• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

Ramsar ຫຼ໋າງແຊນ ສະຖານທີ່ ດຶງດູດນັກທ່ອງທ່ຽວ

ເປັນເວລາຫຼາຍເຊັ່ນຄົນມາແລ້ວ, ເຂດດິນແດນ ດົ່ງທາບເມື່ອຍ ໄດ້ມີຄວາມ ສະໜິດຕິດພັນ ກັບບັນດາຄຸນຄ່າວັດທະນະທຳ, ປະ ຫວັດສາດ, ຄວາມສຸພາບຄ່ຽມຄົນ ແລະ ລຽບງ່າຍ ຂອງຜູ້ຄົນ ພ້ອມກັບ ລະບົບນິເວດ ທີ່ເປັນເອກະລັກ ຂອງເຂດແມ່ນຳ້ລຳເຊ ພາກໃຕ້. ພວກຂ້າພະເຈົ້າໄດ້ມາ ແລະ ຜ່ານປະສົບການຕົວຈິງ ໃນບັນຍາກາດ ແຫ່ງ ການທ່ອງທ່ຽວ ຊີວະພາບ ທີ່ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ, ເຂດ Ramsar ທີ 7 ຂອງຫວຽດນາມ ຊຶ່ງ ຫາກໍໄດ້ຮັບຮອງ ໃນເມື່ອເດືອນ ພະຈິກ 2015. 
ຄິດເຖິງກະວີໄດ້ຂຽນໄວ້ວ່າ “ທາບເມື່ອຍ ງາມທີສຸດແມ່ນດອກບົວ” ໄດ້ເລັ່ງລັດ ພວກຂ້າພະເຈົ້າ ເດີນທາງສູ່ໝູ່ບ້ານ ຫຼ໋າງແຊນ. ໝູ່ ບ້ານ ຫຼ໋າງແຊນ ຫ່າງຈາກ ນະຄອນ ໂຮຈີມິນ 140 ກິໂລແມັດ. ເຂົ້າໄປຫາຫຼ໋າງແຊນ, ພວກຂ້າພະເຈົ້າ ຕ້ອງໄປຜ່ານ ຄອງເໝືອງ ນ້ອຍແຫ່ງໜຶ່ງ ແລ້ວນັ່ງເຮືອຈັກ ໄປຕໍ່ປະມານໜຶ່ງກິໂມແມັດ ຈຶ່ງ ຮອດ. ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ ຕັ້ງຢູ່ລະຫວ່າງກາງ ໜອງບົວ ທີ່ກວ້າງໃຫຍ່ ກຳລັງບານ ສົ່ງກິ່ນຫອມໄປທົ່ວ. ພວກຂ້າພະເຈົ້າ ຖືກຕ້ອນຮັບຈາກພະນັກງານເຮັດວຽກຢູ່ ທີ່ນີ້ ດ້ວຍຄວາມ ຍິ້ມແຍ້ມແຈ່ມໃສ ແລະ ພາໄປທ່ຽວຊົມເຂດທ່ອງທ່ຽວ ຊີວະພາບ ທີ່ໄດ້ຮັບຂະໜານນາມວ່າ ເປັນ “ດົ່ງທາບເມື່ອຍຫຍໍ້ເຂົ້າ” ນີ້. 


ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ ມີເນື້ອທີ່ ກວມເອົາສອງຕາ ແສງ ຫວິງເລີ້ຍ ແລະ ຫວິງດ້າຍ, ເມືອງ ເຕິນຮຶງ,
ແຂວງ ລອງອານ ເປັນສ່ວນຫຼາຍ. 



ໜອງບົວ ຢູ່ໃນ ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ.


ດອກບົວເປັນ ຈຸດເດັ່ນ ດ້ານຄວາມງາມ ຂອງ ຫຼ໋າງແຊນ.


ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ ເປັນບ່ອນ ຢູ່ອາໄສ ຂອງ ນົກ ທີ່ມີຄ່າຫຼາຍຊະນິດ. 


ທັດສະນີຍະພາບທີ່ສະຫງົບສຸກ ໃນ ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ.


ທິວທັດທຳມະຊາດມີຄວາມງາມ ເໝືອນດັ່ງ ແດນສະຫວັນ ຢູ່ ເຂດ ອະນຸລັກ ທຳມະຊາດ ຫຼ໋າງແຊນ.




ບັນດາຕົວແບບຂອງ ບັນດາສິ່ງທີ່ມີຊີວິດ ເພື່ອການຄົ້ນຄວ້າ ໄດ້ ຮັບການວາງສະແດງ ຢູ່ ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ.


ນັກທ່ອງທ່ຽວພັກແຮມຄືນ ຢູ່ຕູບ ໃນໂອກາດ ມາຄົ້ນພົບ ເຂດ ອະ ນຸລັກ ທຳມະຊາດ ຫຼ໋າງແຊນ.

