• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

“The Innovators-ນຳໜ້າທ່າອຽງ”

ພາຍໃຕ້ຫົວຂໍ້ “The Innovators-ນຳໜ້າທ່າອຽງ” ຂອງ ງານ ສະແດງ ແຟຊັ່ນໂຊ ຂອງ ນັກອອກແບບ 21 ຄົນ ຮຽນຈົບ ໃນ ປີ 2017 ຈາກ ສະຖາບັນອອກແບບ ແລະ ແຟຊັ່ນລອນດອນ ຮ່າໂນ້ຍ ໄດ້ນຳມາຊຶ່ງ ບັນດາຄວາມຮູ້ສຶກ ກ່ຽວກັບ ແຟຊັ່ນລ້ຳ ປະຍຸກ ຕາມແບບສາກົນ ໃຫ້ ຜູ້ທີ່ຫຼົງໄຫຼ ກັບ ອາພອນສະໄໝ ນັບຫຼາຍພັນຄົນ. ງານດັ່ງກ່າວ ໄດ້ຮັບການຈັດຂຶ້ນ ໃນຕົ້ນ ເດືອນ ສິງຫາ ຜ່ານມາ ຢູ່ໂຮງແຮມ  Melia (ຮ່າໂນ້ຍ). 
ງານວາງສະແດງແຕ່ລະຊຸດສະສົມ ຂອງ ບັນດານັກອອກແບບ ເລີ່ມດ້ວຍການສາຍຮູບເງົາແຟຊັ່ນ ເພື່ອຫວນຄືນແນວຄວາມ ຄິດ ແລະ ການສ້າງຊຸດສະສົມ ຂອງ ເຂົາເຈົ້າແບບກະທັດລັດ. ຈາກນັ້ນ ຜູ້ຊົມສາມາດ ຮູ້ສຶກ ໄດ້ເຖິງ ຄວາມຫຍຸ້ງຍາກລຳບາກ ຂອງ ບັນດານັກອອກແບບໜຸ່ມ ບົນເສັ້ນທາງທີ່ຕົນເອງມັກ,ເຖິງ ວ່າຈະປະສົບກັບສິ່ງກີດຂວາງ ນາໆ ປະການກໍຕາມ, ແຕ່ ເຂົາ ເຈົ້າຍັງສືບຕໍ່ ຮັກອາຊີບ ແລະ ມີຄວາມເຊື່ອໝັ້ນ ຢ່າງເຕັມທີ່ ບົນເສັ້ນທາງທີ່ຕົນເອງເລືອກ. 


ສາດສະດາຈານ Douglas Maclennan - ອະດີດຜູ້ ອຳນວຍ ການ ບັນດາໂຄງການຮ່ວມມືສາກົນ, ມະຫາວິທະຍາໄລ Northumbria (ອັງກິດ)
ທັງເປັນທີ່ປຶກສາ ບັນດາໂຄງການ ບຳ ລຸງສ້າງ LCDF ກ່າວປາໄສ ເປີດງານວາງສະແດງ. 



ຄືນສະແດງແຟຊັ່ນໂຊ  “The Innovators-ນຳໜ້າທ່າອຽງ” 2017. 


