• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Robotcafe: ສະຖານທີ່ຖ່າຍທອດຄວາມຫຼົງໄຫຼກັບການ ປະດິດສ້າງເຕັກໂນໂລຊີ

ດ້ວຍຄວາມປາດຖະໜາ ນຳຄວາມແປກໃໝ່ມາ ໃຫ້ແກ່ລູກຄ້າ, ເຈົ້າຂອງຮ້ານກາເຟ Robotcafe ຢູ່ຄຸ້ມຖະໜົນ ລາກຈຸງ, ຮ່າ ໂນ້ຍ ໄດ້ປະສົບຜົນສຳເລັດ ໃນການປະດິດສ້າງ “ທ້າວ” ຄົນ ຈັກ ທີ່ເຮັດວຽກເປັນນັກເສີບ. ຮ້ານ Robotcafe ບໍ່ພຽງແຕ່ເປັນ ຈຸດທີ່ມາເພື່ອ ຊີມລົດຊາດ ຂອງ ບັນດາປະເພດ ເຄື່ອງດື່ມ ທີ່ ເປັນເອກະລັກເທົ່ານັ້ນ, ຫາກຍັງເປັນສະຖານທີ່ ຖ່າຍທອດ ຄວາມ ຫຼົງໄຫຼກັບການ ປະດິດສ້າງເຕັກໂນໂລຊີ ອີກດ້ວຍ. 
“ນັກເສີບຄົນນີ້” ໄດ້ຕັ້ງຊື່ວ່າ Mortar, ມີຄວາມສູງ 1,3 ແມັດ, ໜັກ 20 ກິໂລກຣາມ. ໂຄງຮ່າງທາງນອກຂອງ ຄົນຈັກ ເຮັດ ຈາກ composite ຫີນກາວ, ນຳໃຊ້ໝໍ້ໄຟ ແລະ ສາມາດເຮັດ ວຽກເຖິງ 15 ຊົ່ວໂມງລຽນຕິດ. Mortar ຮັບຜິດຊອບ ວຽກງານ ຂອງ ນັກເສີບຄົນໜຶ່ງ, ສາມາດນຳເຄື່ອງດື່ມ ເຖິງມືລູກຄ້າ ແລະ ເຊີນລູກຄ້າຮັບເອົາເຄື່ອງດື່ມ.

ໃນເວລາບໍລິການໃຫ້ແຂກ, ຄົນຈັກຈະເຄື່ອນຍ້າຍ ຕາມເສັ້ນ ຂີດ ຢູ່ເທິງພື້ນເຮືອນ ທີ່ໄດ້ຕິດຕັ້ງ ອຸປະກອນ ເຊັນເຊີ (ເຄື່ອງ ມື ເອເລັກໂຕຣນິກ ສຳບລັບຈັບຄວາມຮ້ອນ, ຄວາມເຢັນ, ສຽງ ແລະ ອື່ນໆ). ພາຍໃນຮ້ານກາເຟ ໄດ້ຮັບການຕົບແຕ່ງ ເໝືອນ ດັ່ງກະສວຍອະວະກາດລຳໜຶ່ງ ກັບບັນດາປ່ອງຢ້ຽມ ທີ່ ຕິດຮູບ ພາບຂອງໂລກຈັກກະວານ. ດ້ວຍເຫດນັ້ນ, ແຂກຄົນທີ່ ນັ່ງ ດື່ມກາເຟ ຈະມີຄວາມຮູ້ສຶກຄື ກຳລັງໄດ້ ໄປທ່ຽວໃນ ໂລກຈັກກະວານ ທີ່ກວ້າງໃຫຍ່ໄພສານ. 


 

Robotcafe ເປັນຮ້ານກາເຟ ທຳອິດຂອງ ຫວຽດນາມນຳ ຄົນ ຈັກ ເຂົ້າໃນການບໍລິການລູກຄ້າ. 


ທ້າວ ຫວູຈຸງແທງ ເປັນຄົນໜຶ່ງໃນຫຼາຍສະມາຊິກ ທີ່ປະກອບ ສ່ວນ ໃນການສ້າງຕັ້ງ ຮ້ານກາເຟ Robotcafe.


ຄົນຈັກ Mortar ເປັນຜົນການປະດິດສ້າງ ທຳອິດ ຂອງ ບັນດາ ສະມາຊິກ ຢູ່ໃນຮ້ານ ກາເຟ Robotcafe. 


ຄົນຈັກ Mortar ເປັນຜົນການປະດິດສ້າງ ທຳອິດ ຂອງ ບັນດາ ສະມາຊິກ ຢູ່ໃນຮ້ານ ກາເຟ Robotcafe. 


ນັກບໍລິການກົດປຸ່ມຕົວເລກໂຕະທີ່ມີແຂກສັ່ງເຄື່ອງດື່ມ ແລະ ຄົນຈັກຈະນຳໄປເສີບໃຫ້ແກ່ແຂກ. 


ເຄື່ອງອຸປະກອນບັນຊາ ຄົນຈັກ Mortar ແມ່ນຈໍ ເຊັນເຊີ ຢູ່ເທິງ ໜ້າ ຄົນຈັກ. 


