• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

Sago Auto – ຕະຫຼາດລົດໃຫຍ່ແບບໃໝ່ ຢູ່ ໄຊງ່ອນ

ເຖິງວ່າຫາກໍເຂົ້າສູ່ການເຄື່ອນໄຫວກວ່າ 4 ເດືອນກໍຕາມ ແຕ່ຕະ ຫຼາດລົດໃຫຍ່ ແບບໃໝ່ ຢູ່ເລກທີ 29 ຖະໜົນ ຫງວຽນດິ່ງຈ໊ຽວ, ເມືອງ 1, ນະຄອນໂຮ່ຈີມິນ ໄດ້ດຶງດູດລູກຄ້າ ເຂົ້າມາຢ້ຽມຊົມ ແລະ ຕິດຕໍ່ຄ້າຂາຍແລກປ່ຽນເປັນຈຳນວນ ຫຼວງຫຼາຍ, ສະເລັ່ຍ ແຕ່ລະມື້ Sago Auto ໄດ້ທຳການແລກປ່ຽນ, ຊື້-ຂາຍລົດ ແຕ່ 5-8 ຄັ້ງ ແລະ ເປັນຕະຫຼາດລົດໃຫຍ່ ມືສອງໜຶ່ງດຽວ ຢູ່ ຫວຽດນາມ ທີ່ມີຮູບການຊື້ -ຂາຍນີ້. 
ຕະຫຼາດລົດໃຫຍ່ທີ່ໃສ່ຊື່ Sago Auto ກວ້າງ 5000 ຕາລາງແມັດ, ມີເດີນຈອດລົດທີ່ທັນສະໄໝ, ສາມາດບັນຈຸລົດໄດ້ 100 ຄັນ. ເຈົ້າຂອງ ຕະຫຼາດ Sago Auto ແມ່ນ ທ່ານ ຟ້າມວັນຖຽດ, ອະ ດີດຜູ້ອຳນວຍການໃຫຍ່ທະນາຄານ, ພາຍຫຼັງ ການໄປປະຕິບັດ ໜ້າທີ່ຫຼາຍຄັ້ງຢູ່ສ.ອາເມລິກາ, ທ່ານໄດ້ຊອກຮູ້ກ່ຽວກັບ ຕະຫຼາດ ລົດໃຫຍ່ມືສອງ ແລະ ເຫັນໄດ້ຈຸດສະເພາະ ຂອງຕະຫຼາດແບບ ນີ້ແມ່ນ ມີຄວາມເປີດເຜີຍ, ກະຈ່າງແຈ້ງ ກ່ຽວກັບດ້ານ ຂໍ້ມູນ ຂ່າວສານຢູ່ສະເໝີ ເຊ່ັນ ລົດແລ່ນໄດ້ຈັກ ກິໂລແມັດ ຫຼື ເຂົ້າອູ່ ສ້ອງແປງຈັກເທື່ອແລ້ວ ແລະ ອື່ນໆ... ຈາກນັ້ນ ທ່ານໄດ້ເກີດ ມີຄວາມຄິດ ໃນການເປີດຕະຫຼາດຊື້-ຂາຍ ລົດມືສອງຢູ່ ຫວຽດນາມ ຂຶ້ນ ແລະ ໄດ້ເລືອກນະຄອນ ໂຮ່ຈີມິນ ເປັນຈຸດເລີ່ມຕົ້ນ.

ການເປີດຕະຫຼາດ Sago Auto ໄດ້ ອຳນວຍຄວາມສະດວກ ໃຫ້ ທັງຜູ້ຊື້ ແລະ ຜູ້ຂາຍ. ຖ້າເຈົ້າເປັນ ຜູ້ຂາຍຈະ ຕ້ອງເຮັດບົດ ລາຍ ງານ ຮັບຮອງຄຸນນະພາບຂອງລົດ ແລະ ເຮັດລະບຽບການ ຈ່າຍ ເງິນຄ່າເຊົ່າບ່ອນຈອດລົດ. ຄ່າເຊົ່າ ໃນປັດຈຸບັນ ແມ່ນ ໜຶ່ງແສນດົ່ງຕໍ່ມື້. ຖ້ານຳໃຊ້ບໍລິການອື່ນເຊັ່ນ: ບົວລະບັດຮັກສາ, ເຊັດລົດ ແລະ ບໍລິການອື່ນໆ... ຈະຕ້ອງຈ່າຍໃນລາຄາທີ່ແຕກ ຕ່າງກັນ.

