• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

Takashi Niwa-ນັກສະຖາປານິກຂອງ ບັນດາກິດຈະກຳຂຽວ

ເມື່ອເວົ້າເຖິງນັກສະຖາປານິກຄົນ ຍີ່ປຸ່ນ Takashi Niwa, ຊາວ ຫວຽດນາມ ມັກເອີ້ນລາວເປັນ “ຫົວໜ້າ ວົງດົນຕີ” ຂອງບັນດາ ກິດຈະກຳຂຽວ, ເພາະລາວມັກ ປະຕິບັດຕາມທິດສະດີການກໍ່ສ້າງແມ່ນປະສານສົມທົບ ລະຫວ່າງສະພາບແວດລ້ອມທຳມະຊາດ, ວັດທະນະທຳ ແລະ ມະນຸດໃນກິດຈະກຳແຕ່ລະແຫ່ງ.
ກ່ອນທີ່ໄດ້ເປັນນັກສະຖາປານິກ, ທ້າວ Takashi Niwa, ເກີດ ເມື່ອປີ 1979 ເຄີຍມີຄວາມມຸ່ງຫວັງ ຈະໄດ້ເປັນ ທ່ານໝໍ. ທ້າວ Takashi Niwa ຄິດວ່າ ສອງວຽກງານ ດັ່ງກ່າວ ບໍ່ມີຄວາມກົງກັນຂ້າມ, ນັກສະຖາປານິກ ຜູ້ທີ່ເກັ່ງກ້າ ອາດສາມາດປະກອບ ສ່ວນເຂົ້າໃນການປິ່ນປົວພະຍາດໃຫ້ແກ່ຄົນເຈັບໄດ້.  ໜ້າທີ່ຂອງນັກສະຖາປານິກ ແມ່ນສ້າງສະພາບແວດລ້ອມທີ່ສະດວກສະບາຍໃຫ້ແກ່ຜູ້ທີ່ພວມອາໄສ ຫຼື ເຮັດວຽກຢູ່ທີ່ນັ້ນ.
 
ທ້າວ Takashi Niwa ເນັ້ນໜັກເຖິງທິດສະດີການກໍ່ສ້າງກິດຈະກຳຂຽວແມ່ນ ມະນຸດ, ວັດທະນະທຳ ແລະ ສະພາບແວດລ້ອມທຳມະຊາດ ຈະປະສານເຂົ້າກັນເປັນ ໜຶ່ງດຽວ, ພ້ອມກັນດຳລົງຄົງຕົວໃນຫວ່າງເວຫາລວມ, ນຳມາຊີວິດການເປັນຢູ່ທີ່ດີກວ່າ. 


ທ້າວ Takashi Niwa ເປັນໜຶ່ງໃນ ຈຳນວນ ນັກສະຖາປານິກ ແຖວໜ້າຂອງ ຍີ່ປຸ່ນ ທີ່ພວມເຮັດວຽກ ຢູ່ ຫວຽດນາມ.


ທ້າວ Takashi Niwa ຈະແບ່ງປັນບົດຮຽນກັບເພື່ອນຮ່ວມງານທີ່ເປັນຄົນ ຫວຽດ, ພິເສດແມ່ນກັບນັກສະຖາ
ປານິກໜຸ່ມ.



ບັນດາວັດຖຸທາດທີ່ໃກ້ຊິດກັບຊີວິດການເປັນຢູ່ ໄດ້ ທ້າວ Takashi Niwa ນຳເຂົ້າໃນກິດຈະກຳຫຼາຍແຫ່ງຢູ່ ຫວຽດນາມ.


ທ້າວ Takashi Niwa ແບ່ງປັນກັບນັກສະຖາປານິກ ຫວຽດນາມ ກ່ຽວກັບອຸປະກອນ, ຮູບຈຳລອງ ໃນການ
ກໍ່ສ້າງ ແລະ ອອກແບບ. 



ແຕ່ລະເດືອນ, ທ້າວ Takashi Niwa ໄດ້ຈັດຕັ້ງການ ພົບປະກັບນັກສະຖາປານິກ ຫວຽດນາມ ເພື່ອໂອ້ລົມກັນ, ແລກປ່ຽນບົດຮຽນໃນການອອກແບບດ້ານສະຖາປັດຕະຍາກຳ.


