• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ “ດອກ​ກຸຫຼາບ​​ເຫຼັກ​” ຢູ່ກອງ​ແມ່​ຍິງ​ເກັບ​ກູ້​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ​ຢູ່ ກວ໋າງ​ຈິ ຫວຽດ​ນາມ

ກວ໋າງຈິ ແມ່ນດິນແດນແຫ່ງອົງອາດກ້າແກ່ນ, ເຊິ່ງເປັນບ່ອນທີ່ຖືກຖີ້ມລະເບີດນັບລ້ານໂຕນໃນປາງສົງຄາມຍາດເອົາເອກະລາດແຫ່ງຊາດ, ປັດຈຸບັນນີ້ ກໍຍັງຄົງມີລູກລະເບີດນັບແສນລູກທີ່ຍັງບໍ່ທັນແຕກ. ໃນວິວັດການກຳຈັດມົນລະພິດໃຫ້ແກ່ດິນແດນແຫ່ງນີ້, ມີແມ່ຍິງຫຼາຍຄົນຍັງຍ່າງກ້າວໄປໃນທ່າມກາງຄວາມອັນຕະລາຍນີ້ໃນແຕ່ລະວັນ ເພື່ອສ້າງຊີວິດໃໝ່. ເຂົາເຈົ້າເປັນບັນດາ “ດອກກຸຫຼາບເຫຼັກ” ໃນຖັນແຖວແມ່ຍິງເກັບກູ້ລະເບີດທີ່ຍັງບໍ່ທັນແຕກທຳອິດຢູ່ ຫວຽດນາມ.

ໂດຍເລີ່ມອອກເດີນທາງແຕ່ 5 ໂມງເຊົ້າ. ໃນການເດີນທາງ, ທ່ານນາງ ຫງວຽນທິຫາຍເວິນ ຫົວໜ້າກອງເກັບກູ້ລູກລະເບີດທີ່ຍັງບໍ່ທັນແຕກ ຂອງໂຄງການ NPA/Renew ໄດ້ສະຫລະເວລາຈັດແບ່ງໜ້າທີ່ໃຫ້ແກ່ບັນດາສະມາຊິກ.

“ມື້ນີ້, ທິມງານຂອງເຮົາເຄື່ອນໄຫວຢູ່ເຂດສະໜາມ 409  063, ຂ້າພະເຈົ້າຂໍແບ່ງວຽກຄືແນວນີ້: ກຸ່ມທີ 1: ທູເວິນ, ເກີມຍຸງ; ກຸ່ມທີ 2: ຮົ່ງເວິນ, ທູຮົ່ງ. ກ່ອນລົງມືເຮັດ, ພວກນ້ອງຕ້ອງປະຕິບັດຂໍ້ກຳນົດກ່ຽວກັບຄວາມປອດໄພຢູ່ພາກສະໜາມຢ່າງເຂັ້ມງວດ. ໃນໄລຍະເຮັດວຽກ, ຖ້າເກີດອຸບັດຕິເຫດຈະສົ່ງໄປໂຮງໝໍ ຢໍລິງ ເພື່ອເຂົ້າປິ່ນປົວສຸກເສີນ. ພວກນ້ອງມີຫຍັງຖາມບໍ? ພວກເຮົາເລີ່ມລົງມືເຮັດເດີ”.

  ທ່ານນາງ ຫງວຽນທິຫາຍເວິນ ຫົວໜ້າກອງເກັບກູ້ລູກລະເບີດທີ່ຍັງບໍ່ທັນແຕກ ຈັດແບ່ງໜ້າວຽກໃຫ້ບັນດາສະມາຊິກໃນກອງ (ພາບ: cand.com.vn)  

ໃນສະພາບອາກາດທີ່ແດດຮອດເອົ້າຂອງລະດູຮ້ອນ, ໃບໜ້າຂອງພະນັກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ 15 ຄົນ ໃນໂຄງການ NPA/ Renew ກໍແດງໄປໝົດ, ເຫື່ອໄຫຼໄຄຍ້ອຍປຽກໝົດເສື້ອ.  ຄວາມສຸມຈິດສຸມໃຈເຮັດວຽກເຮັດໃຫ້ບັນຍາກາດຢູ່ເຂດອ້ອມຂ້າງມິດງຽບ, ມີແຕ່ສຽງເຄື່ອງສຳຫຼວດລະເບີດທີ່ຍັງບໍ່ທັນແຕກ... ດ້ວຍບັນດາຂັ້ນຕອນຊ້ຳໄປຊ້ຳມາໃນແຕ່ລະມື້, ຮຽກຮ້ອງໃຫ້ພະນັກງານແຕ່ລະຄົນຕ້ອງເຄື່ອນໄຫວບໍ່ພຽງແຕ່ດ້ວຍລະບົບປະສາດເຫຼັກເທົ່ານັ້ນ ຫາກຍັງຕ້ອງປະຕິບັດດ້ວຍລະບຽບວິໄນຢ່າງເຂັ້ມງວດອີກດ້ວຍ. ພາຍຫຼັງສິ້ນສຸດຜຽນເຮັດວຽກ, ເອື້ອຍ ຟານທິທູເຮືອງ ພ້ອມດ້ວຍໝູ່ຮ່ວມກົມກອງໄດ້ພົບເຫັນມີສັນຍານບົ່ງບອກວ່າມີວັດຖຸລະເບີດຢູ່ບາງຈຸດ.

