ຜູ້ແທນກ່າວຄ້ຳເຫັນທີ່ກອງປະຊຸມ
ໃນວັນທີ 21 -22 ສິງຫາ, ບັນດາເຈົ້າໜ້າທີ່ APEC ແລະ ບັນດາຜູ້ແທນເຂົ້າຮ່ວມ HWG 2 ຈະກວດກາຄືນວິວັດທະນາການປະຕິບັດ “ເພື່ອອາຊີ - ປາຊີຟິກ ເຂັ້ມແຂງ ຮອດປີ 2020”, ທີ່ໄດ້ຮັບການຮັບຮອງເອົາໃນປີ 2015; ພ້ອມທັງສ້າງ ແລະ ຮັບຮອງເອົາຊຸດດັດຊະນີການຕີລາຄາການປະຕິບັດວິວັດທະນາການ “ເພື່ອອາຊີ - ປາຊີຟິກ ເຂັ້ມແຂງ ຮອດປີ 2020”.
ບັນດາຜູ້ແທນກໍ່ໄດ້ປຶກສາຫາລືເພື່ອເປັນເອກະພາບໃນການສ້າງຮ່າງຖະແຫຼງການຮ່ວມ APEC ກ່ຽວກັບສາທາລະນະສຸກ ເພື່ອຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງທີ 7 ກ່ຽວກັບເສດຖະກິດ ແລະ ສາທາລະນະສຸກ… ທ່ານນາງ ເຈີ່ນທິຢ້າງເຮືອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:“ບັນດາເນື້ອໃນປຶກສາຫາລື ໄດ້ສຸມໃສ່ໃນການນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນທີ່ສະຫງວນໃຫ້ຂະແໜງສາທາລະນະສຸກ, ພິເສດ, ແມ່ນສຸມໃສ່ເບິ່ງແຍງດູແລສຸຂະພາບຂັ້ນຕົ້ນໂດຍອີງໃສ່ປະຊາຄົມ, ເພື່ອຮັບມືກັບສະພາບການພະຍາດເກີດຂຶ້ນໃໝ່. ຕົວຢ່າງຄື ສະພາບການພະຍາດບໍ່ຕິດແປດເພີ່ມຂຶ້ນ, ອັດຕາພົນລະເມືອງມີອາຍຸສູງເພີ່ມຂຶ້ນຢູ່ບັນດາພື້ນຖານເສດຖະກິດ APEC”
(ແຫຼ່ງຄັດຈາກ VOV)