ທ່ານ Ahmed al – Sharaa ການນຳຊົ່ວຄາວ ຊີຣີ ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ເຫັນດີຕໍ່ຄຳສັ່ງຢຸດຍິງ ໂດຍ ອາເມລິກາ ເປັນກາງໄກ່ເກ່ຍ.
ສຳນັກງານກອງບັນຊາການກອງທັບ ຊີຣີ ຢູ່ Damascus ຖືກພັງທະລາຍ ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ (ພາບ: THX/TTXVN)
ຂໍ້ມູນດັ່ງກ່າວ ໂດຍທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຕວັກກີ, Tom Barrack, ຢັ້ງຢືນໃນຕອນເຊົ້າວັນທີ 19 ກໍລະກົດ. ຕາມທ່ານ Barrack, ແລ້ວ, ຂໍ້ຕົກລົງນີ້ໄດ້ຮັບການສະໜັບສະໜູນຈາກ ຕວັກກີ, ປະເທດໜູນຫຼັງໃຫ້ແກ່ອຳນາດການປົກຄອງຊົ່ວຄາວຢູ່ ຊີຣີ, ກໍຄືປະເທດບ້ານໃກ້ເຮືອນຄຽງ ຈໍແດນ. ທ່ານ Barrack ຮຽກຮ້ອງໃຫ້ຊາວ Druze, Bedouin ແລະ Sunni “ວາງອາວຸດລົງ ແລະ ພ້ອມກັບບັນດາກຸ່ມຊົນເຜົ່າສ່ວນໜ້ອຍອື່ນ ສ້າງສີສັນ ຊີຣີ ຄືນໃໝ່, ຕົກລົງເປັນເອກະພາບໃນສັນຕິພາບ ແລະ ວັດທະນາຖາວອນ ກັບບັນດາປະເທດບ້ານໃກ້ເຮືອນຄຽງ”.
ກ່ອນໜ້ານັ້ນ, ວັນທີ 16 ກໍລະກົດ, ອາເມລິກາ ໄດ້ປະກາດຂໍ້ຕົກລົງ, ຕາມນັ້ນແລ້ວ ຊີຣີ ຖອນກອງທັບລັດຖະບານອອກຈາກ Sweida, ໃຈກາງທາງທິດໃຕ້ ຊີຣີຂອງປະຊາຄົມຊາວເຜົ່າສ່ວນໜ້ອຍ Druze.
(ແຫຼ່ງຄັດຈາກ VOV)