• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ຫວຽດນາມ - ອີຢູ ໃຫ້ພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ

ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ທີ່ໄດ້ຮັບການຜັນຂະຫຍາຍໃນຊຸມປີຜ່ານມາ ໄດ້ປະກອບສ່ວນສຳຄັນເພື່ອນຳການພົວພັນຮ່ວມມືດ້ານການຄ້າລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່.
(ແຫຼ່ງຄັດຈາກ VOV)
  ທ່ານ ຫງວຽນຮົ່ງຢຽນ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Bruno Jaspaert, ປະທານສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (ພາບ: TTXVN)  

ຕອນ​ບ່າຍ​ວັນ​ທີ 22 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ທ່ານ ຫງວຽນ​ຮົ່ງ​ຢຽນ, ຮອງ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ປະ​ຈຳ ຫວຽດ​ນາມ (EuroCham) ໂດຍ​​ທ່ານ Bruno Jaspaert, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ ປະ​ຈຳ ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຮົ່ງ​ຢຽນ ເນັ້ນ​ໜັກ​ວ່າ ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາ​ບ ເອີ​ລົບ (EVFTA) ທີ່ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ຊຸມ​ປີ​ຜ່ານ​ມາ ໄດ້​ປະ​ກອ​ບ​ສ່ວນ​ສຳ​ຄັນ​ເພື່ອ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ 2 ຝ່າຍ​ໃຫ້​ຂຶ້​ນ​ສູ່​ລະ​ດັບ​ສູງ​ໃໝ່. ພິ​ເສດ, 2 ຝ່າຍ​ໄດ້​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ໃນ​ເດືອນ ມັງ​ກອນ 2026. ອີ​ຢູ ກໍ່​ແມ່ນ​ຄູ່​ຄ້າ​ໃຫຍ່​ທີ 4, ແມ່ນ​ນັກ​ລົງ​ທຶນ​ໃຫຍ່​ທີ 5 ໃນ​ໂລກ​ຂອງ ຫວຽດ​ນາມ. ທ່ານ​ສະ​ເໜີ​​ໃຫ້​ຄະ​ນະ​ກຳ​ມະ​ການ ເອີ​ລົບ (ອີ​ຊີ) ຍົກ​ເລີກ “​ບັດ​ເຫຼືອງ” IUU (ການຕ້ານການຫາ​ປາ​ຢ່າງ​ຜິດ​ກົດ​ໝາຍ, ບໍ່​ລາຍ​ງານ ແລະ ບໍ່​​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ) ສຳ​ລັບ​ການ​ສົ່ງ​ອອກ​ສິນທະເລ​ຂອງ ຫວຽດ​ນາມ; ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ແຫຼ່ງ​ທຶນ, ເຕັກ​ໂນ​ໂລ​ຊີ, ບຳ​ລຸ​ງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ… ຢ່າງສູງ​ສຸດ​.

ສ່ວນ​ທ່ານ​ປະ​ທານ Bruno Jaspaert ຢືນ​ຢັນ​ວ່າ ອີ​ຢູ ສາມາດ​ໜູນ​ຊ່ວຍ ຫວຽດ​ນາມ ດ້ານ​ແຫຼ່ງ​ທຶນ, ເຕັກ​ໂນ​ໂລ​ຊີ​ເພື່ອ​ຊ່ວຍ​ໃຫ້ ຫວຽດ​ນາມ ບັນ​ລຸ​ໄດ້​ເປົ້າ​ໝາຍ​ການເຕີບໂຕໂດຍໄວ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ກອງປະຊຸມລັດຖະມົນຕີການຄ້າ APEC ຢູ່ ຊູເຈົາ (ຈີນ)

ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.

Top