• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

Randy: ນັກຮ້ອງຂອງບັນດາບົດເພງກ່ຽວກັບບ້ານເກີດເມືອງນອນ ແລະ ແມ່

ໄດ້ມີຊື່ລືສຽງໃນສະມາຄົມຊາວ ຫວຽດນາມ ທີ່ພວມອາໄສຢູ່ ອາເມລິກາ ດ້ວຍນຳ້ສຽງທີ່ຈັບໃຈອົບອຸ່ນ, ນັກຮ້ອງຖືສອງສັນຊາດ ຫວຽດນາມ-ອາເມລິກາ Randy ໄດ້ເຮັດໃຫ້ບັນດາທ່ານຜູ້ຟັງຮູ້ສຶກສະເທືອນໃຈເປັນຢ່າງຍິ່ງ ເມື່ອຟັງລາວຮ້ອງເພງ.
ຊຸມປີມໍ່ໆ ມານີ້, ນັກຮ້ອງ Randy ມັກກັບມາ ຫວຽດນາມ ເພື່ອຈັດລາຍການສະແດງຫຼາຍກວ່າ, ລາວໃຫ້ຮູ້ວ່າ “ຢາກກັບມາບ່ອນຝັງສາຍແຮ່ແຜ່ສາຍບືເພື່ອໄດ້ໃກ້ຊິດກັບບ້ານເກີດເມືອງນອນ, ຈາກນັ້ນສາມາດເອົາບັນດາບົດເພງທີ່ດີເດັ່ນຂອງຕົນມາຮ້ອງຮັບໃຊ້ໃຫ້ແກ່ບັນດາທ່ານຜູ້ຟັງຢູ່ພາຍໃນ”.

Randy ມີຊື່ແທ້ແມ່ນ ເຈີ່ນກວັກຕວັນ, ຫາກໍ່ເກີດມາ ລາວ ກໍ່ໄດ້ຍ້າຍ ມາຢູ່ເຮືອນລ້ຽງເດັກກຳພ້າ ແທ່ງເຕິມ (ດ່າໜັງ). ເມື່ອອາຍຸ 5 ປີ, ລາວໄດ້ຄອບຄົວໜຶ່ງຢູ່ ເກີມຮ່າ (ໂຮ້ຍອານ) ມາຮັບເປັນລູກລ້ຽງ.
ພວກຂ້າພະເຈົ້າກັບນັກຮ້ອງ Randy ພົບກັນຢູ່ຮ້ານກາເຟແຫ່ງໜຶ່ງຢູ່ ໄຊງ່ອນ. ຫາກໍ່ພົບກັນ, ຂ້າພະເຈົ້າເຫັນວ່າ ລາວເປັນຄົນຂະຫຍັນຂັນແຂງ, ພິເສດ, ເຖິງວ່າ ລາວຍົກຍ້າຍໄປຢູ່ ອາເມລິກາ ຕັ້ງແຕ່ອາຍຸ 20 ປີ, ແຕ່ລາວເວົ້າ ແລະ ຮ້ອງເພງດ້ວຍພາສາ ຫວຽດ ໄດ້ຢ່າງຖືກ ຕ້ອງ.
 
ຊຸມປີທຳອິດໃນທົດສະວັດ 90 ຂອງສະຕະວັດທີ XX, ທ້າວ Randy ໄດ້ຍ້າຍໄປຢູ່ ອາເມລິກາ ແລ້ວເຂົ້າຮ່ວມການປະກວດຮ້ອງເພງໜຶ່ງໂດຍສະມາຄົມຊາວ ຫວຽດນາມ ອາໄສຢູ່ພາກໃຕ້ California ຈັດຂຶ້ນ. ໃນການປະກວດຮ້ອງເພງຄັ້ງນັ້ນ, ລາວໄດ້ຮັບລາງວັນແມ່ນເທບວິດີໂອໜ່ວຍໜຶ່ງ. ຢູ່ການປະກວດຮ້ອງເພງຄັ້ງທີ 2 ຂອງປີຕໍ່ໄປ, ລາວຍາດໄດ້ລາງວັນທີໜຶ່ງ. ປີ 1992, ລາວໄດ້ຮັບເລືອກເຂົ້າເປັນ ສະມາຊິກຂອງວົງດົນຕີ ຫາຍເອົາ ຢູ່ California ແລະ ກາຍເປັນນັກຮ້ອງອາຊີບຕັ້ງແຕ່ນັ້ນໄປ. 



