ຮູບປັ້ນ ແມວ ນໍາໂຊກ ດ້ວຍຂໍ້ຄວາມ ແຫ່ງຄວາມສຸກ

ເປັນເວລາຫຼາຍປີຜ່ານມາ,ສໍາລັບ ຜູ້ທີ່ນິຍົມເຄື່ອງສິລະປະຫັດຖະ ກໍາ, ບຸນເຕັດ ບໍ່ພຽງແຕ່ແມ່ນການຊື້ດອກຄາຍ, ດອກເໝີຍເທົ່ານັ້ນ, ເຂົາເຈົ້າຍັງ ຄອງຖ້າໂອກາດບຸນປີໃໝ່ ປະຈຳຊາດມາເຖິງ ເພື່ອຊື້ ຮູບປັ້ນ ສັດສັກສິດ ໂດຍບໍລິສັດ ມິງລອງ 1 ຈໍາກັດ ເປັນຜູ້ຜະລິດ. ຊຸດ​ສະ​ສົມ ຮູບປັ້ນແມວເຄືອບດິນເຜົາ -  ສັດສັກສິດ ຂອງປີ 2023 (ຖືກກັບ ປີເຖາະ ຕາມປະຕິທິນ ຂອງ ລາວ) ດ້ວຍ​ການ​ອອກ​ແບບ​ທີ່​ເປັນ​ເອກະລັກ, ມີ​ລັກສະນະສິລະ​ປະ​ສູງ, ມີ​ຄວາມ​ໝາຍ​ອັນ​ດີງາມ,  ເໝາະ​ສົມ​ເພື່ອ​ວາງສະ​ແດງ ​ແລະ ​ເປັນ​ຂອງຂວັນໃຫ້ເພື່ອນສະໜິດ ມິດສະຫາຍ ກັບຄຳອວຍພອນປີໃໝ່ ຈົ່ງມີແຕ່ຄວາມຜາສຸກ, ສຸຂະ ພະລານາໄມ,ໂຊກລາບ ແລະ ເງິນຄໍາ ຫຼວງຫຼາຍ. 

ແມວເປັນສັດລ້ຽງ ທີ່ມີຄວາມສະໜິດຊິດກັບຄົນຫຼາຍທີ່ສຸດ. ຮູບພາບ ຂອງໂຕແມວ ໄດ້ເຂົ້າໄປໃນບົດກະວີ, ເຊື່ອງຊ້ອນປັດຊະຍາ ກ່ຽວ ກັບຊີວິດ ໃນບົດປະພັນພື້ນເມືອງ ຫຼື ເທບນິຍາຍຫຼາຍບົດ ໃນທຸກ ພື້ນຖານວັດທະນະທຳ ທົ່ວ 7 ທະວີບ. 

ໃນວັດທະນະທໍາ ຂອງ ຫວຽດນາມ, ການພິຈາລະນາ ສັດປະຈຳ ລາ ສີ 12 ປະເພດ ຂອງປີ, ໃນນັ້ນ ມີ 7 ປະເພດທີ່ໄດ້ລ້ຽງ ແລະ ເຝິກ ມາແຕ່ດົນນານ, ກາຍເປັນສັດລ້ຽງເຊັ່ນ: ຄວາຍ, ແມວ, ມ້າ, ແບ້, ໄກ່, ໝາ ແລະ ໝູ. ແມວ ມີຄວາມຊ່ຽວຊານ ໃນການຈັບໜູ, ຮັກສາ ສາງເຂົ້າ, ປົກປ້ອງຜົນສຳເລັດການອອກແຮງງານມະນຸດ, ສະນັ້ນ ໄດ້ຮັບຄວາມຮັກແພງເປັນພິເສດ. ເວົ້າໃນແງ່ການເວລາ, ໃນໂມງ ມ໊າວ (5-7 ໂມງ) ແມ່ນຊ່ວງເວລາ ຂອງອາລຸນວັນໃໝ່. ໃນຈຸດເວ ລານີ້, ຕາເວັນຄ່ອຍໆ ພົ້ນຂຶ້ນ ສ່ອງແສງສະຫວ່າງ ທົ່ວທ້ອງຟ້າ ດ້ວຍ ແສງແດດທີ່ອົບອຸ່ນ. ເດືອນ ມ໊າວ (ເດືອນ ສອງ), ອາກາດ ຫຼັງລະ ດູ ໜາວເລີີ່ມອົບອຸ່ນຂຶ້ນ, ຕົ້ນໄມ້ໃບຫຍ້າ ເລີ່ມອອກໜໍ່ ຈໍ່ໃບ.

