• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

SOM 3- APEC 2017: ການເຈລະຈາບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີ

      ກະຊວງອຸດສາຫະກຳ-ການຄ້າສົມທົບກັບຄະນະເລຂາ APEC ແຫ່ງຊາດ ແລະ ຄະນະເລຂາ APECສາກົນປີ 2017 ຈັດຕັ້ງການເຈລະຈາຂອງ APEC ກ່ຽວກັບບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີໃນພາກພື້ນອາຊີ-ປາຊີຟິກ

ກອງປະຊຸມເຈລະຈາຂອງ APEC ກ່ຽວກັບບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີໃນພາກພື້ນອາຊີ-ປາຊີຟິກ
      ວັນທີ 26 ສິງຫາ, ຢູ່ນະຄອນໂຮ່ຈິມິນ, ໃນຂອບເຂດເວທີປາໄສເສດຖະກິດອາຊີປາຊີຟິກ APEC 2017 , ກະຊວງອຸດສາຫະກຳ-ການຄ້າສົມທົບກັບຄະນະເລຂາ APEC ແຫ່ງຊາດ ແລະ ຄະນະເລຂາ APECສາກົນປີ 2017 ຈັດຕັ້ງການເຈລະຈາຂອງ APEC ກ່ຽວກັບບັນດາສັນຍາການຄ້າພາກພື້ນ, ສັນຍາການຄ້າເສລີໃນພາກພື້ນອາຊີ-ປາຊີຟິກ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ປະທານ SOM APEC 2017 ໃຫ້ຮູ້ວ່າ :
    “ ສຳລັບຫວຽດນາມແລ້ວ, ໃນໄລຍະເປີດປະຕູເຊື່ອມໂຍງເຂົ້າກັບສາກົນ, ພວກເຮົາຖືການສຳພັນກັບຕະຫຼາດປະເທດຕ່າງໆແມ່ນສຳຄັນທີ່ສຸດ. ດັ່ງນັ້ນ ພວກເຮົາໄດ້ເຈລະຈາ ແລະ ລົງນາມສັນຍາການຄ້າເສລີ 12 ສະບັບ, ສືບຕໍ່ເຈລະຈາບັນດາສັນຍາທີ່ສຳຄັນອື່ນໆ. ພ້ອມກັບທ່າອຽງລວມຂອງພາກພື້ນ, ສັນຍາເຫຼົ່ານີ້ ໄດ້ສ້າງເງື່ອນໄຂເພື່ອໃຫ້ສິນຄ້າ ແລະ ການບໍລິການພວກເຮົາແຊກຊຶມເຂົ້າຕະຫຼາດພາກພື້ນ ແລະ ສາກົນ ”.
(ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top