• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີວາງພວງມາລາ, ພິທີໄຫວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ບັນດາຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບບັນດາລູກຜູ້ດີເດັ່ນຂອງຊາດ ທີ່ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດເພື່ອພື້ນຖານສັນຕິພາບ, ເອກະລາດ
  ທ່ານນາຍົກລັດຖະມົນຕີ ເລມິນຮຶງ ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ບັນດາຜູ້ແທນ ເຂົ້າຮ່ວມພິທີວາງພວງມາລາ (ພາບ: VGP)  

ຕອນ​ເຊົ້າ​ວັ​ນ​ທີ 23 ພຶດ​ສະ​ພາ, ຢູ່​ເຂດ​ສຸ​ສານ​ນັກ​ຮົບ​ເສ​ຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາ​ດ​ເສັ້ນ​ທາ​ງ​ເລກ 9, ແຂ​ວາງ ກວາງ​ຈິ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມພິ​ທີວາງ​ພວງ​ມາ​ລາ, ພິ​ທີ​ໄ​ຫວ້​ອາ​ໄລ, ປົງອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ຢູ່ ລາວ ໃນ​ປາງ​ສົງ​ຄາມ 28 ​ອັດ​ຖິ. ພິ​ທີ​ໂດຍ​ຄະ​ນະ​ພັກ​ແຂວງ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແຂວງ ກວາງ​ຈິ ຈັດ​ຂຶ້ນ. ເຂົ້າ​ຮ່ວມ​ເຫດ​ການ​ຍັງ​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ສູນ​ກາງ ແລະ ທ້ອ​ງ​ຖິ່ນ; ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ແຂວງ ສະ​ຫວັ​ນ​ນະ​ເຂດ ແລະ ຄຳ​ມ່ວນ ຂອງ ລາວ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ແລະ ບັນ​ດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ກັບ​ບັນ​ດາ​ລູກ​ຜູ້​ດີ​ເດັ່ນ​ຂອງ​ຊາດ ທີ່​ຕໍ່​ສູ້​ຢ່າງ​​ພິ​ລະ​ອາດ​ຫານ, ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ພື້ນ​ຖານ​ສັນ​ຕິ​ພາບ, ເອ​ກະ​ລາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ພັນ​ທະ​ສາ​ກົນ​ອັນ​ສູງ​ສົ່ງ, ປະ​ກອບ​ສ່ວນ​ເພີ່ມ​ພູມ​​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ແລະ ນ້ຳ​ໃຈ​ສາ​ມັກ​ຄີ​ສັດ​ຊື່​ບໍ​ລິ​ສຸດ​ລະ​ຫວ່າງ 2 ຊາດ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.

Top