• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

Rehahn Croquevielle, ຜູ້ຮັກສາ “ມໍລະດົກອັນລຳ້ຄ່າ” ໃຫ້ແກ່ອະນາຄົດ

ເກືອບ 10 ປີຜ່ານມາ, ນັກຖ່າຍຮູບຄົນ ຝຣັ່ງ Rehahn Croquevielle ໄດ້ເລືອກ ຫວຽດນາມ ເປັນປະເທດເພື່ອປະຕິບັດ ໂຄງການຖ່າຍຮູບ “ມໍລະດົກອັນລຳ້ຄ່າ” ຂອງຕົນດ້ວຍເປົ້າໝາຍຈະ ຖ່າຍພາບຊີວິດ 54 ຊົນເຜົ່ນ ຫວຽດນາມ. ງານວາງສະແດງທີ່ມີຊື່ວ່າ “ມໍລະດົກອັນລຳ້ຄ່າ” ຂອງລາວ ໄດ້ຮັບການຈັດຂຶ້ນທີ່ຫໍພິພິທະພັນ ຊົນຊາດວິທະຍາ ຫວຽດນາມ.
ທ້າວ Rehahn Croquevielle ເກີດເມື່ອປີ 1979 ທີ່ນະຄອນ Normandy, ຝຣັ່ງ. ລາວເປັນໜຶ່ງໃນບັນດານັກຖ່າຍຮູບທີ່ມີຊື່ສຽງທີສຸດຂອງໂລກໃນໄລຍະຜ່ານມາ. ທ້າວ Rehahn ເຄີຍໄປຖ່່າຍຮູບຢູ່ 35 ປະເທດໃນໂລກກ່ອນທີ່ໄດ້ເລືອກ ຫວຽດນາມ ເປັນບ້ານເກີດ ເມືອງນອນແຫ່ງທີ 2 ຂອງຕົນ.

ປີ 2008, ທ້າວ Rehahn ໄດ້ມາເມືອງ ຊາບາ ຂອງ ຫວຽດນາມ ເພື່ອ ຖ່່າຍພາບທຳມະຊາດ, ລາວໄດ້ມີພາບຖ່າຍກ່ຽວກັບຊາວຊົນເຜົ່າສ່ວນນ້ອຍເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ ຫຼາຍໃບ. ບັນດາຮູບພາບຕົວຈິງກ່ຽວກັບຜູ້ຄົນ ແລະ ອາພອນປະຈຳເຜົ່າ ຂອງຊາວຊົນເຜົ່າສ່ວນນ້ອຍເຂດຕາເວັນຕົກສ່ຽງເໜືອ ຫວຽດນາມ ເຮັດໃຫ້ລາວຕັດສິນໃຈກັບມາ ຫວຽດນາມ ເພື່ອປະຕິບັດໂຄງການຖ່າຍຮູບ “ມໍລະດົດອັນລຳ້ຄ່າ”.
 
ພາຍຫຼັງການຖ່າຍຮູບມາເປັນເວລາເກືອບ 10 ປີ, ທ້າວ Rehahn ໄດ້ມີຮູບຖ່າຍພາບຊີວິດຂອງ 45/54 ຊົນເຜົ່າ ຫວຽດນາມ. ຫວ່າງແລ້ວນີ້, ລາວໄດ້ຈັດຕັ້ງງານວາງສະແດງໜຶ່ງດ້ວຍຫົວຂໍ້ “ມໍລະດົກອັນລຳ້ຄ່າ” ທີ່ຫໍພິພິທະພັນຊົນຊາດວິທະຍາ ຫວຽດນາມເພື່ອແນະນຳເຖິງໝູ່ສາມັນຊົນກ່ຽວກັບຜູ້ຄົນ ແລະ ຊີວິດການເປັນຢູ່
ຂອງຊາວຊົນເຜົ່າສ່ວນນ້ອຍຢູ່ ຫວຽດນາມ.

ນັກຖ່າຍຮູບ Rehahn ພວມແນະນຳກັບທ່ານຜູ້ຊົມກ່ຽກວັບ ງານວາງສະແດງ “ມໍລະດົກອັນລຳ້ຄ່າ”. ພາບ: ຮ້າມີ


ທ່ານ ຫວໍກວາງຈ້ອງ, ຜູ້ອຳນວຍກາຍຫໍພິພິທະພັນຊົນຊາດວິທະຍາຫວຽດນາມ ມອບດອກໄມ້ໃຫ້ແກ່
ນັກຖ່າຍຮູບ
Rehahn ທີ່ງານວາງສະແດງຮູບພາບ “ມໍລະດົກອັນລຳ້ຄ່າ”. ພາບ: ຮ້າມີ



ນັກຖ່າຍຮູບ Rehahn ໂອ້ລົມກັນກັບພໍ່ແມ່ປະຊາຊົນບັນດາຊົນເຜົ່າ
ສ່ວນນ້ອຍທີ່ງານວາງສະແດງ “ມໍລະດົກອັນລຳ້ຄ່າ”. ພາບ: ຮ້າມີ