ທ່ານ ເຈືອງແທງເຊີນ, ຜູ້ອຳນວຍການເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ ໃຫ້ຮູ້ວ່າ: ຫຼ໋າງແຊນ ໄດ້ຮັບການສ້າງຕັ້ງ ເມື່ອ ປີ 2004 ດ້ວຍເນື້ອທີ່ທຳມະຊາດ ທັງໝົດ ກວ່າ 5030 ເຮັກ ຕາ, ໃນນັ້ນ ມີ ເນື້ອທີ່ດິນເປັນສ່ວນໃຫຍ່ ຂຶ້ນກັບສອງຕາແສງ ຄື: ຫວິງເລີ້ຍ ແລະ ຫວິງດ້າຍ, ເມືອງ ເຕິນຮຶງ, ແຂວງ ລອງອານ. ຫຼ໋າງແຊນ ແມ່ນ ຊື່ ເອີ້ນທີ 7 ຂອງ ຫວຽດນາມ ຖືກຮັບຮອງວ່າ ເປັນເຂດ Ramsar ຂອງໂລກ ໃນເດືອນ ພະຈິກ 2015. ຫຼັງຈາກນັ້ນ, ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ ໄດ້ຕັ້ງ ຫ້ອງການທ່ອງທ່ຽວ ເພື່ອຊຸກຍູ້ ບັນ ດາການເຄື່ອນໄຫວ ແນ ໃສ່ ດຶງດູດ ນັກທ່ອງທ່ຽວ ຈາກ ທົ່ວທຸກ ສາລະທິດ ມາຍັງເຂດດິນ ທີ່ບໍ່ຄ່ອຍເຫັນນີ້, ປະກອບສ່ວນ ຊຸກຍູ້ ພັດທະນາ ການທ່ອງທ່ຽວ ຂອງ ແຂວງ ລອງອານ. 

ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ ເປັນບ່ອນ ຢູ່ອາໄສ ຂອງ ສັດ ຊະນິດຕ່າງໆ 156 ຊະນິດ, ໃນນີ້ມີນົກ ທີ່ມີຄ່າ 142 ຊະນິດ ພ້ອມ ກັບ ປາ, ສັດເຄິ່ງບົກເຄິ່ງນ້ຳ, ສັດເລືອຄານ 86 ຊະນິດ ແລະ ສິ່ງ ທີ່ມີຊີວິດອື່ນໆ ທີ່ສາມາດບິນໄດ້ ຫຼື ໃຊ້ຊີວິດ ຢູ່ໃນນຳ້ພຽງ ໄຊຍະ ສັ້ນ. ໃນນັ້ນ ມີ 24 ປະເພດ ນົກທີ່ມີຄ່າຫາຍາກ ຂອງໂລກ ທີ່ມີ ຄຸນຄ່າອະນຸລັກຮັກສາເຊັ່ນ: ເປັດກືກປີກຂາວ, ນົກເຄົ້າສີໝາກ ກະເບົາ, ນົກຍຸງ, ນົກເຕັນ, ນົກເປັດນ້ຳ ແລະ ອື່ນໆ...
ເວລາຫາກໍ 5 ໂມງ ຕອນເຊົ້າ, ທ່ານ ຫງວຽນວັນກວກ, ພະນັກງານ ຫ້ອງການ ທ່ອງທ່ຽວ ຂອງ ຫຼ໋າງແຊນ ໄດ້ປຸກພວກຂ້າພະເຈົ້າ ຕື່ນ ນອນ ເພື່ອໄປເບິ່ງ ນົກປະເພດຕ່າງໆ ອົບພະຍົບ ມາຍັງ ຫຼ໋າງແຊນ ຍ້ອນວ່າ “ນົກເຕົ້າໂຮມກັນຢູ່ ຫຼ໋າງແຊນ ໃນຈຸດເວລານີ້ ແມ່ນຫຼາຍ ທີ່ສຸດ”. ເພິ່ນໃຊ້ລົດຈັກ ພາພວກຂ້າພະເຈົ້າ ຜ່ານເສັ້ນທາງ ສາຍ ຕ່າງໆ ຊຶ່ງທັງສອງຝາກທາງ ແມ່ນ ປ່າສະເມັດ, ຢູ່ອ້ອມຂ້າງ ແມ່ນ ບັນດາທົ່ງນາທີ່ເຕັມແຕ່ນ້ຳ ກັບລະບົບພືດສາສາດ ທີ່ເປັນ ເອກະລັກ. ໄດ້ຊົມຮູບພາບ ນົກບິນ ຢູ່ ລະຫວ່າງທ້ອງຟ້າ ແລະ ທອດເງົາ ລົງສູ່ໜ້ານ້ຳ ທີ່ກວ້າງໃຫຍ່ໄພສານ, ບາງຄັ້ງຄາວ ຮູ້ສຶກໄດ້ ກິ່ນ ຂີວໆ ຈາກຕົ້ນໄມ້ໃບຫຍ້າ ໃນຍາມ ຮຸ່ງເຊົ້າ ກໍແມ່ນ ການເຄື່ອນໄຫວປະທັບໃຈ ສຳລັບຜູ້ ທີ່ມາຍັງ ຫຼ໋າງແຊນ.

