ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.
ຢູ່ການຖະແຫຼງຂ່າວເປັນປະຈຳຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 17 ກໍລະກົດ, ໂດຍຕອບຄຳຖາມກ່ຽວກັບຄວາມໝາຍຂອງເລື່ອງ ຫວຽດນາມ ສົ່ງຄຳເຊື້ອເຊີນໄປຍັງບັນດາປະເທດ ເຂົ້າຮ່ວມ ແລະ ຈັດສົ່ງກ້ອນກຳລັງເຂົ້າຮ່ວມພິທີເດີນສວນສະໜາມ ຢູ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (02/09/1945 – 02/09/2025) ໃນວັນທີ 2 ກັນຍາທີ່ ຈະມາເຖິງ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການປະຕິວັດເດືອນສິງຫາ ແມ່ນເຫດການສຳຄັນຍິ່ງ, ສາຖະປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ການປະຕິວັດເດືອນສິງຫາປະສົບຜົນສຳເລັດໄດ້ລະດົມກຳລັງໃຈຢ່າງແຮງຕໍ່ຂະບວນການປົດປ່ອຍຊາດ ໃນບັນດາປະເທດຫົວເມືອງຂຶ້ນໃນທົ່ວປະເທດ.
ຕາມໂຄສົກແລ້ວ, ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ. ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ເນັ້ນໜັກວ່າ:
ຫວຽດນາມ ປາດຖະໜາຢາກພ້ອມກັບເພື່ອນມິດສາກົນ ເຊີດຊູບັນດາຄຸນຄ່າທີ່ຄົງຕົວຂອງເອກະລາດ ແລະ ເສລີພາບ. ດ້ວຍຄວາມໝາຍສຳຄັນນັ້ນ, ໃນໄລຍະຜ່ານມາ ຫວຽດນາມ ໄດ້ສົ່ງຄຳເຊື້ອເຊີນໄປຍັງເພື່ອນມິດສາກົນ. ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຈົດໝາຍເຊື້ອເຊີນລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ, ໃນນັ້ນມີບັນດາປະເທດເພື່ອນມິດທີ່ມີແຕ່ດົນນານ, ມາຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ ແລະ ຈັດສົ່ງກ້ອນກຳລັງເຂົ້າຮ່ວມພິທີເດີນສວນສະໜາມຢູ່ພິທີສະຫຼອງ. ນີ້ແມ່ນບັນດາການເຄື່ອນໄຫວສະແດງນ້ຳໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນ ແລະ ກອງທັບ ຫວຽດນາມ ກັບບັນດາປະເທດເພື່ອນມິດ, ພ້ອມທັງຢັ້ງຢືນແນວທາງການຕ່າງປະເທດຂອງຫວຽດນາມທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບແບບ, ຫັນເປັນຫຼາຍຝ່າຍ, ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ກັບທຸກປະເທດຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)