ຫ້ອງການຂອງທ້າວ Takashi Niwa ເປັນສະຖານທີ່
ເຮັດໃຫ້ພະນັກງານສາມາດພັດທະນາດ້ານວິຊາການ, ນຳມາຄຸນຄ່າໃຫ້ແກ່ສັງຄົມ.

ເຄີຍໄດ້ໄປທ່ຽວຫຼາຍບ່ອນຢູ່ ຫວຽດນາມ,​ ທ້າວ Takashi Niwa ຮັບຮູ້ໄດ້ວ່າ ຊີວິດຂອງຄົນ ຫວຽດມີຄວາມສະໜິດຕິດພັນກັບທຳມະຊາດ, ກັບທົ່ງນາ ແລະໃບຫຍ້າຕົ້ນໄມ້. ເພາະສະນັ້ນ ສະພາບແວດລ້ອມ ທຳມະຊາດ ແລະ ຕົ້ນໄມ້ຂຽວໄດ້ລາວນຳເຂົ້າໃນ ກິດຈະກຳຫຼາຍແຫ່ງຢູ່ ຫວຽດນາມ ທີ່ລາວເປັນຜູ້ອອກແບບດ້ານສະຖາປັດຕະຍາກຳ.

ປີ 2013, ລາວກັບເພື່ອນຮ່ວມງານ ໄດ້ອອກແບບໃຫ້ໂຮງຮຽນອະນຸບານຫຼັງໜຶ່ງທີ່ເຂດອຸດສາຫະກຳ ບຽນຮວ່າ, ແຂວງ ດົ່ງນາຍ. ໂຮງຮຽນຫຼັງນີ້ ໄດ້ກໍ່ສ້າງເພື່ອຮັບໃຊ້ໃຫ້ແກ່ເດັກ 500 ຄົນທີ່ເປັນລູກນ້ອງຂອງບັນດາກຳມະກອນທີ່ພວມເຮັດວຽກຢູ່ທີ່ນີ້. ດ້ວຍເນື້ອທີ່ 3.800 ຕະລາງແມັດ, ກິດຈະກຳແຫ່ງນີ້ ໄດ້ອອກແບບດ້ວຍສີຂຽວຂອງຕົ້ນໄມ້, ການສຶກສາຈະມີຄວາມສະໜິດ ຕິດພັນກັບກະສິກຳ. ນີ້ແມ່ນແບບຢ່າງດ້ານສະຖາປັດຕະຍາກຳໃນໂຮງຮຽນທີ່ມີຄວາມໃກ້ຊິດກັບສິ່ງແວດລ້ອມ, ນຳມາຜົນປະໂຫຍດໃຫ້ແກ່ປະຊາຊົນທີ່ພວມອາໄສໃນເຂດອຸດສາຫະກຳ. ເຂົາເຈົ້າບໍ່ພຽງແຕ່ໄດ້ເຮັດວຽກ ແລະ ນອນໃນສະພາບແວດລ້ອມທີ່ດີເທົ່ານັ້ນ, ຫາກຍັງໄດ້ເຈືອຈານເຂົ້າກັບທຳມະຊາດ ພາຍຫຼັງການເຮັດວຽກທີ່ອິດເມື່ອຍອີກດ້ວຍ.

ທ້າວ Takashi Niwa ໃຫ້ຮູ້ວ່າ ມີ 8 ປັດໄຈເພື່ອສ້າງຂຶ້ນກິດຈະກຳແຫ່ງໜຶ່ງ, ນັ້ນແມ່ນ: ສິ່ງແວດລ້ອມ, ວັດທະນະທຳ, ເຕັກໂນໂລຊີ, ອຸປະກອນ, ພະລັງງານ, ຄວາມຮູ້ສຶກ, ການເຄື່ອນໄຫວ, ເວລາ ແລະ ມະນຸດ.