ຊຸດສະສົມ “ບັນຍາກາດໂຫລາສາດ” ຂອງນັກອອກແບບ ເລທິເຟືອງແທງ

ຄືນສະແດງແຟຊັ່ນໂຊ ທຳອິດ ໄດ້ແນະນຳ 11 ຊຸດສະສົມ ຂອງ ບັນດານັກອອກແບບໜຸ່ມ. ໃນຈຳນວນນັ້ນ, ໜ້າສົນໃຈ ແມ່ນ ຊຸດສະສົມ “ຕື໋ຝູ” ຂອງ ນັກອອກແບບ ຫວູເຕື່ອງວີ ໄດ້ນຳເອົາ ຄວາມຄິດສ້າງສັນ ຈາກຄວາມເຊື່ອຖື ບູຊາເຈົ້າແມ່ ຂອງ ຄົນ ຫວຽດ. ລາວໄດ້ນຳໃຊ້ໂຄງປະກອບ, ສີສັນ, ວັດຖຸທາດ ແລະ ຮູບຖານ ຂອງ ເຄື່ອງສັງຄະທານ ທີ່ເປັນເຈ້ຍ ຊຶ່ງເປັນເຄື່ອງບູ ຊາ ທີ່ຂາດບໍ່ໄດ້ ໃນຄວາມເຊື່ອຖືເຈົ້າແມ່ ເວົ້າລວມ ກໍຄື ໃນວັດ ທະນະທຳ ຂອງ ຄົນຫວຽດ ເວົ້າສະເພາະ, ປະສົມປະສານກັບ textile 3D ທີ່ເປັນເອກະລັກ ແລະ ລາຍດອກ ປະດັບເອ້ມີລັກ ສະນະຮູບປະພັນ ແລະ ວັດຖຸທາດທີ່ເປັນສັນຍະລັກ ເພື່ອສ້າງ ຊຸດສະສົມ ທີ່ສະຫງວນໃຫ້ຊາຍ-ຍິງ ໃນໄວແຕ່ 22-32 ປີ.

ໃນເວລາດຽວກັນ, ຊຸດສະສົມ “Sonia Delaunay” ຂອງ ນັກ ອອກແບບ ກາວຫງອກເຈີມ ລວມມີບັນດາຊຸດລາຕີ ຂອງ ສຸ ພາບສະຕີ ຊຶ່ງໄດ້ແຮງບັນດານໃຈ ຈາກນັກຈິດຕະກອນຍິງຊາວ ຝຣັ່ງ ທີ່ມີຊື່ດຽວກັນ ແລະ ບັນດາຜົນການປະດິດແຕ່ງ ສິລະປະ ທີ່ບໍ່ມີຕົນຕົວຂອງເພິ່ນ. ສ້າງຄວາມປະທັບໃຈທີສຸດ ແມ່ນ ຕ້ອງ ກ່າວເຖິງ ຊຸດສະສົມ “Trolls” ທີ່ເອົາແນວຄວາມຄິດສ້າງ ສັນ ຈາກ ບ່ອນ ຈັດການຖ່າຍທຳ ແລະ ບັນດາຕົວລະຄອນ ໃນ ຮູບ ເງົາ Trolls ຂອງ ບໍລິສັດ Dreamworks ຂອງ ນັກອອກ ແບບ ບຸ່ຍຖາວນາມ ກັບສີສັນທີ່ສົດໃສ ປະສານສົມທົບກັບ ການປັກ ແສ່ວ, ຕິດໝາກປັດ ມຸ່ງສູ່ກຸ່ມລູກຄ້າຊາວໜຸ່ມ ທີ່ໃຊ້ຊີວິດຢູ່ ປະ ເທດອັງກິດ, ສ. ອາເມລິກາ ແລະ ຍີ່ປຸ່ນ.

ນອກນີ້, ບັນດາຊຸດສະສົມທີ່ປະດິດຂຶ້ນ ຈາກສິ່ງຕ່າງໆ ໃກ້ຊິດ ກັບຊີວິດປະຈຳວັນເຊ່ັນ: “ບັນຍາກາດໂຫລາສາດ” ເອົາຄວາມ ຄິດສ້າງສັນຈາກ 12 ກຸ່ມດວງດາວໃນໂຫລາສາດ ຂອງ ນັກ ອອກແບບ ເລທິເຟືອງແທງ, “ບໍ່ມີຂອບເຂດ” ທີ່ເອົາຄວາມຄິດ ສ້າງສັນ ຈາກສ່ວນລະອຽດແນບນຽນຂອງໂມງ ແລະ ຄວາມ ໝາຍກ່ຽວກັບການເວລາ ຂອງນັກອອກແບບ ດັ້ງເງິນຮ່າ ແລະ “ເລື່ອງລາວກ່ຽວກັບໝາກລຸກສາກົນ” (Checkmate) ທີ່ເອົາ ຄວາມຄິດສ້າງສັນ ຈາກການຫຼິ້ນໝາກລຸກ ຂອງນັກອອກແບບ ໂຕໜື້ຫງອກຮ່າ... ໄດ້ນຳມາຜົນສຳເລັດ ໃຫ້ແກ່ຄືນສະແດງ ແຟຊັ່ນໂຊ.

