ້ອງຖິ່ນ, ຈຳນວນຜູ້ເສຍຊີວິດໃນເຫດໄຟໄໝ້ຢູ່ຕຶກອາພາເມັ້ນ Wang Fuk Court ຢູ່ເມືອງ Tai Po ຂອງຮົ່ງກົງ (ຈີນ) ເຮັດໃຫ້ມີຜູ້ສຍຊີວິດຢ່າງໜ້ອຍສຸດ 146 ຄົນ. ອົງການທີ່ມີໜ້າທີ່ຮັບຜິດຊອບໃຫ້ຮູ້ວ່າ ບໍ່ເວັ້ນເສຍກໍລະນີຈຳນວນຜູ້ເສຍຊີວິດຍັງເພີ່ມຂຶ້ນ. ໃນຂະນະນັ້ນ, ມີຜູ້ຄົນເປັນຈຳນວນຫຼາຍໃນທົ່ວຮົ່ງກົງ ໄດ້ພາກັນໄປຍັງເຂດສະຖານທີ່ເກີດເຫດເພື່ອວາງພວງມາລາ, ສວດມົນ, ສະແດງຄວາມເສົ້າສະຫຼົດໃຈ ຕໍ່ບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວ. ບັນດາການເຄື່ອນໄຫວໜູນຊ່ວຍໂດຍດ່ວນໃຫ້ແກ່ບັນດາຄອບຄົວຖືກຜົນສະທ້ອນຂອງເຫດໄຟໄໝ້ຍັງສືບຕໍ່ດຳເນີນ. ພະແນກກໍ່ສ້າງຮົ່ງກົງ ໄດ້ອອກຄຳສັ່ງຢຸດຕິ 28 ຄົງການກໍ່ສ້າງຂອງບໍລິສັດຮັບເໝົາກໍ່ສ້າງແມ່ນ ບໍລິສັດ Prestige Construction & Engineering. 

(ແຫຼ່ງຄັດຈາກ VOV)

ລາວ ຢືນຢັນບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນປະກອບສ່ວນເຂົ້າເສັ້ນທາງ 50 ປີແຫ່ງການພັດທະນາ

ລາວ ຢືນຢັນບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນປະກອບສ່ວນເຂົ້າເສັ້ນທາງ 50 ປີແຫ່ງການພັດທະນາ

ລາວ ກໍ່ສືບຕໍ່ຍົກລະດັບພື້ນຖານໂຄງລ່າງຕາມວິໄສທັດການພັດທະນາ. ຈາກປະເທດບໍ່ມີທະເລ, ລາວ ໄພວມກາຍເປັນປະເທດເຊື່ອມຕໍ່ຜ່ານທາງບົກ, ທາງນ້ຳ ແລະ ທາງການບິ່ນເທື່ອລະກ້າວ.

Top