ຄົນຈັກ Mortar ສາມາດເຄື່ອນໄຫວຕະຫຼອດ 15 ຊົ່ວໂມງ ລຽນຕິິດ ແລະ ຕ້ອງໃຊ້ເວລາ 6 ຊົ່ວໂມງເພື່ອສາກໄຟ. 



ຄົນຈັກ Mortar ຖືກຕິດຕັ້ງ ອຸປະກອນຊັກນຳໄຟຟ້າ ດ້ວຍ ແມ່ ເຫລັກ ເພາະສະນັ້ນ ເສັ້ນຂີດພາທາງ ທີ່ຖືກຕິດຕັ້ງແຜ່ນ ອາລູມີນຽມ
ຈະແມ່ນເສັ້ນທາງຊັກນຳ ໃຫ້ຄົນຈັກເຄື່ອນຍ້າຍ. 



ເມື່ອນຳເຄື່ອງດື່ມເຖິງໂຕະແຂກ, ຄົນຈັກ Mortar ຈະອອກ ສຽງ ຄຳວ່າ “ກະລຸນາໃຫ້ແຂກເອົາເຄື່ອງດື່ມ”. 


ໃບໜ້າຂອງ Mortar ໄດ້ສ້າງ ໂປຼແກຼມ ດ້ວຍຊອບເວ ທີ່ມີການ ປ່ຽນແປງຂອງສີໜ້າ.


ຮ້ານກາເຟ Robotcafe ເປັນສະຖານທີ່ ຖ່າຍທອດ ຄວາມຫຼົງ ໄຫຼ ກັບການປະດິດສ້າງ ດ້ານເຕັກໂນໂລຊີ ເຖິງບັນດາເພື່ອນ ຊາວໜຸ່ມ. 


ມີລູກຄ້າຫຼາຍຄົນ ແປກໃຈ ເມື່ອເປັນຄັ້ງທຳອິດ ໄດ້ເຫັນກັບຕາ ຄົນຈັກ ທີ່ເຮັດວຽກ ໃນຮ້ານກາເຟ ຢູ່ ຮ່າໂນ້ຍ. 


ພໍ່ແມ່ຜູ້ປົກຄອງພາລູກນ້ອຍຂອງຕົນມາຊົມ ຄົນຈັກເຮັດວຽກ ເປັນນັກເສີບ. 


ແຂກຄົນສະແດງຄວາມຊື່ນຊົມກັບຄົນຈັກທີ່ເປັນນັກເສີບ.


ການທີ່ຄົນຈັກ Mortar ໄດ້ ກຳເນີດຂຶ້ນ ແມ່ນບາດກ້າວທຳອິດ ທີ່ໝັ້ນໝາຍ ໃຫ້ການໝູນໃຊ້ຕົວແບບເຕັກໂນໂລຊີອັນກ້າວໜ້າ ຢູ່ຫວຽດນາມ. 



ຄົນຈັກ Mortar ໄດ້ຝາກຄວາມຫວັງ ຈະເປັນປັດໃຈ ໃນ ການ ພັດທະນາຄົນຈັກລຸ້ນໃໝ່  ມີຄຸນລັກສະນະ ທີ່ທັນສະໄໝ ກວ່າ.

ຮ້ານກາເຟ Robotcafe ນີ້ ໄດ້ສ້າງຂຶ້ນ ຈາກຄວາມຫຼົງໄຫຼ ກັບ ການປະດິດສ້າງ ຄົນຈັກ ຂອງ ຊາຍໜຸ່ມສອງຄົນ ຄື ທ້າວ ຫງວຽນກວກຟີ (ເກີດປີ 1988) ແລະ ທ້າວ ຫວູຈຸງແທງ (ເກີດປີ 1993). ເຂົາເຈົ້າໄດ້ໃຊ້ເວລາຢ່າງຫຼວງຫຼາຍ ເພື່ອປະດິດສ້າງ ຄົນຈັກ ມີຄວາມສາມາດຮັບຜິດຊອບ ບັນດາວຽກງານຂອງ ຜູ້ ເປັນນັກເສີບ. ຢູ່ໃນໂລກໄດ້ມີ ຄວາມນຶກຄິດຄ້າຍຄືກັນນີ້ ຫຼາຍ ແລ້ວ, ແຕ່ຢູ່ ຫວຽດນາມ ກວກຟີ ແລະ ຈຸງແທງ ໄດ້ເປັນຜູ້ທໍາ ອິດທີ່ປະສົບຜົນສຳເລັດ ກັບຕົວແບບ ໃຊ້ຄົນຈັກ ເປັນນັກ ເສີບ ໃນຮ້ານກາເຟ ຄືດັ່ງນີ້.