ມ໊າວ ໃນວັດຖຸ ທັງຫ້າທີ່ເປັນເຄົ້າກຳເນີດຂອງໂລກ ຕິດພັນກັບ ລະດູບານໃໝ່, ມີຄວາມໝາຍເລີ່ມຕົ້ນ, ທຸກສິ່ງທຸກຢ່າງ ສະຫວ່າງ ສົດ ໃສ. ຮູບປັ້ນແມວ ຍັງມີຄວາມໝາຍຫຼາຍຢ່າງທີ່ດີງາມ. ຮູບພາບ ຮູບ ປັ້ນແມວມັກ ພົບເຫັນຢູ່ໃນຮ້ານອາຫານ ເກືອບໝົດທຸກຮ້ານ, ຝາກ ຝັງຄວາມໄຝ່ຝັນ ກ່ຽວກັບຄວາມຈະເລີນຮັ່ງມີ.

ຊຸດສະສົມຮູບປັ້ນແມວເຄືອບດິນເຜົາ ມິງລອງ I ມີ 3 ຫົວເລື່ອງຄື: ວ້ານຟຸກ (ມີບຸນຢ່າງຫຼວງຫຼາຍ), ດ້າຍກ໋າດ (ດີຫຼາຍ), ຕ່າຍລົກ (ຄວາມໂຊກລາບ) ຊຶ່ງສະແດງຄວາມປາດຖະໜາອັນດີງາມ ໂດຍຜ່ານຮູບ ຂອງໂຕແມວ ທີ່ແຕກຕ່າງກັນ. ຮູບປັ້ນແມວ ຕ່າຍລົກ ແມ່ນຜະລິດຕະພັນເຄືອບດິນເຜົາສິລະປະ ສຳລັບວາງສະແດງ ທີ່ ຜະລິດໂດຍ ມິງລອງ I ດ້ວຍດິນເຜົາເຄືອບ ທີ່ມີຄຸນນະພາບສູງທີ່ສຸດ, ສ້າງຄວາມງາມທີ່ສົມບູນແບບ, ຫຼູຫຼາ ແລະ ລະອຽດອ່ອນ. ດ້ວຍພອນສະຫວັນ ດ້ານສິລະປະທີ່ເປັນເອກະລັກສະເພາະຂອງຕົນ, ມິງລອງ I ໄດ້ນຳຮູບພາບໂຕແມວ ໃນນິທານພື້ນເມືອງ ເຂົ້າຮູບປັ້ນ ໂຕແມວ ດ້າຍກ໋າດ ທີ່ໂດດເດັ່ນ ດ້ວຍການສ້າງຮູບທີ່ ສົມສ່ວນ, ທ່າທາງ ນັ່ງຢ່າງໜັກແໜ້ນ, ສອງຫູຕັ້ງຂຶ້ນ, ແສງຕາແຫຼມຄົມ, ຮອຍຍິ້ມ ສະແດງອອກຄວາມສະຫຼາດຫຼັກແຫຼມ ແລະ ວາດຊົງ ໝັ້ນໃຈ. ໂດຍນໍາເອົາຄວາມຄິດສ້າງສັນ ຈາກສັດ ທີ່ຄຸ້ນເຄີຍ, ຮູບປັ້ນແມວ ວ້ານຟຸກ ມີການສ້າງຮູບທີ່ອີ່ມເຕັມ, ຫູຕັ້ງຂຶ້ນ, ຍິ້ມ, ສີໜ້າ ສະແດງຄວາມປິຕິຍິນດີ. ຜົນງານດັ່ງກ່າວໄດ້ຟື້ນຄືນໃໝ່ ຮູບພາບ ຂອງ ແມວໃນໝູ່ປະຊາ ແຕ່ຖືກປະດິດແຕ່ງ ດ້ວຍລັກສະນະ ທີ່ເບີກບານມ່ວນຊື່ນ, ຮອຍຍີ້ມ ໄຮ້ດຽງສາ, ທ່າທາງພາຍນອກ ທີ່ສົດໃສ ເພື່ອ ເປັນສັນຍາລັກ ຂອງ ຄວາມສຸກສະບາຍໃຈ ແລະ ຄວາມໂຊກ ລາບ ຢ່າງລົ້ນເຫຼືອ, ໂດຍສະເພາະ, ຄໍຂອງແມວໃສ່ ກະດິງຄຳ ດ້ວຍ ຄວາມໝາຍນຳມາຄວາມສຸກ ແລະ ຄວາມໂຊກລາບ ຢ່າງຫຼວງຫຼາຍ.

ທ່ານ ລີ໋ຮຸຍຊ໋າງ, ຜູ້ອຳນວຍການໃຫຍ່ບໍລິສັດ ມິງລອງ I ຈຳກັດໃຫ້ຮູ້ວ່າ: ຮູບປັ້ນແມວເຄືອບດິນເຜົາ ມິງລອງ I ປີ 2023ຍັງຝາກຂໍ້ຄວາມ ເຖິງທຸກຄົນເຊັ່ນ: ຂໍໃຫ້ຢູ່ເຢັນເປັນສຸກ, ຈະເລີນຮັ່ງມີ, ແຕ່ມີບາງຄົນ ຂໍຄວາມຮັກ, ສຸຂະພາບ ກໍ່ມີ, ແຕ່ລວມຄວາມແລ້ວ, ສິ່ງທີ່ທຸກຄົນ ຕ່າງກໍຢາກມຸ່ງໄປເຖິງ ນັ້ນແມ່ນຄວາມສຸກ.

