ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.
ກອງປະຊຸມລັດຖະມົນຕີການຄ້າ APEC (ພາບ: IC)
ກອງປະຊຸມລັດຖະມົນຕີການຄ້າ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ, ຢູ່ນະຄອນ ຊູເຈົາ, ແຂວງ ຈຽງຊູ, ຈີນ. ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ແທນປະມານ 700 ທ່ານທີ່ມາຈາກ 21 ພື້ນຖານເສດຖະກິດ APEC ແລະ ບັນດາອົງການຈັດຕັ້ງສາກົນ.
ເມື່ອກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານ ຫຼີເຈິງກາງ, ຮອງລັດຖະມົນຕີກະຊວງການຄ້າ ຈີນ ເນັ້ນໜັກວ່າ ໃນໄລຍະມີການເໜັງຕິງ, ບັນດາສະມາຊິກຍິ່ງຕ້ອງມານະພະຍາຍາມບັນລຸໄດ້ຄວາມເຫັນດີເຫັນພ້ອມໃຫ້ຫຼາຍກວ່າ ເພື່ອນຳພາພື້ນຖານເສດຖະກິດ ອາຊີ - ປາຊີຟິກ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ເປັນການເພີ່ມຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ເສດຖະກິດທົ່ວໂລກ. ທ່ານໃຫ້ຮູ້ວ່າ ບັນດາຂົງເຂດໃຫ້ບຸລິມະສິດປຶກສາຫາລືລ້ວນແຕ່ຮັບໃຊ້ເປົ້າໝາຍລວມແມ່ນ ສຸມໃສ່ຊຸກຍູ້ວິໄສທັດການພັດທະນາເສດຖະກິດ ອາຊີ - ປາຊີຟິກ ຢ່າງຍາວໄກ.
(ແຫຼ່ງຄັດຈາກ VOV)