ຕຶກເຮືອນ Nanoco Gallery, ສະຖານທີ່ຈັດຕັ້ງການ ວາງສະແດງດ້ານສະຖາປັດຕະຍາກຳ ທີ່ລາວເປັນຜູ້ອອກແບບ. ບັນດາພາກສ່ວນໃນເຮືອນຫຼັງນີ້ ໄດ້ກໍ່ດ້ວຍດິນຈີ່ ແລະ ທາງນອກໄດ້ປູກຕົ້ນໄມ້ຂຽວຫຼາຍຕົ້ນ. ເຮືອນຫຼັງນີ້ ໄດ້ຮັບລາງວັນ ສະຖາປັດຕະຍາກຳ ຂຽວ ປີ 2016, ລາງວັນກິດຈະກຳຂຽວປີ 2017, ໄດ້ຄັດເລືອກເຂົ້າໃນ ຮອບຊີງຊະນະເລີດທີ່ງານມະໂຫລານ ສະຖາປັດ ຕະຍາກຳ ໂລກ ປີ 2017 ແລະ ລາງວັນ FuturArc Green Leadership 2018.

ກິດຈະກຳຂຽວຈຳນວນໜຶ່ງທີ່ລາວ ເປັນຜູ້ອອກແບບ ດ້ານສະຖາປັດຕະຍາກຳແມ່ນ: ເຮືອນຮັບແຂກຂອງ ເຂດພັກຜ່ອນ ດ້າຍລາຍ, Naman Retreat Resort, Babylon Hotel, Beach Bar, Hay Hay restaurant and bar,  ກຸກເຟືອງ Silver Cloud.


ໂຮງຮຽນອະນຸບານ ຮວາອານ ຂອງນະຄອນ ບຽນຮວ່າ, ແຂວງ ດົ່ງນາຍ ແມ່ນກິດຈະກຳໄດ້ຄັດເລືອກເປັນໜຶ່ງ
ໃນ 30 ກິດຈະກຳສວຍງາມທີ່ສຸດໃນໂລກ ໂດຍສະຖາປັນສະຖາປັດຕະຍາກຳ ລາຊະວົງ ອັງກິດ (RIBA) ຄັດເລືອກ . ກິດຈະກຳແຫ່ງນີ້ ກໍ່ໄດ້ຮັບ ລາງວັນທີສອງໃນການ ປະກວດການອອກແບບ ກິດຈະກຳຂຽວ ສາກົນ Futur Arc Prize.



ຮ້ານວາງສະແດງຂອງ ຫວຽດນາມ ທີ່ World Expo 2015 ຢູ່ນະຄອນ ມີລານ, ອີຕາລີ ໂດຍທ້າວ Takashi Niwa ແລະ ນັກສະຖາປານິກ ຫວຽດນາມ ເປັນຜູ້ອອກແບບ.


ຫ້ອງປະຊຸມ ດ້າຍລາຍ ເປັນກິດຈະກຳໄດ້ນັກສະຖາປານິກ ຫວໍຈ້ອງເຫງ້ຍ ແລະ ນັກສະຖາປານິກ Takashi Niwa
ເປັນຜູ້ອອກແບບ.



ຄວາມປະທັບໃຈຂອງກິດຈະກຳແຫ່ງໜຶ່ງທີ່ໄດ້ອອກແບບ, ສ້ອມແປງ ໂດຍນັກສະຖາປານິກ Takashi Niwa
ພ້ອມກັບເພື່ອນຮ່ວມງານ.



ຫວ່າງເວຫາສີຂຽວທີ່ເຕັມໄປດ້ວຍແສງແດດໃນກິດຈະກຳແຫ່ງໜຶ່ງຢູ່ຖະໜົນເກົ່າ ຮ່າໂນ້ຍ.


ບັນດາກິດຈະກຳຂອງ ນັກສະຖາປານິກ Takashi Niwa
ມີຄວາມສະໜິດຕິດພັນກັບສິ່ງແວດລ້ອມ, ມະນຸດ ແລະ ວັດທະນະທຳ. 

ຫຍັງບໍ່ທັນຮູຶສຶກພໍໃຈຕໍ່ບັນດາຜົນງານທີ່ບັນລຸໄດ້, ນັກສະຖາ ປານິກ Takashi Niwa ພວມກໍ່ສ້າງຄຸນຄ່າ ເຄື່ອງໝາຍການຄ້າໃຫ້ແກ່ບັນດາກິດຈະກຳຂຽວ ທີ່ນຳມາຜົນປະໂຫຍດໃຫ້ແກ່ປະຊາຄົມ.
 
ບົດ: ບິກເວີນ-ພາບ: ຫວຽດເກື່ອງ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top