ຊຸດສະສົມຮູບປັ້ນແມວເຄືອບດິນເຜົາ ມິງລອງ I ດ້ວຍການອອກ ແບບ ທີ່ເປັນເອກະລັກ, ມີລັກສະນະສິລະປະສູງ, ມີຄວາມໝາຍ ຫຼາຍຢ່າງທ່ີຈົບງາມ, ເໝາະສຳລັບວາງສະແດງ ແລະເປັນຂອງຂວັນ ໃຫ້ເພື່ອນສະໜິດ ດ້ວຍຄຳອວຍພອນປີໃໝ່ ຈົ່ງມີແຕ່ຄວາມໂຊກ ລາບ ແລະ ຜາສຸກ. 

ຂັ້ນຕອນການຫຼໍ່ແມ່ພິມ ເພື່ອສ້າງຜະລິດຕະພັນ ຮູບປັ້ນຍາບ. ພາບ: ເລມິງ
ຂັ້ນຕອນທາສີ ແລະ ປັບປຸງສ່ວນລາຍລະອຽດ ໃຫ້ຮູບປັ້ນແມວ ກ່ອນ ນຳເຂົ້າສູ່ເຕົາເຜົາ. ພາບ: ເລມິງ
ຂັ້ນຕອນ ກ່ອນທີ່ຈະຕິດຄໍາປີວ 24K. ພາບ: ເລມິງ
ຂັ້ນຕອນ ກ່ອນທີ່ຈະຕິດຄໍາປີວ 24K. ພາບ: ເລມິງ
ແມວເຄືອບດິນເຜົາ ທີ່ຫາກໍເອົາອອກຈາກເຕົາເຜົາ. ພາບ: ເລມິງ
ທ່ານ ລີ໋ຮຸຍຊ໋າງ, ຜູ້ອຳນວຍການໃຫຍ່ບໍລິສັດ ມິນລອງ I ຈຳກັດ, ກັບ ຊຸດຜະລິດຕະພັນ ແມວເຄືອບດິນເຜົາ. ພາບ: ເລມິງ
ລູກຄ້າຊື້ຮູບປັ້ນແມວເຄືອບດິນເຜົາ ຢູ່ຫ້ອງວາງສະແດງ ມິງລອງ I. ພາບ: ເລມິງ
ຊຸດຮູບປັ້ນແມວເຄືອບດິນເຜົາ-ສັດສັກສິດ ປີ 2023 ຂອງ ມິງລອງ I ມີຂະໜາດ ແລະ ສີສັນທີ່ແຕກຕ່າງກັນ. ພາບ: ເລມິງ
ຮູບປັ້ນແມວ ດ້າຍກ໋າດ ມີການຕົກແຕ່ງດ້ວຍຄຳ. ພາບ: ເລມິງ
ຮູບປັ້ນແມວ ດ້າຍກ໋າດ ມີການຕົກແຕ່ງດ້ວຍຄຳ. ພາບ: ເລມິງ
ຮູບປັ້ນແມວ ດ້າຍກ໋າດ ມີການຕົກແຕ່ງດ້ວຍຄຳ. ພາບ: ເລມິງ
ຮູບປັ້ນແມວ ດ້າຍກ໋າດ ມີການຕົກແຕ່ງດ້ວຍຄຳ. ພາບ: ເລມິງ
ຮູບປັ້ນແມວ ດ້າຍກ໋າດ ມີການຕົກແຕ່ງດ້ວຍຄຳ. ພາບ: ເລມິງ
ຮູບປັ້ນແມວ ຕ່າຍລົກ ມີການຕົກແຕ່ງດ້ວຍຄຳ. ພາບ: ເລມິງ
ຮູບປັ້ນແມວ ວ້ານຟຸກ ມີການຕົກແຕ່ງດ້ວຍຄຳ. ພາບ: ເລມິງ
ຮູບປັ້ນແມວ ວ້ານຟຸກ ມີການຕົກແຕ່ງດ້ວຍຄຳ. ພາບ: ເລມິງ
ຮູບປັ້ນແມວເຄືອບດິນເຜົາ ມິງລອງ I ມີຫຼາຍຮູບຊົງ ພ້ອມຊື່ເອີ້ນ ແມ່ນຄຳອວຍພອນຕ່າງໆ ທີ່ມີຄວາມໝາຍເຊັ່ນ: ວ້ານຟຸກ (ມີບຸນຢ່າງຫຼວງຫຼາຍ), ດ້າຍກ໋າດ (ດີຫຼາຍ), ຕ່າຍລົກ (ຄວາມໂຊກລາບ). ພາບ: ເລມິງ
  • ປະຕິບັດໂດຍ: ເລມິງ/VNP - ແປໂດຍ: ບິກລຽນ

top