ນັກຮ້ອງ Randy ຖືສອງສັນຊາດ ຫວຽດນາມ-ອາເມລິກາ. ພາບ: ດັ້ງກິມເຟືອງ


ນັກຮ້ອງ Randy ສະແດງທີ່ເຫດການສະແດງດົນຕີໜຶ່ງຢູ່ ອົດສຕາລີ. ພາບ: ເອກະສານ


ຊຸດເພງໜຶ່ງຂອງ Randy ໄດ້ແນະນຳຢູ່ ອົດສຕາລີ. ພາບ: ເອກະສານ
 

ປີ 1990, Randy ໄດ້ກັບມາປະເທດ ເທື່ອທຳອິດ ແລະ ຫຼັງຈາກນັ້ນ ໄປ ລາວໄດ້ຮູ້ເຖິງເປັນ “ນັກຮ້ອງໄປຊອກຫາແມ່” ໃນຕະຫຼອດເວລາ
ຫຼາຍປີຜ່ານມາ. ປະຈຸບັນ, ຈາກການຊ່ວຍເຫຼືອຂອງອົງການ ຈຳນວນໜຶ່ງ ແລະ ເອກະຊົນ, ລາວໄດ້ມີການພົບປະກັບແມ່ຍິງຫຼາຍຄົນໃນທົ່ວປະເທດ, ແຕ່ບໍ່ມີຜູ້ໃດເປັນແມ່ຂອງລາວ. ເຖິງແມ່ນວ່າ ຄວາມຫວັງຍັງເຫຼືອ 1% ແຕ່ລາວຍັງຢາກຊອກແມ່ຂອງຕົນໃຫ້ເຫັນ.
ທ້າວ Randy ໃຫ້ຮູ້ວ່າ ພໍ່ລາວເປັນຄົນ ອາເມລິກາ, ແມ່ລາວເປັນຄົນ ຫວຽດນາມ, ແຕ່ຫາກໍ່ເກີດມາ ລາວກໍ່ໄດ້ຍ້າຍມາຢູ່ໃນເຮືອນລ້ຽງ ເດັກກຳພ້າທີ່ ດ່າໜັງ ກ່ອນທີ່ໄດ້ກາຍເປັນລູກລ້ຽງຂອງຄອບຄົວຊາວ ຫວຽດນາມ ຄົນໜຶ່ງຢູ່ ເກີມຮ່າ (ໂຮ້ຍອານ).
 
ຂາດຄວາມອົບອຸ່ນໃນຄອບຄົວຕັ້ງແຕ່ຍາມນ້ອຍ, ເປັນຕົ້ນແມ່ນ ຄວາມດູແລເບິ່ງແຍງຂອງແມ່. ສິ່ງດັ່ງກ່າວ ກາຍເປັນແຫຼ່ງລະດົມ ກຳລັງໃຈເພື່ອໃຫ້ລາວຮ້ອງບັນດາບົດເພງກ່ຽວກັບຄວາມຮັກລະຫວ່າງແມ່ກັບລູກດ້ວຍພາສາ ຫວຽດ.
 
ບັນດາບົດເພງຄື: “ແມ່”, “ຮ້ອງຄຳແມ່ກ່ອມລູກ”, “ແມ່ມອງຖ້າລູກ ຢູ່ບ່ອນນັ້ນ”... ໂດຍ Randy ສະແດງ ໄດ້ສ້າງຄວາມປະທັບໃຈ ເປັນຢ່າງແຮງ ໃຫ້ແກ່ບັນດາທ່ານຜູ້ຟັງ. “ເວົ້າເຖິງ Randy ເວົ້າເຖິງແມ່, ເວົ້າເຖິງບ້ານເກີດເມືອງນອນ”, ຜູ້ຟັງຄົນໜຶ່ງເວົ້າເຖິງ Randy ຄືແນວນັ້ນ.
 
ປີ 2000, Randy ເລີ່ມແຕ່ງບັນດາບົດເພງດ້ວຍພາສາ ຫວຽດ ແລະ ມາເຖິງປະຈຸບັນນີ້, ລາວແຕ່ງເພງທັງໝົດໄດ້ປະມານ 40 ບົດ, ບົດເພງສ່ວນຫຼາຍເວົ້າເຖິງພໍ່, ແມ່, ຄວາມຮັກລະຫວ່າງບ່າວສາວ, ຄວາມຮັກບ້ານເກີດເມືອງນອນ, ປະເທດຊາດ. ລາວມີຄວາມສຳນຶກ ວ່າ: “ການແຕ່ງເພງຄືແຕ້ມຮູບດ້ວຍຄຳສັບ, ບັນດານຳ້ຈິດນຳ້ໃຈ, ຄວາມຮັກຈະແຕ້ມເປັນພາບແຜ່ນໜຶ່ງທີ່ມີຄວາມໝາຍ”. ບັນດາບົດ ເພງທີ່ລາວເປັນຜູ້ແຕ່ງໄດ້ຮັບການຕີລາຄາສູງຄື: ແມ່, ພໍ່, ຮອຍບາດ ແຜບໍ່ມີຮູບ, ເລື່ອງຊີວິດ, ມອງຖ້າຂ່າວຂອງພໍ່, ຮ້ອງຄຳແມ່ກ່ອມລູກ, ຄິດຮອດເມຍຫຼາຍ...

