ເວທີປາໄສນີ້ມີການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ 120 ແຫ່ງ, ພ້ອມກັບວິສາຫະກິດ ຈໍແດນ 25 ແຫ່ງ ເຄື່ອນໄຫວໃນຫຼາຍຂົງເຂດ.
ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ກ່າວຄຳເຫັນທີ່ເຫດການ (ພາບ: VGP)
ຫວຽດນາມ ແລະ ຈໍແດນ ສາມາດພ້ອມກັນສ້າງຂົວເຊື່ອມຕໍ່ລະຫວ່າງ ອາຊີ ແລະ ພາກພື້ນ ຕາເວັນອອກກາງ, ຮ່ວມມືເພື່ອການພັດທະນາຢ່າງວັດທະນາຖາວອນຂອງ 2 ປະເທດ, ດ້ວຍເຂດເອກຊົນສວມບົດບາດແກ່ນສານ. ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາທີ່ເວທີປາໄສວິສາຫະກິດ ຈໍແດນ - ຫວຽດນາມ, ຈັດຂຶ້ນໃນຕອນເຊົ້າວັນທີ 13 ພະຈິກ, ຢູ່ ຮ່າໂນ້ຍ. ໂດຍມີການເຂົ້າຮ່ວມຂອງກະສັດ ຈໍແດນ Jordan Abdullah II ແລະ ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ ຫວຽດນາມ.
ເວທີປາໄສນີ້ມີການເຂົ້າຮ່ວມຂອງວິສາຫະກິດ ຫວຽດນາມ 120 ແຫ່ງ, ພ້ອມກັບວິສາຫະກິດ ຈໍແດນ 25 ແຫ່ງ ເຄື່ອນໄຫວໃນຫຼາຍຂົງເຂດ, ຄື: ເຕັກໂນໂລຊີການສື່ສານ, ພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ກະສິກຳ, ສັດຕະວະແພດ, ຜະລິດຕະພັນ Halal. ກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ:
“ທີໜຶ່ງ, ແມ່ນຮີບເຮັງຫັນບັນດາໝາກຜົນຂອງຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມຂອງກະສັດ ໃຫ້ປະກົດຜົນເປັນຈິງ ກາຍເປັນບັນດາລາຍການ, ແຜນການ, ໂຄງການມີຄວາມສາມາດເປັນໄປໄດ້ສູງ ແລະ ຈັດການຜັນຂະຫຍາຍຢ່າງມີປະສິດທິຜົນໂດຍໄວ. ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນບັນດາຄະນະວິສາຫະກິດ ເພື່ອຊອກຮູ້ຕະຫຼາດ, ເປີດກວ້າງເຄືອຂ່າຍຄູ່ຮ່ວມມື. ທີ 2, ແມ່ນສ້າງບັນດາຂອບເຂດ, ຮູບແບບການຮ່ວມມືໂດຍໄວ ເພື່ອສ້າງຄວາມສະດວກດ້ານລະບອບລະບຽບການ ໜູນຊ່ວຍແກ່ການເພີ່ມທະວີການຮ່ວມມືດ້ານເສດຖະກິດ…”
(ແຫຼ່ງຄັດຈາກ VOV)