ທ້າວ ຫວູຈຸງແທງ ເປັນຄົນມີຄວາມຮູ້ ກ່ຽວກັບຂົງເຂດ ປະດິດ ສ້າງຄົນຈັກ. ຊ່ວງເວລາຍັງເປັນນັກສຶກສາ ຈຸງແທງ ໄດ້ ປະດິດ ສ້າງ ຄົນຈັກດ້ວຍຕົນເອງ ເພື່ອຮັບໃຊ້ໃນ ຂະແໜງການແພດ. ຫຼັງຈາກຮຽນຈົບ ຈາກພະແນກ ເອເລັກໂຕຣນິກ ໂທລະຄົມ ມະ ນາຄົມ ມະຫາວິທະຍາໄລ ສັບພະວິຊາ ຮ່າໂນ້ຍ, ຈຸງແທງ ໄດ້ ທົດລອງ ກັບວຽກງານ ຈຳນວນໜຶ່ງ ນອກວິຊາຊີບທີ່ ໄດ້ ຮຽນ ມາ. ແຕ່ຫາກວ່າ ຄວາມຫຼົງໄຫຼເມົາມົວ ກັບການປະດິດສ້າງ ຄົນຈັກ ຍັງຄົງ ວົນວຽນໃນຈິດໃຈຂອງລາວຢູ່ບໍ່ເຊົາ. ຫວູຈຸງແທງ ໃຫ້ຮູ້ວ່າ: “ຫຼັງຈາກຮັບຟັງ ຫງວຽນກວກຟີ ມີຄວາມຄິດ ກ່ຽວກັບ ຕົວແບບຮ້ານກາເຟ ຄົນຈັກ ຂ້າພະເຈົ້າ ເຫັນດີ ແລະ ເລີ່ມລົງມືປະຕິບັດໃຫ້ສຳເລັດ ຄວາມໄຝ່ຝັນ ທີ່ຍັງຄ້າງຄາ”.

ເລີ່ມລົງມືປະຕິບັດການປະດິດສ້າງ ຄົນຈັກ ແຕ່ເດືອນມີນາ 2017 ແຕ່ຮອດທ້າຍປີດຽວກັນ ຈຶ່ງສຳເລັດ. ໃນຂະບວນການ ປະດິດສ້າງຄົນຈັກ, ຊາວໜຸ່ມສອງຄົນນີ້ ໄດ້ປະສົບກັບ ຄວາມ ຫຍຸ້ງຍາກນາໆ ປະການ, ຕ້ອງຄົ້ນຄວ້າດ້ວຍຕົນເອງ ແລະ ຊອກຫາເອກະສານຈາກຫຼາຍແຫຼ່ງທີ່ແຕກຕ່າງກັນ. ໄດ້ມີການ ທົດລອງຫຼາຍຄັ້ງແຕ່ບໍ່ສຳເລັດ ແລະ ຕ້ອງເຮັດຄືນ. ດ້ວຍເຫດ ນັ້ນ, ຄ່າສິ້ນເປືອງຜະລິດ ຄົນຈັກ Mortar ໄດ້ຂຶ້ນເຖິງ 100 ລ້ານດົ່ງ, ລື່ນກາຍຕົວເລກຄາດຄະເນໃນເບື້ອງຕົ້ນ.

ຫວູຈຸງແທງ ໃຫ້ຮູ້ວ່າ ນັບແຕ່ສຳເລັດມາຮອດປັດຈຸບັນ, ຄົນຈັກ Mortar ໄດ້ນໍາໃຊ້ເປັນຢ່າງດີ ໂດຍບໍ່ຕິດຂັດໃດໆ. ໃນຕໍ່ໜ້າ, ບັນດານັກປະດິດສ້າງ ຈະສືບຕໍ່ ຜະລິດຄົນຈັກ ຕື່ມອີກ 3 ເຄື່ອງ ເພື່ອການນຳໃຊ້ໃນຮ້ານ. ຄົນຈັກຮຸ່ນຫຼັງນີ້ ຈະໄດ້ຍົກລະດັບ ໃຫ້ ທັນສະໄໝກວ່າ ແລະ ມີຄຸນລັກສະນະໃໝ່ ຕື່ມອີກຫຼາຍ ຢ່າງ ເຊັ່ນ: ການເຄື່ອນໄຫວ ຂໍ້ຕໍ່ມືໄຫວພິບກວ່າ, ການແລກປ່ຽນ ກັບ ລູກຄ້າມີຫຼາຍຮູບແບບກວ່າ ແລະ ຄ່າສິ້ນເປືອງຄາດວ່າ ຈະເທົ່າເຄິ່ງໜຶ່ງ ເມື່ອທຽບກັບ ຄົນຈັກລຸ້ນນີ້.


ກວກຟີ ແລະ ຈຸງແທງ ມີຄວາມປາດຖະໜາວ່າ Robotcafe ຈະກາຍເປັນສະຖານທີ່ລື້ງເຄີຍ ສຳລັບເພື່ອນຊາວໜຸ່ມ ຫຼາຍຄົນ ທີ່ມີຄວາມຫຼົງໄຫຼ ໃນການປະດິດສ້າງ ຄົນຈັກ ຮັບໃຊ້ຈຸດ ປະສົງຕົວຈິງໃນຊີວິດ.
 ບົດ ແລະ ພາບ: ເຕິດເຊີນ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top