ຖ້າຫາກວ່າ ບັນດາຊຸດສະສົມ ທີ່ສະເໜີໃນຄືນທຳອິດ ສ່ວນ ຫຼາຍໄດ້ຮັບການອອກແບບ ດ້ວຍສີສັນທີ່ສົດໃສ, 10 ຊຸດສະ ສົມ ໃນການສະແດງ ຄືນທີສອງ ພັດອ່ຽງໄປທາງ ສີມືດເຂັ້ມ. ໃນການສະແດງຄັ້ງນີ້, ຜູ້ຊົມໄດ້ທ່ຽວຊົມ ເມືອງ ໂຮ້ຍອານ ຂອງ ຫວຽດນາມ ຜ່ານຊຸດສະສົມ “Eastern Grace” ຂອງນັກອອກ ແບບ ໂງທິຮ່າຈາງ ເຖິງ ນະຄອນ ໂຣມ ຂອງ ອີຕາລີ ກັບຊຸດສະ ສົມ “ການພັກຜ່ອນຢູ່ ໂຣມ” ຂອງນັກອອກແບບ ເລແອ໋ງຈີ. ເຂົາເຈົ້າສາມາດໄດ້ຜ່ານປະສົບການ ຕົວຈິງ ໃນການ ຊອກຮູ້ ວັດທະນະທຳຕ້ອນຮັບປີໃໝ່ປະຈຳຊາດ ຢູ່ທະວີບອາຊີ ກັບ ບັນດາສັນຍະລັກຂອງຄວາມໂຊກດີ, ສະຫງົບສຸກ  ແລະ ວັດ ຖະນາຖາວອນ ໂດຍຜ່ານຊຸດສະສົມ “ບຸນປີໃໝ່ປະຈຳຊາດ” ຂອງ ນັກອອກແບບ ໂດ໊ທິເວິນແອງ, ໂດຍໝູນອ້ອມມ້າ ໄມ້ ສະ ໄໝ Victoria ທີ່ເອີຣົບ ໂດຍຜ່ານຊຸດສະສົມ “Carousel” ຂອງ ນັກອອກແບບ ໂງເຢືອງຖາວຍີ.

ພ້ອມດຽວນັ້ນ, ຜູ້ຊົມຍັງໄດ້ຜ່ອນຄາຍອາລົມ ກັບ ດົນຕີ ທີ່ບໍ່ ອາດຈາງຫາຍໄປ ຕາມວັນເວລາ ຂອງ ນັກດົນຕີ Beethoven ໂດຍຜ່ານຊຸດສະສົມ “ຮູບຊົງຂອງນຳ້ສຽງ” ຂອງ ນັກອອກແບບ ຫງວຽນແຄ໋ງທື ແລະ ຈັງຫວະທີ່ຟົດຟື້ນ ກັບຊຸດສະສົມ “Glam rock” ທີ່ມີແຮງບັນດານໃຈ ຈາກບົດດົນຕີ ທີ່ມີຊື່ດຽວກັນ ແລະ ແຟຊັ່ນໃນທົດສະວັດ 70 ຂອງນັກອອກແບບ ໂງຮົ່ງມິງ. ພິເສດ ແມ່ນຊຸດສະສົມ “ແມ່ເປັ້ງເຜິ້ງ” ຂອງນັກອອກແບບ ໂງທິຕວ໋ຽດ ເວິນ ກັບວິທີຕັດ ແລະ ຮູບຊົງທີ່ ໂດດເດັ່ນ ແລະ ການສົມທົບ ຢ່າງອຸດົມຫຼາກຫຼາຍ ຂອງບັນດາວັດຖຸທາດ ແລະ textile ທີ່ ແນບນຽນ ຊຶ່ງສະແດງອອກ ໃຫ້ເຫັນຈາກການ ປະກອບທີ່ສັບ ສົນ ແລະ ຫຼາກຫຼາຍສີສັນ ຂອງ ໂຕເຜີ້ງ ໄດ້ສ້າງ ຄວາມປະທັບ ໃຈ ຕໍ່ຜູ້ຊົມ ຊຶ່ງສື່ໃຫ້ເຫັນວ່າ ມະນຸດຕ້ອງມີ ຄວາມ ຮັບຜິດຊອບ ໃນ ການປົກປັກຮັກສາສິ່ງແວດລ້ອມ.