ງານວາງສະແດງ “ມໍລະດົກອັນລຳ້ຄ່າ” ໄດ້ດຶງດູດທ່ານຜູ້ຊົມ ທີ່ມາເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ພາບ: ຮ້າມີ


ນັກຖ່າຍຮູບ Rehahn ແລະ ຊາວຊົນເຜົ່າສ່ວນນ້ອຍຈຳນວນໜຶ່ງຖ່າຍ
ຮູບຮ່ວມກັນທີ່ງານວາງສະແດງ “ມໍລະດົກອັນລຳ້ຄ່າ”. ພາບ: ຮ້າມີ

ຫຼັງຈາກທີ່ໄດ້ຊົມເບິ່ງຮູບພາບ 35 ໃບຂອງນັກຖ່າບຮູບ Rehahn ວາງສະແດງທີ່ຫໍພິພິທະພັນຊົນຊາດວິທະຍາ ຫວຽດນາມ, ທ່ານຜູ້ຊົມຮູ້ສຶກຄືກຳລັງໄດ້ໂອ້ລົມກັນກັບຜູ້ຕາງໜ້າຂອງແຕ່ລະຊົນເຜົ່າສ່ວນນ້ອຍ ຫວຽດນາມ, ໄດ້ເຫັນກັບຕາບັນດາຊຸດອາພອນປະຈຳເຜົົ່າທີ່ສວຍງາມ.ບັນດາຮູບພາບດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນໂຄສະນາ ແລະ ເຊີດຊູພື້ນຖານວັດທະນະທຳຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງເປັນຄວາມມຸ່ງຫວັງໝົດທຸກຄົນຈົ່ງມີຄວາມເອົາໃຈໃສ່ໃນການປົກປັກຮັກສາຈຸດພິເສດໂດຍສະເພາະດ້ານວັດທະນະທຳຂອງບັນດາຊົນເຜົ່າສ່ວນນ້ອຍ.

ບັນດາຂີດໝາຍທີ່ໜ້າຈື່ຈຳຂອງນັກຖ່າຍຮູບ Rehahn
ເດືອນມັງກອນ 2014: ອອກພິມຈຳໜ່າຍປຶ້ມຫົວທຳອິດທີ່ມີຊື່ວ່າ “Vietnam, Mosaic of Contrasts”.
ເດືອນຕຸລາ 2015: ສຳເນົາສະບັບສຸດທ້າຍຂອງຮູບຖ່າຍ “Best Friends” ໄດ້ຂາຍໃຫ້ນັກສະສົມຄົນໜຶ່ງມາຈາກ Amsterdam ດ້ວຍລາຄາ 17.000 ໂດລາສະຫະລັດ ແລະ ກາຍເປັນຮູບຖ່າຍ ມີລາຄາສູງທີສຸດ ຫວຽດນາມ.
 ເດືອນ ມີນາ 2017: ບົດປະພັນ “Hidden Smile” ໄດ້ ນຳເຂົ້າໃນຊຸດສະສົມຂອງຫໍພິພິທະພັນແມ່ຍິງ ຫວຽດນາມ ທີ່ ຮ່າໂນ້ຍ ຢ່າງເປັນ ທາງການ. ເຫດການດັ່ງກ່າວ ໄດ້ມີໜ້າເຂົ້າຮ່ວມຂອງແມ່ເຖົ້າ ຊອງ (ອາຍຸ 78 ປີ) ເປັນຕົວລະຄອນໃນຮູບຖ່າຍ.
ວັນທີ 1 ມັງກອນ 2017: ເປີດຫໍພິພິທະພັນສິລະປະມໍລະດົກອັນລຳ້ຄ່າຢູ່ ໂຮ້ຍອານ, ພາກກາງ ຫວຽດນາມ.
ເດືອນກັນຍາ 2017: ຈັດຕັ້ງງານວາງສະແດງຮູບພາບ: “ມໍລະດົກອັນ ລຳ້ຄ່າ” ທີ່ຫໍພິພິທະພັນຊົນຊາດວິທະຍາ ຫວຽດນາມ.
ນັກຖ່າຍຮູບ Rehahn ໃຫ້ຮູ້ວ່າ ໃນການເດີນທາງໄປຊອກຮູ້ກ່ຽວກັບສະພາບການເປັນຢູ່ທີ່ບັນດາເຂດພູດອຍທາງທິດເໜືອຂອງ ຫວຽດນາມ, ລາວເຫັນກັບຕາຄວາມສັບສົນ ແລະ ບໍ່ແນ່ນອນຂອງບັນດາມໍລະດົກວັດທະນະທຳ ຂອງບັນດາຊົນເຜົ່າສ່ວນນ້ອຍ. ກໍ່ຍ້ອນ ຍ້ານວ່າຈຸດພິເສດດ້ານວັດທະນະທຳຂອງບັນດາຊົນເຜົ່າ ຫວຽດນາມຈະຖືກເສື່ອມເສຍໄປຕາມການເວລາ, ທ້າວ Rehahn ຈຶ່ງພະຍາຍາມເຮັດວຽກສຸດຄວາມສາມາດເພື່ອໃຫ້ສຳເລັດໂຄງການ “ມໍລະດົກອັນລຳ້ຄ່າ” ໂດຍໄວ.
 
