ລະດູ ບັງລັງ ຢູ່ ຮ່າໂນ້ຍ

ຖ້າລົງຖະໜົນໃນຕອນເຊົ້າຂອງເດືອນພຶດສະພາຢູ່ ຮ່າໂນ້ຍ, ພວກເຮົາຈະພົບເຫັນນະຄອນແຫ່ງໜຶ່ງເຕັມໄປດ້ວຍສີອິດຂອງດອກບັງລັງ (Lagerstroemia speciosa).
ແຕ່ຖະໜົນສາຍຕ່າງໆ ເຖິງທາງຮ່ອມຫຼາຍເສັ້ນ, ສີອິດທີ່ເບົາບາງຂອງດອກ ບັງລັງ ເຮັດໃຫ້ປະຊາຊົນຫຼາຍຄົນຮູ້ສຶກຫວນອາໄລ ແລະ ສະເທືອນໃຈ. ພິເສດ, ເທິງຖະໜົນສາຍຕ່າງໆ ຄື: ກີມມ໋າ, ຫວ່າງກວັກວຽດ, ຫງວຽນຖ໋າຍຮອກ…. ເຕັມໄປດ້ວຍສີອິດທີ່ລຽບງ່າຍຂອງດອກ ບັງລັງ ຊຶ່ງປະດັບປະດາເຮັດໃຫ້ນະຄອນຫຼວງ ສວຍສົດງົດງາມ ແລະ ສະຫງົບກວ່າ.
ພ້ອມກັບດອກຝາງ, ສີອິດຂອງດອກ ບັງລັງ ມີຄວາມສະໜິດຕິດພັນກັບລຸ້ນນັກຮຽນຢ່າງຕະຫຼອດໄປ. ເວລາຈະມາເຖິງນີ້ ແມ່ນພັກແລ້ງ, ບັນດານັກຮຽນຈະໄດ້ພັກຮຽນຊົ່ວຄາວ, ຈະບໍ່ໄດ້ມາໂຮງຮຽນ, ຈະບໍ່ໄດ້ພົບກັບຄູອາຈານ ແລະ ໝູ່ເພື່ອນ, ສີຂອງດອກ ບັງລັງ ຄືສົ່ງສັນຍານບອກໃຫ້ຮູ້ວ່າ ເວລາຈາກກັນໃກ້ຈະມາເຖິງແລ້ວ.
ສີອິດຂອງດອກບັງລັງປະສານສົມທົບເຂົ້າກັບສະຖາປັດຕະຍະກຳທີ່ເກົ່າແກ່ຂອງເຮືອນຫຼາຍຫຼັງຢູ່ເຂດຖະໜົນເກົ່າ ຮ່າໂນ້ຍ.
ສີອິດຂອງດອກບັງລັງຢູ່ແຄມໜອງເກືອມ.
ບັງລັງອອກດອກແຄມຂົວ ເຖ໋ຮຸກ.
ບັງລັງຕົ້ນໜຶ່ງອອກດອກຢູ່ແຄມໜອງເກືອມ.
ຮົ່ມໄມ້ບັງລັງ ປົກຄຸມທາດ ຮວ່າຝອງ ຢູ່ແຄມໜອງ ເກືອມ.
ນັກຮຽນ ຮ່າໂນ້ຍ ໃນຊຸດອ໋າວຢ່າຍ ພວມບັນທຶກຮູບພາບທີ່ສວຍງາມຂອງຕົນກັບດອກບັງລັງໄວ້.
ສີອິດທີ່ສວຍງາມຂອງດອກບັງລັງ.
ດອກບັງລັງ ໄດ້ສ້າງຈຸດເດັ່ນໃຫ້ແກ່ຖະໜົນສາຍຕ່າງໆ ຢູ່ ຮ່າໂນ້ຍ.
ນັກທ່ອງທ່ຽວພວມບັນທຶກຮູບພາບຂອງດອກບັງລັງ ເມື່ອມາຢາມ ຮ່າໂນ້ຍ.
ບາງເທື່ອສີດອກ ບັງລັງ ກໍ່ແຕກຕ່າງກັນ ຍ້ອນຕົ້ນບັງລັງ ບາງຕົ້ນອອກດອກໄວ, ບາງຕົ້ນຈະອອກດອກຊ້າ.
ເປັນດອກໄມ້ຊະນິດໜຶ່ງທີ່ມີສີອິດ, ບັງລອງ ອອກດອກເປັນພວງຍາວແຕ່ 20-40 ຊັງຕີແມັດ.
ຖະໜົນ ກີມມ໋າ ເຕັມໄປດ້ວຍສີອິດຂອງດອກ ບັງລັງ.
  • ປະຕິບັດ: ເຈີ່ນແທງຢາງ

top