ອາດເວົ້າໄດ້ວ່າ ຊຸດສະສົມ 21 ຊຸດ ກັບບັນດາເລື່ອງລາວ ກ່ຽວ ກັບ ແຟຊັ່ນ ຊຶ່ງບັນດານັກອອກແບບໜຸ່ມ ເລົ່າເລື່ອງ ດ້ວຍວິທີທີ່ ແຕກຕ່າງກັນ. ທ່ານນາງ Donna Bramhall-ຄູສອນຂະແໜງ ການອອກແບບແຟຊັ່ນ, ເປັນຜູ້ນຳພາ ນັກສຶກສາໂດຍກົງ ໃນ ລາຍການສະແດງແຟຊັ່ນໂຊປີນີ້ ໃຫ້ຮູ້ວ່າ: “ດ້ວຍຊ່ວງເວລາ ຝຶກຝົນຫຼໍ່ຫຼອມພຽງສອງປີ, ມີຊາວໜຸ່ມຫຼາຍຄົນ ມີຈຸດເລີ່ມຕົ້ນ ແຕ່ຕົວເລກ 0 ກ່ຽວກັບແຟຊັ່ນ, ແຕ່ຜົນສຳເລັດ ທີ່ເຂົາເຈົ້າ ບັນ ລຸໃນບັດນີ້ ໄດ້ກາຍເປັນສິ່ງທີ່ໜ້າຊື່ນຊົມຢ່າງແທ້ຈິງ.
ຊຸດສະສົມ “Trolls” ຂອງນັກອອກແບບ ບຸ່ຍຖາວນາມ

ຊຸດສະສົມ “Sonia Delaunay” ຂອງ ນັກອອກແບບ ກາວຫງອກເຈິມ

ຊຸດສະສົມ “ບໍ່ມີຂອບເຂດ” ຂອງນັກອອກແບບ ດັ້ງເງິນຮ່າ

ຊຸດສະສົມ “ບັນຍາກາດໂຫລາສາດ” ຂອງນັກອອກແບບ ເລທິເຟືອງແທງ

ຊຸດສະສົມ “ຕື໋ຝູ” ຂອງ ນັກອອກແບບ ຫວູ້ເຕື່ອງວີ

ຊຸດສະສົມ “ບຸນປີໃໝ່ປະຈຳຊາດ” ຂອງນັກອອກແບບ ໂດ໊ທິ ເວິນແອງ

ຊຸດສະສົມ “ການພັກຜ່ອນຢູ່ ໂຣມ” ຂອງນັກອອກແບບ ເລແອ໋ງຈີ

ຊຸດສະສົມ “Carousel” ຂອງນັກອອກແບບ ໂງເຢືອງຖາວຍີ

ຊຸດສະສົມ “Glam rock” ຂອງນັກອອກແບບ ໂງຮົ່ງມິງ

ຊຸດສະສົມ “ຮູບຊົງຂອງນຳ້ສຽງ” ຂອງນັກອອກແບບ ຫງວຽນ ແຄ໋ງທື

ຊຸດສະສົມ “Eastern Grace” ຂອງນັກອອກແບບ ໂງທິຮ່າຈາງ

ຊຸດສະສົມ “ແມ່ເປັ້ງເຜີ້ງ” ຂອງນັກອອກແບບ ໂງທິຕວ໋ຽວເວິນ

ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top