ຮູບພາບແຕ່ລະໃບຂອງທ້າວ Rehahn ລ້ວນແຕ່ມີບົດເລື່ອງໜຶ່ງຂອງມັນໂດຍສະເພາະ. ລາວຍັງຈື່ໄດ້ຢ່າງຈະແຈ້ງ ຄວາມສະເທືອນໃຈໃນເວລາທີ່ໄດ້ຮັບອາພອນປະຈຳເຜົ່າຊຸດສຸດທ້າຍຂອງຊາວ ເຈີຣໍ, ຊາວ ເກີຕູ ຈາກເຈົ້າບ້ານຂອງເຂົາເຈົ້າ. ເພື່ອໄດ້ຖ່າຍພາບຊີວິດຊາວເຣີມັມ, ທ້າວ Rehahn ຕ້ອງລໍຖ້າໃນເວລາ 3 ປີ. ຫຼື ເວລາມາຢາມບ້ານຂອງຊາວ ລາຫູ, ລາວຮູ້ສຶກຕົກຕະລຶງຍ້ອນບໍ່ມີໃຜຮູ້ເວົ້າພາສາ ຫວຽດ... ແຕ່ຍິ່ງກວ່ານັ້ນ ແມ່ນຄວາມຮູ້ສຶກດີໃຈເມື່ອຜູ້ຖ່າຍຮູບ ຖ່າຍໄດ້ບັນດາຮູບພາບທີ່ຖືກໃຈ ແລະ ເກັບກຳໄດ້ຂໍ້ມູນເອກະສານ ທີ່ລຳ້ຄ່າຫຼາຍຢ່າງ.
 
ຍາກທີ່ຈະນັບໄດ້ບາດຍ່າງຂອງທ້າວ Rehahn ທີ່ເຄີຍຂ້າມຜ່ານໝູ່ ບ້ານກວ່າ 100 ແຫ່ງຂອງ ຫວຽດນາມ ເພື່ອບັນທຶກໄວ້ເລື່ອງລາວ ດ້ວຍພາບກ່ຽວກັບຊີວິດການເປັນຢູ່ຂອງຊາວຊົນເຜົ່່າສ່ວນນ້ອຍ. ລາວພວມ ແລະ ຈະສືບຕໍ່ການເດີນທາງໄປຄົ້ນພົບບັນດາຊົນເຜົ່າ ໃຫ້ຄົບຖ້ວນ ເພື່ອສຳເລັດຊຸດສະສົມ “ມໍລະດົດອັນລຳ້ຄ່າ” ທີ່ໄດ້ວາງສະແດງຢູ່ຫໍພິພິທະພັນຂອງລາວ ຢູ່ ໂຮ້ຍອານ. ນັກຖ່າຍຮູບ Rehahn ຍັງສ້າງແຜນການສົ່ງຜູ້ຕາງໜ້າຂອງ 54 ຊົນເຜົ່າ ຫວຽດນາມ ມາ ສະແດງວັດທະນະທຳມູນເຊື້ອຂອງເຂົາເຈົ້າຢູ່ຖະໜົນເກົ່າ ໂຮ້ຍອານ.
 
ປະຈຸບັນ, ນັກຖ່າຍຮູບ Rehahn ແລະ ຄອບຄົວພວມອາໄສຢູ່ ໂຮ້ຍອານ. ຫວຽດນາມ ໄດ້ກາຍເປັນບ້ານເກີດເມືອງນອນແຫ່ງທີສອງຂອງນັກຖ່າຍຮູບ Rehahn. 



ນ້ອງນ້ອຍຊາວເຜົ່າ ເມີນົງ ກັບເພື່ອນຂອງຕົນ. ພາບ: Rehahn


ພາບຖ່າຍແມ່ຍິງຊາວເຜົ່າ ເຮີມົງ. ພາບ: Rehahn


ພາບຖ່າຍແມ່ຍິງຊາວເຜົ່າ ໂບອີ. ພາບ: Rehahn


ນ້ອງນ້ອຍຊາວເຜົ່າ ບານາ. ພາບ: Rehahn


ພາບຖ່າຍຊາວເຜົ່າ ເຮີເຣ. ພາບ: Rehahn


ຊຸດອາພອນປະຈຳເຜົ່າຂອງຊາວເຜົ່າ ໂລໂລ. ພາບ: Rehahn


ຊຸດອາພອນປະຈຳເຜົ່າຂອງຊາວເຜົ່າ ຢາວແດງ. ພາບ: Rehahn


ພາບຊີວິດຂອງຊາວເຜົ່າ ເຊີຕຽງ. ພາບ: Rehahn


ຍິງສາວເຜົ່າ ໂລໂລ. ພາບ: Rehahn
 
ບົດ: ບິກເວີນ - ພາບ: ຮ້າມີ, Rehahn

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top