ຕະຫຼາດລົດໃຫຍ່ມືສອງ Sago Auto ຢູ່ ເລກທີ 29 ຖະໜົນ ຫງວຽນ ດິ່ງຈ໊ຽວ, ເມືອງ 1, ນະຄອນໂຮ່ຈີມິນ
ດຶງດູດລູກຄ້າ ທີ່ ມາຢ້ຽມຊົມ ແລະ ແລກປ່ຽນຄ້າຂາຍເປັນຈຳນວນຫຼວງຫຼາຍ. 



ທຸກຂໍ້ມູນຂ່າວສານກ່ຽວກັບລາຄາຂາຍ, ເຈົ້າຂອງລົດ, ເບີ ໂທ ລະສັບ... ໄດ້ຕິດໃສ່ແກ້ວເບື້ອງໜ້າຂອງລົດ. 


ຜູ້ຊື້ລົດຕິດຕໍ່ໂດຍກົງກັບເຈົ້າຂອງລົດ...


... ແລະ ສາມາດອາໄສພະນັກງານຝ່າຍການຕະຫຼາດ ເພື່ອປຶກ ສາ ກ່ຽວກັບ ປະເພດລົດ, ກວດກາຄຸນນະພາບຂອງລົດ
ວ່າລົດ ຄັນໃດຍັງມີສະພາບດີ ເໝາະສົມກັບລາຄາຈ່າວຂາຍ. 



Sago Auto ໄດ້ມີການຜູກພັນກັບທາງທະນາຄານ ເພື່ອ ສະ ດວກ ໃຫ້ແກ່ລູກຄ້າ ຜູ້ຕ້ອງການເຊົ່າລົດ ຫຼື ຊື້ລົດຈ່າຍຜ່ອນ
ດ້ວຍ ລະບຽບການທີ່ສະດວກສະບາຍ ແລະ ວ່ອງໄວ.



ການສ້າງຕັ້ງ Sago Auto ຂຶ້ນໄດ້ອຳນວຍຄວາມສະດວກ ສະ ບາຍ ໃຫ້ທັງຜູ້ຊື້ ແລະ ຜູ້ຂາຍ.


ລູກຄ້າ ມາສຶກສາ ແລະ ຊື້ -ຂາຍລົດໃຫຍ່ ແມ່ນມີຄວາມ ເພີ່ງພໍ ໃຈພ້ອມເຊື່ອໝັ້ນ ກັບຮູບແບບການຕະຫຼາດຂອງ Sago Auto.

ທຸກຂໍ້ມູນຂ່າສານ ກ່ຽວກັບ ລາຄາຂາຍ, ເຈົ້າຂອງລົດ , ເບີໂທ ລະສັບ... ໄດ້ຕິດໃສ່ແກ້ວ ເບື້ອງໜ້າຂອງລົດ ເພື່ອໃຫ້ຜູ້ສົນໃຈ ກຳໄດ້ຂໍ້ມູນຂ່າວສານ ແລະ ສາມາດຕິດຕໍ່ໂດຍກົງກັບ ເຈົ້າ ຂອງ ລົດ. ຂໍ້ມູນ, ຮູບພາບຂອງລົດ ກໍໄດ້ປະກາດເທິງເວັບໄຊ ຝ່າຍການຕະຫຼາດ ອີກດ້ວຍ. 
ຕະຫຼາດລົດໃຫຍ່ ທີ່ເປັນເອກະລັກ ນີ້ມີຖັນແຖວພະນັກງານເຕັກ ນິກ ທີ່ມີຄຸນນະພາບສູງ ເພື່ອກວດກາຄຸນນະພາບຂອງລົດ. ຖ້າ ຜູ້ຊື້ ບໍ່ມີຄວາມຮູ້ດີ ກ່ຽວກັບລົດໃຫຍ່, ເຂົາເຈົ້າສາມາດ ອາໄສ ພະນັກງານ ຂອງ ຕະຫຼາດ ເພື່ອປຶກສາ ກ່ຽວກັບປະເພດລົດ, ກວດກາ ຄຸນນະພາບ ຂອງ ລົດ ເພື່ອເລືອກເອົາລົດຄັນໃດ ສອດ ຄ່ອງກັບລາຄາ ຈ່າວຂາຍ. ນອກຈາກນັ້ນ Sago Auto ກໍມີການ ຜູກພັນ ກັບທາງທະນາຄານ ເພື່ອສະດວກໃຫ້ແກ່ລູກຄ້າ ທ່ີຕ້ອງ ການເຊົ່າລົດ ຫຼື ຊື້ລົດຈ່າຍຜ່ອນ ດ້ວຍລະບຽບການທີ່ງ່າຍດາຍ ແລະ ວ່ອງໄວ. ຫຼັງຈາກຕົກລົງກັນ ໃຊ້ເວລາພຽງ 1-2 ວັນລູກຄ້າ ສາມາດ ຮັບລົດຢູ່ກັບທີ່ແລ້ວ.

