ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr ຖືວ່າ ບັນດາປະເທດໃນພາກພື້ນຕ້ອງເສີມຂະຫຍາຍກວ່າອີກຈິດໃຈສາມັກຄີ ແລະ ຮ່ວມມື, ສືບຕໍ່ປັບຕົວໃຫ້ແທດເໝາະກັບບັນດາສິ່ງທ້າທາຍທີ່ນັບມື້ນັບສັບສົນຂອງສະພາບການສາກົນ.
ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)
ສັນຕິພາບ, ສະຖຽນລະພາບສືບຕໍ່ແມ່ນພື້ນຖານໃຫ້ແກ່ການພັດທະນາລວມຂອງອາຊຽນ, ທຸກນະໂຍບາຍ ແລະ ໝາກຜົນໃນການຮ່ວມມືຢູ່ພາກພື້ນຕ້ອງມຸ່ງໄປເຖິງການຮັບໃຊ້ປະຊາຊົນ. ນີ້ແມ່ນຈຸດລວມໂດຍບັນດາຜູ້ແທນສະເໜີຢູ່ເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 3 (AFF) ທີ່ພວມດຳເນີນຢູ່ຮ່າໂນ້ຍ (9-10 ມິຖຸນາ). ບັນດາຄຳເຫັນຖືວ່າໃນສະພາບການປັດຈຸບັນ, ອາຊຽນ ພວມຢືນຢູ່ຕໍ່ໜ້າທັງກາລະໂອກາດ ແລະ ສິ່ງທ້າທາຍ. ບົນພື້ນຖານເປັນປະທານອາຊຽນ 2026, ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr ຖືວ່າ ບັນດາປະເທດໃນພາກພື້ນຕ້ອງເສີມຂະຫຍາຍກວ່າອີກຈິດໃຈສາມັກຄີ ແລະ ຮ່ວມມື, ສືບຕໍ່ປັບຕົວໃຫ້ແທດເໝາະກັບບັນດາສິ່ງທ້າທາຍທີ່ນັບມື້ນັບສັບສົນຂອງສະພາບການສາກົນ. ທ່ານໃຫ້ຮູ້ວ່າ:
ບັນດາສິ່ງທ້າທາຍສຳລັບ ອາຊຽນແມ່ນຮ້າຍແຮງທີ່ສຸດ, ແຕ່ບໍ່ເກີນຄວາມສາມາດໃນການແກ້ໄຂຂອງພວກເຮົາ. ອາຊຽນ ໄດ້ຜ່ານຜ່າບັນດາວິກິດການດ້ານການເງິນ, ໄພທຳມະຊາດ, ຄວາມເຄັ່ງຕຶງດ້ານພູມີສາດການເມືອງ ແລະ ໂລກລະບາດທົ່ວໂລກແລ້ວ. ແຕ່ລະຄັ້ງຄືດັ່ງກ່າວ, ພວກເຮົາພັດໄດ້ຕັກເຄືອນວ່າກຳລັງແຮງຂອງອາຊຽນ ນອນໃນຄວາມສາມາດປຶກສາຫາລື, ຮ່ວມມື ແລະ ພ້ອມກັນມຸ່ງໄປສູ່ພາຍພາກໜ້າ.
(ແຫຼ່ງຄັດຈາກ VOV)