ເວທີປາໄສ “ບົດບາດຂອງສື່ມວນຊົນໃນການຊຸກຍູ້ຂະແໜງເສດຖະກິດທ່ອງທ່ຽວຢູ່ ຫວຽດນາມ ປີ 2026” ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 22 ພຶດສະພາ, ຢູ່ແຂວງ ກວາງຈິ.
(ທ່ານ ໂຮ່ອານຟອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ກ່າວຄຳເຫັນໄຂເວທີປາໄສ)
ເວທີປາໄສ “ບົດບາດຂອງສື່ມວນຊົນໃນການຊຸກຍູ້ຂະແໜງເສດຖະກິດທ່ອງທ່ຽວຢູ່ ຫວຽດນາມ ປີ 2026” ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 22 ພຶດສະພາ, ຢູ່ແຂວງ ກວາງຈິ.
ເວທີປາໄສໂດຍມີການເຂົ້າຮ່ວມຂອງຜູ້ແທນເຊິ່ງແມ່ນການນຳບັນອາອົງການສື່ມວນຊົນ, ນັກຊ່ຽວຊານ, ວິສາຫະກິດທ່ອງທ່ຽວ ແລະ ບັນດາທ້ອງຖິ່ນກວ່າ 200 ຄົນ. ທ່ານ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ເຂົ້າຮ່ວມເວທີປາໄສ.
ກ່າວຄຳເຫັນໄຂເວທີປາໄສ, ທ່ານ ໂຮ່ອານຟອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຊີ້ແຈ້ງວ່າ ສຳລັບການທ່ອງທ່ຽວ, ສື່ມວນຊົນແມ່ນ “ຂົວເຊື່ອມຕໍ່” ລະຫວ່າງຈຸດນັດພົບກັບແຂກທ່ອງທ່ຽວ; ລະຫວ່າງຄຸນຄ່າວັດທະນະທຳກັບຕະຫຼາດ; ລະຫວ່າງພາບພົດຂອງປະເທດຊາດຕໍ່ປະຊາຄົມສາກົນ.
“ພວກເຮົາຕ້ອງສືບຕໍ່ເຮັດແຈ້ງບົດບາດຂອງສື່ມວນຊົນຕໍ່ກັບການຊຸກຍູ້ການພັດທະນາການທ່ອງທ່ຽວຢູ່ ຫວຽດນາມ. ສື່ມວນຊົນ ແລະ ວິສາຫະກິດທ່ອງທ່ຽວມີການກະທົບໜູນຊ່ວຍເຊິ່ງກັນ ແລະ ກັນຄືດັ່ງລະບົບຊີວະພາບ. ສື່ມວນຊົນກໍ່ປະກອບສ່ວນແກ້ໄຂບັນດາບັນຫາການສື່ສານທີ່ສົ່ງຜົນສະທ້ອນເຖິງເຄື່ອງໝາຍການຄ້າ, ສະໜັບສະໜູນການເລີ່ມປະກອບການທຸລະກິດຂອງວິສາຫະກິດ, ຮ່ວມເດີນທາງໃນບັນດາການເຄື່ອນໄຫວດຳເນີນທຸລະກິດທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ”.
(ແຫຼ່ງຄັດຈາກ VOV)