ເມຍຂອງ Randy (ບ້ານເກີດຢູ່ ລອງອານ, ປະຈຸບັນພວມອາໄສຢູ່ ນະຄອນ ໂຮ່ຈີມິນ) ເປັນແຫຼ່ງລະດົມກຳລັງໃຈເພື່ອໃຫ້ Randy ແຕ່ງ ອອກມາບັນດາບົດເພງກ່ຽວກັບຜູ້ເປັນເມຍ, ກ່ຽວກັບແມ່ຍິງ. ລາວເປັນ ຜູ້ຊ່ວຍ Randy ໃນການສະແດງແຕ່ລະຄັ້ງ,​ ເປັນຜູ້ລະດົມ ກຳລັງໃຈຂອງ Randy ແລະ ປະກອບສ່ວນ ຄຳຄິດເຫັນໃຫ້ແກ່ບົດເພງຈຳນວນໜຶ່ງຂອງ Randy. 



Randy ເປັນຮັກຮ້ອງໄດ້ຮູ້ເຖິງເປັນຜູ້ຮ້ອງກ່ຽວກັບແມ່
ແລະ ບ້ານເກີດເມືອງນອນ ຫວຽດນາມ. ພາບ: ດັ້ງກິມເຟືອງ



ນັກຮ້ອງ Randy ຮ້ອງເພງເນື່ອງໃນໂອກາດກັບມາສະແດງຢູ່ ຫວຽດນາມ.  ພາບ: ດັ້ງກິມເຟືອງ


 
Randy ໄດ້ກັບມາສະແດງຫຼາຍເທື່ອຢູ່ ຫວຽດນາມ ແລະ ໄປສະແດງ
ຢູ່ຫຼາຍບ່ອນດ້ວຍຄວາມມຸ່ງຫວັງຈະຊອກເຫັນແມ່ຂອງຕົນ. ພາບ: ດັ້ງກິມເຟືອງ



ນັກຮ້ອງ Randy ພົບປະສ້າງສັນກັບທ່ານຜູ້ຊົມຢູ່ນະຄອນ ໂຮ່ຈີມິນ. ພາບ: ດັ້ງກິມເຟືອງ


ນັກຮ້ອງ Randy ຖ່າຍຮູບກັບທ່ານຜູ້ຊົມ. ພາບ: ດັ້ງກິມເຟືອງ

ບໍ່ພຽງແຕ່ແຕ່ງເພງເທົ່ານັ້ນ, Randy ຍັງເອົາບັນດາຮູບພາບທີ່ສວຍ ສົດງົດງາມຂອງບ້ານເກີດເມືອງນອນ ຫວຽດນາມ ຊ້ອນເຂົ້າໃນບັນດາວິດີໂອ ດົນຕີຂອງຕົນ. ລາວຍາກແນະນຳບັນດາຮູບພາບທີ່ສວຍງາມກ່ຽວກັບປະເທດຊາດ, ຜູ້ຄົນ ແລະ ວັດທະນະທຳ, ຮີດຄອງປະເພນີ ຂອງ ຫວຽດນາມ ເຖິງບັນດາທ່ານຜູ້ຊົມຢູ່ໃນທົ່ວໂລກ ຜ່ານບັນດາ ບົດເພງຂອງຕົນ.
 
ຫວ່າງແລ້ວນີ້, Randy ໄດ້ເຊັນສັນຍາຮ່ວມມືກັບຊ່ອງເພງໜຶ່ງເທິງ youtube, ລາວຢາກຂຽນຕົວໜັງສື ຂຶ້ນຈໍ່ໂທລະພາບໃຫ້ບັນດາ ວິດີໂອ ຂອງຕົນດ້ວຍພາສາ ອັງກິດ ເພື່ອໃຫ້ຜູ້ເບິ່ງຢູ່ທຸກໆ ປະເທດ ໃນໂລກ ສາມາດຟັງ ແລະ ເຂົ້າໃຈໄດ້ບັນດາບົດເພງຂອງຄົນ ຫວຽດນາມ ແຕ່ງ.
 
“ຍ້ອນຜູ້ເບິ່ງຢູ່ຕ່າງປະເທດເຂົາບໍ່ເຂົ້າໃຈພາສາ ຫວຽດນາມ ເທົ່ານັ້ນ, ພວກເຮົາກໍ່ມີຫຼາຍບົດເພງຫຼາຍບົດກາບກອນທີ່ມ່ວນໆ, ຜູ້ແຕ່ງເພງ ດີເດັ່ນ, ຂ້າພະເຈົ້າພຽງແຕ່ເປັນຜູ້ແປ່ພາສາເທົ່ານັ້ນ, ແຕ່ຂ້າພະເຈົ້າ ຢາກເຮັດອັນໃດອັນໜຶ່ງເພື່ອແນະນຳສິ່ງທ່ິີດີທີສຸດຂອງ ຫວຽດນາມ ມາຍັງບັນດາທ່ານຜູ້ເບິ່ງໃນໂລກ”, ນັກຮ້ອງ Randy ໄດ້ແບ່ງປັນຄືແນວນັ້ນ.
ບົດ: ເຊີນເຫງ້ຍ - ພາບ: ດັ້ງກິມເຟືອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top