“ນີ້ແມ່ນເຂດປ່າແປກ, ແຕ່ລະມື້ມີປະຊາຊົນຫຼາຍຄົນມາເຮັດວຽກຢູ່ນີ້. ແຕ່ຢູ່ໃຕ້ຊັ້ນດິນນັ້ນ ແມ່ນບັນດາຜືນທຸງສີແດງ, ພວກຂ້າພະເຈົ້າພົບເຫັນມີສັນຍາບົ່ງບອກວ່າ ອາດຈະມີວັດຖຸລະເບີດທີ່ຍັງເຫຼືອໄວ້ຢູ່ໃຕ້ດິນ”.

ວຽກງານຂອງບັນດາເອື້ອຍນ້ອງພະນັກງານເກັບກູ້ລະເບີດແມ່ນບໍ່ໃຫ້ມີບ່ອນຜິດພາດ. ຖ້າພັ້ງພາດໜ້ອຍໜຶ່ງກໍອາດຈະເຮັດໃຫ້ຕົນເອງ ຫຼືຄົນອ້ອມຂ້າງເສຍຊີວິດກໍເປັນໄດ້. ຍ້ອນເຫດນັ້ນ, ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກແມ່ນວຽກງານທີ່ບໍ່ມີໂອກາດແກ້ຄວາມຜິດພາດ.

  ເຖິງວ່າອັນຕະລາຍ ແຕ່ເຂົາເຈົ້າບໍ່ຫວາດຫວັນກັບວຽກງານນີ້ ເຊິ່ງໝູນໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອປະຕິບັດໜ້າທີ່ໃຫ້ເປັນຢ່າງດີທີ່ສຸດ (ພາບ: cand.com.vn)  

ພາຍຫຼັງປະຕິບັດການເກັບກູ້ລະເບີດທີ່ຍັງບໍ່ທັນແຕກມາໄດ້ 2 ເດືອນກວ່າ ໃນເນື້ອທີ່ເກືອບ 100.000 ຕາແມັດ, ຢູ່ເຂດ ເຕິນວິ້ງ, ດົງຮ່າ, ກອງເກັບກູ້ລະເບີດດັ່ງກ່າວໄດ້ຄົ້ນພົບວັດຖຸລະເບີດກວ່າ 150 ຢ່າງ ແລະລະເບີດລູກຫວ່ານກວ່າ 80 ລູກ. ນີ້ແມ່ນເຂດຖືກມົນລະພິດຢ່າງໜັກໜ່ວງ. ເອື້ອຍ ຫງວຽນທິຫາຍເວິນ ໃຫ້ຮູ້ຕື່ມອີກວ່າ:

“ພວກຂ້າພະເຈົ້າເກັບກູ້ລະເບີດໄດ້ໃນເກືອບ 700.000 ຕາແມັດແລ້ວ. ໄດ້ຄົ້ນພົບວັດຖຸລະເບີດປະເພດຕ່າງໆກວ່າ 150 ຢ່າງ, ເຊັ່ນ: ລູກປືນ, ໝາກແຕກ, ລູກປືນໃຫຍ່... ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າຍັງຄົ້ນພົບໝາກແຕກ ແລະລູກປືນ,ລະເບີດລູກຫວ່ານ 80 ລູກອີກດ້ວຍ”.

ວັດຖຸລະເບີດແຕ່ລະຢ່າງທີ່ໄດ້ຄົ້ນພົບ ແລະ ທຳລາຍສຳເລັດໃນແຕ່ລະຜຽນເຮັດວຽກນັ້ນ ແມ່ນຄວາມພູມໃຈ, ຄວາມເອກອ້າງທະນົງໃຈຂອງບັນດາພະນັກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກເພດຍິງ, ເພາະວ່າ ເຂົາເຈົ້າຖືວ່າ ມື້ຕໍ່ມາ, ປະຊາຊົນຢູ່ທີ່ນີ້ຈະສາມາດເຮັດໄຮ່ເຮັດສວນທຳມາຫາກິນໄດ້ຢ່າງປອດໄພຢູ່ດິນແດນຂອງຕົນ.