ລົດໃຫຍ່ຖືກຈ່າວຂາຍຢູ່ Sago Auto  ສ່ວນຫຼາຍແມ່ນເປັນ ລົດ ມືສອງ, ມີລາຄາປະມານ 300 ລ້ານ ເຖິງ 1 ຕື້ດົ່ງຕໍ່ຄັນ ຊຶ່ງອຸດົມ ສົມບຸນດ້ານປະເພດ ແລະ ຮູບຊົງເຊັ່ນ: ລົດ 4 ບ່ອນນັ່ງ, 7 ບ່ອນ ນັງ ແລະ ລົດກະບະ. ລົດເກືອບທຸກຄັນທີ່ຈ່າວຂາຍ ຈະມີ ເຈົ້າ ຂອງ ລົດ ບັນທຶກລາຍລະອຽດ ແລະ ອະທິບາຍໃຫ້ລູກຄ້າ ກ່ຽວ ກັບຕົ້ນກຳເນີດຂອງລົດ ຢູ່ກັບທີ່. ຄວາມໂປ່ງໃສ ໃນການ ຊື້- ຂາຍ, ການຕົກລົງໂດຍກົງລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ພ້ອມກັບ ບັນດາ ການບໍລິການທີ່ສະດວກ ໃນການບົວລະບັດລົດ ທີ່ເປັນມື ອາຊີບ ໄດ້ເຮັດໃຫ້ຕະຫຼາດລົດໃຫຍ່ ແບບໃໝ່ນີ້ນັບມື້ ນັບດຶງດູດ ຄວາມສົນ ໃຈຂອງລູກຄ້າເປັນຈຳນວນຫຼວງຫຼາຍ. ທ່ານ ເຮື໋ອຫວຽດຮຸ່ງ, ລູກຄ້າທີ່ມາຕະຫຼາດຊື້ລົດ ໄດ້ສະແດງຄວາມເຫັນ ວ່າ: “ເປັນການສະດວກສະບາຍທີ່ສຸດ ຍ້ອນຕົວເອງ ຊື້ລົດ ບໍ່ ຕ້ອງຜ່ານຄົນກາງ, ໄດ້ຕິດຕໍ່ໂດຍກົງກັບເຈົ້າຂອງລົດ ແລະ ລາ ຄາ ຂາຍກໍເໝາະສົມ. ຮູບແບບການຊື້-ຂາຍນີ້ ມີຜົນປະໂຫຍດ ໃຫ້ແກ່ ຜູ້ຊື້ ແລະ ຜູ້ຂາຍອີກດ້ວຍ”.

ເຫັນໄດ້ຜົນປະໂຫຍດຂອງຕົວແບບຕະຫຼາດໃຫຍ່ນີ້, ບັນດາ ບໍລິ ສັດລົດເຊັ່ນ: Honda, Kia, Mazda, Hyundai… ກໍໄດ້ເຂົ້າ ຮ່ວມຕະຫຼາດ, ເຊົ່ບ່ອນຈອດລົດຂອງ Sago Auto ເພື່ອວາງສະ ແດງບັນດາປະເພດລົດໃໝ່ຂອງຕົນ. ທ່ານ ດັ້ງມົ້ງຮວນ, ຮອງຜູ້ອຳນວຍການໃຫຍ່ Sago Auto ໃຫ້ຮູ້ວ່າ: “ລູກຄ້າທີ່ມາສຶກສາ ແລະ ຊື້ລົດໃຫຍ່ ຢູ່ທີ່ນີ້ ແມ່ນເພີ່ງພໍໃຈ ແລະ ເຊື່ອໝັ້ນກັບ ຮູບ ແບບຕະຫຼາດຂອງພວກຂ້າພະເຈົ້າ. ໃນອະນາຄົດ, ພວກຂ້າພະເຈົ້າຈະເປີດສາຂາຕື່ມອີກຢູ່ຮ່າໂນ້ຍ, ດ່ານັ໊ງ ແລະ ເກິ່ນເທີ ເພື່ອຕອບສະໜອງ ຄວາມຕ້ອງການຂອງລູກຄ້າ”.
ບົດ: ຫງວຽນແອວງ - ພາບ: ດັ້ງກິມເຟືອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top