ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີການແລກປ່ຽນຂັ້ນສູງ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.
ການຢ້ຽມຢາມ ສປປ.ເກົາຫຼີ ຂອງທ່ານ ສີຈິ້ນຜິ້ງ, ປະທານປະເທດ ຈີນ ໃນລະຫວ່າງວັນທີ 08 – 09 ມິຖຸນາ ພວມດຶງດູດຄວາມສົນໃຈຂອງຫາງສຽງສາກົນ ໃນສະພາບທີ່ນີ້ແມ່ນການໄປປະຕິບັດງານເຖິງ ພຽງຢາງ ເປັນຄັ້ງທຳອິດຂອງການນຳ ຈີນ ພາຍຫຼັງເວລາ 7 ປີ. ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີການແລກປ່ຽນຂັ້ນສູງ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ.
ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ, ນີ້ແມ່ນໂອກາດເພືຶ່ອໃຫ້ 2 ຝ່າຍເພີ່ມທະວີການພົບປະຢູ່ຂັ້ນສູງສຸດ, ປັບປຸງສາຍພົວພັນທີ່ເປັນມູນເຊື້ອ ແລະ ປຶກສາຫາລືບັນດາການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ. ການຢ້ຽມຢາມແມ່ນເພື່ອປະກອບສ່ວນຮັກສາຄວາມສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)