• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ​ເຈິ່ນ​ຮົ່ງ​ຮ່າ ຮຽກ​ຮ້ອງ​ໃຫ້​ສ້າງ​ລະ​ບອບ​ລະ​ບຽບ​ການ​ຄຸ້ມ​ຄອງ​ຂໍ້​ມູນ IUU ໃຫ້​ສົມ​ບູນ​ແບບ

ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ໄລ່ຮອດວັນທີ 29 ພະຈິກ, ຈຳນວນກ່ຳປັ່ນຫາປາທີ່ບັນດາທ້ອງຖິ່ນພວມມີໃນປັດຈຸບັນ ໄດ້ຈົດທະບຽນ ແລະ ອັບເດັດໃນປະຕູຖານຂໍ້ມູນອາຊີບຫາປາແຫ່ງຊາດ (Vnfishbase) ແມ່ນ 79.243 ລຳ, ບັນລຸ 100%.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຊີ້ນຳກອງປະຊຸມ (ພາບ: TTXVN)

ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງກ່ຽວກັບ IUU ຕາມການສ່ອງແສງຂອງຄະນະກຳມະການເອີຣົບ (EC) ຢ່າງຂາດຂັ້ນ, ສ້າງລະບອບລະບຽບການຄຸ້ມຄອງຂໍ້ມູນ IUU ໃຫ້ສົມບູນແບບ. ນີ້ແມ່ນສິ່ງທີ່ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກ ໃນກອງປະຊຸມຄັ້ງທີ 24 ຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 2 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ.

        ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ໄລ່ຮອດວັນທີ 29 ພະຈິກ, ຈຳນວນກ່ຳປັ່ນຫາປາທີ່ບັນດາທ້ອງຖິ່ນພວມມີໃນປັດຈຸບັນ ໄດ້ຈົດທະບຽນ ແລະ ອັບເດັດໃນປະຕູຖານຂໍ້ມູນອາຊີບຫາປາແຫ່ງຊາດ (Vnfishbase) ແມ່ນ 79.243 ລຳ, ບັນລຸ 100%. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ ຮອດວັນທີ 15 ທັນວາ, ບັນດາກະຊວງ ແລະ ບັນດາທ້ອງຖິ່ນ ຈົ່ງສຸມໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ພິເສດແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການສ່ອງແສງຂອງຄະນະກຳມະການເອີຣົບ (EC) ກ່ຽວກັບການຕ້ານການຂຸດຄົ້ນ IUU; ບັນດາຕົວເລກກ່ຽວກັບກ່ຳປັ່ນຫາປາ, ການລະເມີດ, ສິດອຳນາດໃນການຄຸ້ມຄອງ…

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ສວນມິດຕະພາບ ລາວ - ຫວຽດນາມ ນີ້ບໍ່ພຽງແຕ່ເປັນສັນຍາລັກຂອງສາຍພົວພັນສອງປະເທດເທົ່ານັ້ນ, ຫາກຍັງກາຍເປັນບ່ອນຈັດຕັ້ງບັນດາກິດຈະກຳວັດທະນະທຳ, ບ່ອນພັກຜ່ອນ, ການເຄື່ອນໄຫວກິລາກາຍຍະກຳ, ເດີ່ນຫຼີ້ນໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນ; ແມ່ນບ່ອນສຶກສາມູນເຊື້ອໃຫ້ແກ່ລຸ້ນຄົນຕໍ່ໆໄປຂອງທັງສອງຊາດ ລາວ - ຫວຽດນາມ.

Top