• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ​ກອມ​ມູ​ນິດ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ປະ​ເທດຕ່າງໆ​​ໃນ​ໂລກ

​ທີ່​ການ​ຕ້ອນ​ຮັບ, ທ່ານ​ເຈິ່ນ​ເກິ​ມ​ຕູ້ ສະ​ເໜີ​ບັນ​ດາ​ພັກ​ການ​ເມືອງ​ໃນ​ພາກ​ພື້ນ ຍູ້​ແຮງ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ການພັດ​ທະ​ນາ​ປະ​ເທດ
  ​ທ່ານ​ເຈິ່ນ​ເກິມ​ຕູ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ (ພາບ: VOV1)  

ພັກ​ກອມ​ມູ​ນິດ ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ເປີດກວ້າງ​ການ​ພົວ​ພັນ​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ປະ​ເທດຕ່າງໆ​​ໃນ​ໂລກສິ່ງ​ນີ້​ໂດຍ​ທ່ານ​ເຈິ່ນ​ເກິມ​ຕູ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ ໄດ້​ເນັ້ນ​ໜັກ​ທີ່​ການ​ຕ້ອນ​ຮັບ​ບັນ​ດາ​ຫົວ​ໜ້າ​ຄະ​ນະ​ພັກ​ກ​ານ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ທີ່​ພວມ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ "ບົດ​ບາດ​ຂອງ​ບັນ​ພັກ​ກ​ານ​ເມືອງ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ", ໃນ​ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ​ທີ່​ນະ​ຄອນຮ່າ​ໂນ້ຍ.

​ທີ່​ການ​ຕ້ອນ​ຮັບ, ທ່ານ​ເຈິ່ນ​ເກິ​ມ​ຕູ້ ສະ​ເໜີ​ບັນ​ດາ​ພັກ​ການ​ເມືອງ​ໃນ​ພາກ​ພື້ນ ຍູ້​ແຮງ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ການພັດ​ທະ​ນາ​ປະ​ເທດ; ຍົກ​ສູງ​ຈິດ​ໃຈ​ສາ​ມັກ​ຄີ, ເຄົາ​ລົບ​ຄວາມ​ແຕກ​ຕ່າງ​ກັນ, ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ, ຮ່ວມ​ມື ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຢຶດ​ໝັ້ນ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ ອາ​ຊຽນ ແລະ ກົດ​ໝາຍ​ສາ​ກົນ.

​ສ່ວນ​ຜູ້​ຕາງ​ໜ້າ​ພັກ​ກ​ານ​ເມືອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເນັ້ນ​ໜັກ​ວ່າ​ການ​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ພັກ​ການ​ເມືອງ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ, ຜ່ານ​ນັ້ນ​ເພີ່ມ​ເຕີມ​ຊ່ອງ​ທາງ​ຮ່ວມ​ມື​ສຳ​ຄັນ​ໃຫ້​ແກ່​ວິ​ວັດ​ການ​ເຊື່ອມ​ຕໍ່​ພາກ​ພື້ນ, ປະ​ກອບ​ສ່ວນ​ປັບ​ປຸງ​ສັນ​ຕິ​ພາບ, ສ​ະ​ຖຽນ​ລະ​ພາບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ອະ​ນຸ​ທິນ ຈັນ​ວິ​ຣ​ະ​ກຸນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ກັບ​ບັນ​ດາ​ພັກ​ການ​ເມືອງ​ຢູ່​ໄທ, ໃນ​ນັ້ນ​ມີ​ພັກ​ພູມ​ໃຈ​ໄທ.

Top