“ກ່ອນອື່ນໝົດແມ່ນຄວາມປອດໄພ, ສ້າງໂອກາດໃຫ້ປະຊາຊົນທຳມາຫາກິນ, ມີໂອກາດພັດທະນາ ແລະ ອຸ່ນອ່ຽນໃຈປູກຝັງຢູ່ດິນແດນແຫ່ງນີ້”.

“ໃນແຕ່ລະມື້, ເມື່ອພວກຂ້າພະເຈົ້າໄດ້ຈັດການແກ້ໄຂເກັບກູ້ບັນດາໝາກໝິ່ນ, ລູກປືນ, ປະຊາຊົນດີໃຈຫຼາຍ ເພາະວ່າເຂົາເຈົ້າໄດ້ອຸ່ນອ່ຽນໃຈປູກຝັງໃນທົ່ງໄຮ່ທົ່ງນາຂອງຕົນ. ນັ້ນກໍແມ່ນກຳລັງໜູນເພື່ອໃຫ້ພວກຂ້າພະເຈົ້າປະຕິບັດໜ້າທີ່”.

ບັນດາແມ່ຍິງຄີງບາງຮ່າງນ້ອຍໃນກອງແມ່ຍິງເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ຕ້ອງອອກຈາກເຮືອນແຕ່ຮຸ່ງເຊົ້າ ແລະ ປະເຊີນໜ້າກັບຄວາມອັນຕະລາຍໃນແຕ່ລະວັນ ແຕ່ເຂົາເຈົ້າຍັງທຸ່ມກາຍທຸ່ມໃຈ ເພາະວ່າເຂົາເຈົ້າມີຄວາມເຂົ້າໃຈວ່າ ໃນຕອນດິນທີ່ເຂົາເຈົ້າພວມຢືນຢູ່ນັ້ນແມ່ນຄວາມປອດໄພຂອງນັບຮ້ອຍຄອບຄົວອື່ນອີກ. ກວ່າ 10 ປີຜ່ານມາ, ເນື້ອທີ່ດິນນັບແສນຕາແມັດ ໄດ້ຮັບການກຳຈັດມົນລະພິດ. ບັນດາທົ່ງນາສຸກເຫຼືອງ, ຕົ້ນໄມ້ຂຽວອຸ່ມທຸ່ມ, ໂຮງຮຽນແຫ່ງຕ່າງໆທີ່ເຕັມໄປດ້ວຍສຽງຫົວຂອງເດັກນ້ອຍ ໄດ້ເປັນພະຍານຫຼັກຖານໃຫ້ແກ່ບັນດາຄວາມມານະພະຍາຍາມປັບປຸງເຂດດິນທີ່ຖືກມົນລະພິດຢ່າງໜັກໜ່ວງນີ້ຄືນໃໝ່. ເມື່ອຢູ່ໃຕ້ຊັ້ນດິນ ກວ໋າງຈິ ຍັງມີລູກລະເບີດນັ້ນ, ບັນດາ “ດອກກຸຫຼາບເຫຼັກ” ກໍໄດ້ໝົກໝຸ້ນໃນແຕ່ລະບາດຍ່າງ, ໃນແຕ່ລະວັນ ເພື່ອໃຫ້ດິນແດນຂອງບ້ານເກີດເມືອງນອນມີພະລັງຊີວິດໃໝ່, ເພື່ອໃຫ້ເດັກນ້ອຍໄດ້ເຕີບໃຫຍ່, ລະຫຼີ້ນຢ່າງປອດໄພໃນເຂດຊົນນະບົດທີ່ສະຫງົບງຽບ./.

(ແຫຼ່ງຄັດຈາກ VOV)

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ວັນທີ 19 ກໍລະກົດ ແມ່ນຄົບຮອບ 1 ປີແຫ່ງວັນເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ໄລຍະຜ່ານມາ, ປະຊາຊົນທຸກຊັ້ນວັນນະ, ພະນັກງານ, ສະມາຊິກພັກ ຍັງມີຄວາມອາໄລອາວອນ, ເຄົາລົບນັບຖືການນຳຜູ້ດີເລີດຂອງພັກຄອມມູນິດ ຫວຽດນາມ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງປະເທດຊາດ.

Top