ທ່ານ ກວກ ຍັງພາພວກຂ້າພະເຈົ້າ ໄປຢ້ຽມຢາມ ບັນດາ ໜອງ ດອກບົວ ຢູ່ໃນ ຫຼ໋າງແຊນ ດ້ວຍເຮືອຈັກ. ພວກຂ້າພະເຈົ້າມີໜ້າ ຢູ່ທີ່ນີ້ ໃນຂະນະທີ່ ຕາເວັນໄດ້ຂຶ້ນສູງ, ຝຸງນົກຍາງ, ນົກເຕັນ, ນົກ ເປັດ... ເປັນຝູງ ກຳລັງຊອກຫາກິນ ຢ່າງຂະຫຍັນໝັ່ນພຽນ. ທ່ານ ກວກໃຫ້ຮູ້ວ່າ ປັດຈຸບັນ ເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ ກຳ ລັງອະນຸຮັກສາ ໜອງບົວ 50 ເຮັກຕາ ແລະ ເຂົ້າຟ້າ 40 ເຮັກຕາ ພ້ອມກັບ ສິ່ງມີຊີວິດ ຈຳນວນໜຶ່ງ ທີ່ ໄດ້ຮັບການ ຟື້ນຊີບຄືນໃໝ່. ສິ່ງດັ່ງກ່າວ ໄດ້ສ້າງສິ່ງອຳນວຍຄວາມສະດວກ ໃຫ້ບັນດາປະເພດ ນົກ ແລະ ສັດຫຼາຍປະເພດມາຢູ່ ອາໄສ ແລະ ຫາກິນ ຢູ່ທີ່ນີ້.

ແຕ່ດົນນານມາແລ້ວ, ເມື່ອເວົ້າເຖິງ ດົ່ງທາບເມື່ອຍ ແມ່ນເອີ່ຍເຖິງ ແຖບດິນ ທີ່ ຮັ່ງມີໄປດ້ວຍ ຊັບໃນດິນ ສິນໃນນຳ້ ທີ່ເປັນບັນດາ ຜະ ລິດຕະພັນພິເສດ ຂອງເຂດແມ່ນຳ້ລຳເຊ ພາກໃຕ້, ໂດຍສະເພາະ ຢ່າງຍິ່ງ ແມ່ນໃນລະດູນຳ້ຍື່ງ, ຄົນທັງຫຼາຍມັກຄິດເຖິງ ແຂວງ ດົ່ງ ທາບ ຫຼື  ແຂວງ ອານຢາງ. ແຕ່ທີ່ແທ້ ແຖບດິນທີ່ຕ່ຳທີ່ສຸດ, ມີລັກ ສະນະທີ່ເປັນເອກະລັກ ກັບບັນດາຜະລິດຕະພັນພິເສດ ທ້ອງຖິ່ນ ຂອງ ດົ່ງທາບເມື່ອຍ ໃນລະດູນຳ້ຍື່ງ ກໍແມ່ນເຂດອະນຸລັກ ທຳມະ ຊາດ ຫຼ໋າງແຊນ ຊຶ່ງຕັ້ງຢູ່ ພື້ນທີ່ ຂອງ ແຂວງ ລອງອານ ເປັນສ່ວນ ຫຼາຍ. ການແນະນໍາສະຖານທີ່ທ່ອງທ່ຽວ ຈະຊ່ວຍໃຫ້ນັກທ່ອງທ່ຽວ ຮູ້ຈັກ ແລະ ມາຍັງ ແຂວງ ລອງອານ ນັບມື້ເພີ່ມຂຶ້ນ ເພື່ອຜ່ານປະ ສົບການຕົວຈິງ ແລະ ຄົ້ນພົບດິນແດນ ທີ່ເປັນປະຕູ ຂອງ ການ ເຊື່ອມຕໍ່ ທົ່ວເຂດ ທົ່ງພຽງແມ່ນ້ຳຂອງ ຊຶ່ງແຕ່ດົນມາແລ້ວ ຍັງຄົງ ຮັກສາໄວ້ໄດ້ ບັນດາຄຸນຄ່າທາງວັດທະນະທຳ-ທ່ອງທ່ຽວ ທີ່ເປັນ ເອກະລັກ ຂອງ ເຂດດົ່ງທາບເມື່ອຍ ທີ່ຮັ່ງມີໄປດ້ວຍ ຜະລິດຕະ ພັນພິເສດ ຂອງທ້ອງຖິ່ນ, ພົ້ນເດັ່ນ ແມ່ນເຂດອະນຸລັກ ທຳມະຊາດ ຫຼ໋າງແຊນ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top