ວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວກະສິກອນ ຫວຽດນາມຄັ້ງທີ IX ໄດ້ຈັດວາລະໄຂກອງປະຊຸມໃຫຍ່.
ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກດ້ວຍບັນດາເນື້ອໃນ: ຮັບຟັງບົດລາຍງານຫຍໍ້ໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ VIII, ອາຍຸການ 2023 – 2028, ເປີດຕົວຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມ ຄັ້ງທີ IX, ຮັບຮອງເອົາບັນດາດັດຊະນີຫຼັກໃນອາຍຸການ 2026 – 2031, ຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ IX, ອາຍຸການ 2026 – 2031.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 7 ມິຖຸນາຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ IX, ອາຍຸການ 2026 – 2031 ສືບຕໍ່ວັນເຮັດວຽກທີໜຶ່ງດ້ວຍບັນດາເນື້ອໃນຈຸດສຸມ: ປຶກສາຫາລື, ຮັບເອົາຄຳເຫັນ, ອະທິບາຍຄຳເຫັນປະກອບເຂົ້າຮ່ວມກົດລະບຽບສະມາຄົມຊາວກະສິກອນຫວຽດນາມ ສະບັບປັບປຸງ, ເພີ່ມເຕີມ. ບັນດາບົດປຶກສາຫາລືສຸມໃສ່ຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ວິທີການເຄື່ອນໄຫວສະມາຄົມໃນສະພາບການໃໝ່, ຍົກສູງປະສິດທິຜົນຂະບວນການຊາວກະສິກອນຜະລິດ, ດຳເນີນທຸລະກິດເກັ່ງ; ພັດທະນາເສດຖະກິດລວມໝູ່, ຫັນເປັນດີຈີຕອນ, ກະສິກຳສີຂຽວ, ກະສິກຳໝູນວຽນ ແລະ ສ້າງລະບົບມູນຄ່າຜະລິດຕະພັນກະເສດ. ທ່ານ ຫງວຽນວັນກອບ, ປະທານສະມາຄົມຊາວກະສິກອນແຂວງ ອານຢາງ ສະເໜີວ່າ:
ສະມາຄົມຊາວກະສິກອນ ແຂວງອານຢາງ ສະເໜີສູນກາງສະມາຄົມເອົາໃຈໃສ່ຈັດແບ່ງແຫຼ່ງກຳລັງ, ກົນໄກໜູນຊ່ວຍເພື່ອສະມາຄົມຊາວກະສິກອນທຸກຂັ້ນເຂົ້າຮ່ວມການສ້າງຮູບແບບສາຂາ, ກຸ່ມສະມາຄົມອາຊີບຕິດພັນກັບກະສິກຳນຳໃຊ້ເຕັກໂນໂລຢີສູງ, ກະສິກຳໝູນວຽນ. ທີ່ສອງ, ສ້າງເງື່ອນໄຂເພື່ອໃຫ້ບັນດາສາຂາ, ກຸ່ມສະມາຄົມອາຊີບ, ກຸ່ມຮ່ວມມື, ສະຫະກອນເຂົ້າເຖິງແຫຼ່ງທຶນບຸລິມະສິດ, ນະໂຍບາຍສົ່ງເສີມກະສິກຳ, ໜູນຊ່ວຍເຄື່ອງຈັກ, ວັດຖຸອຸປະກອນ, ຫັນເປັນດີຈີຕອນ, ຢັ້ງຢືນມາດຖານ, ລະຫັດເຂດປູກ.
(ແຫຼ່ງຄັດຈາກ VOV)