ຮ່າໂນ້ຍ ສະເຫຼີມສະຫຼອງ 60 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ

ເຫດການສະເຫຼີມສະຫຼອງ 60ປີ ແຫ່ງວັນປົດປ່ອຍນະຄອນ ຫຼວງ ເປັນໂອກາດເພື່ອໃຫ້ຊາວນະຄອນຫຼວງ ຫວນຄືນເຖິງ ປະຫວັດ ສາດ ອັນອົງອາດກ້າຫານ ສ້າງສານະຄອນຫຼວງໃຫ້ “ສະຫງ່າຜ່າເຜີຍ, ໃຫຍ່ງາມກວ່າ” ເໝືອນດັ່ງຄວາມມຸ່ງມາດປາດ ຖະໜາຂອງ ປະທານ ໂຮ່ຈີມິນ “ຫວຽດນາມ ພັດທະນາໃຫ້ທຽບເທົ່າກັບບັນດາປະເທດມະຫາອຳນາດໃນ 5 ທະວີບ”.

ຊຸມວັນມໍ່ໆນີ້, ທຸກໆ ຖະໜົນຫົນທາງຢູ່ນະຄອນຫຼວງ ຮ່າໂນ້ຍ ຄືດັ່ງໄດ້ໃສ່ເສື້ອຜືນໃໝ່. ເບິ່ງຄືນ 60 ປີແຫ່ງການຕໍ່ສູ້, ກໍ່ສ້າງ ແລະ ຈະເລີນເຕີບໂຕ, ນະຄອນຫຼວງ ຮ່າໂນ້ຍ ບັນລຸໄດ້ຫຼາຍຜົນສຳເລັດອັນຍິ່ງໃຫຍ່. ຮ່າໂນ້ຍ ແລະ ທົ່ວປະເທດໃນປະຈຸບັນ ພາກພູມໃຈຕໍ່ການປ່ຽນແປງຢ່າງໃຫຍ່ຫຼວງ ແລະ ໄວ້ວາງໃຈໃນອະນາຄົດຂອງນະຄອນຫຼວງທີ່ທັນສະໄໝ, ຮັ່ງມີມັ່ງຄັ່ງ ແລະ ມີຄວາມສິວິໄລ.

ຂ່າວພາບຫວຽດນາມ ຂໍແນະນຳເຖິງທ່ານຜູ້ອ່ານ ບັນດາຮູບພາບທີ່ດີເດັ່ນ ໃນເຫດການສຳຄັນນີ້.
ບົດ: ກວິ່ງແອງ - ພາບ: ເຕິດເຊີນ, ວັນກວ່ຽນ, ທົງຫາຍ.

ຊາວນະຄອນຫຼວງຮູ້ສຶກຈັບໃຈຕໍ່ການຍິງບັ້ງໄຟດອກຢູ່ແຄມໜອງ ຮວ່ານກຽມ. ພາບ: ທົງຫາຍ
ຍິງບັ້ງໄຟດອກຢູ່ແຄມແມ່ນ້ຳໂຮ່ງ. ພາບ: ວັນກວ່ຽນ
ບັ້ງໄຟດອກໄດ້ຍິງສູ່ທ້ອງຟ້າຄືດອກໄມ້ໄຟຫຼາກຫຼາຍສີສັນ. ພາບ: ວັນກວ່ຽນ
ທ້ອງຟ້າ ນະຄອນຫຼວງ ເຕັມໄປດ້ວຍບັ້ງໄຟດອກ. ພາບ: ວັນກວ່ຽນ
ການຍິງບັ້ງໄຟດອກຢູ່ໜອງ ຮວ່ານກຽມ. ພາບ: CTV
ປະຊາຊົນຫຼາຍພັນຄົນເຕົາໂຮມຢູ່ໜອງ ຮວ່ານກຽມ ລໍຖ້າການຍິງບັ້ງໄຟດອກ. ພາບ: ທົງຫາຍ
ນັກທ່ອງທ່ຽວຕ່າງປະເທດ ສາມາດຮັບຮູ້ໄດ້ຄວາມໃກ້ຊິດ ແລະ ຮັກແພງແຂກຂອງ ຮ່າໂນ້ຍ ໃນຄຳ່ຄືນສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ທົງຫາຍ
ນັກສຶກສາພັນກວ່າຄົນ ເຕົ້າໂຮມຢູ່ ກຳແພງນະຄອນຫຼວງເກົ່າ ທັງລອງ ເພື່ອສະແດງນ້ຳໃຈຂອງຕົນກັບຮ່າໂນ້ຍ. ພາບ: ທົງຫາຍ
ຊາວນະຄອນຫຼວງຫຼາຍພັນຄົນ ແຫ່ກັນມາເຕົ້າໂຮມຢູ່ໜອງ ຮວ່ານກຽມ. ພາບ: ທົງຫາຍ
ວັດ ເຈີນກວກ ເຕັມໄປດ້ວຍໂຄມໄຟໃນຄຳ່ຄືນ ສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ເຕິດເຊີນ
ນັກທ່ອງທ່ຽວຕ່າງປະເທດ ສະແດງນ້ຳໃຈຂອງຕົນກັບ ຮ່າໂນ້ຍ. ພາບ: ທົງຫາຍ
ຖະໜົນຫົນທາງ ຢູ່ ຮ່າໂນ້ຍ ໄດ້ຮັບການຕົບແຕ່ງທີ່ສວຍງາມ ເນື່ອໃນໂອກາດ ສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ທົງຫາຍ
ແຫ່ຮູບ ລຸງໂຮ່ ໃນຄຳ່ຄືນສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ທົງຫາຍ
ສີສັນຂອງບັນດາເຜົ່າ ຫວຽດນາມ ໃນຄ່ຳຄືນສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ທົງຫາຍ
ງານດອງຂອງຊາວ ຮ່າໂນ້ຍ ໃນຊຸມປີ 50 ຂອງສະຕະວັດກ່ອນ. ພາບ: ທົງຫາຍ
ການຟ້ອນມັງກອນ ແຄມໜອງ ຮວ່ານກຽມ ໃນຄຳ່ຄືນສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ທົງຫາຍ
ນັກທ່ອງທ່ຽວຕ່າງປະເທດ ມັກຖ່າຍຮູບໃນທ້ອງຖະໜົນ ຢູ່ນະຄອນຫຼວງໃນໄລຍະນີ້. ພາບ: ທົງຫາຍ
ບັນດາປ້າຍຄຳຂວັນ ມຸ່ງສູ່ງານສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ທົງຫາຍ
ໄວໜຸ່ມ ຮ່າໂນ້ຍ ຈັດໂຄມໄຟໃນຄຳ່ຄືນສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ. ພາບ: ເຕິດເຊີນ
  •  


top