ພິທີ ຂໍໃຫ້ຢູ່ເຢັນເປັນສຸກ ຂອງ ຊົນເຜົ່າ ໄຕ

 ພິທີ ຂໍໃຫ້ຢູ່ເຢັນເປັນສຸກ ຖືວ່າ ສຳຄັນທີສຸດ ຊຶ່ງຕິດພັນກັບ ການ ປູກຝັງ ຂອງ ຊົນເຜົ່າ ໄຕ ຢູ່ເມືອງ ດຶກຖິ້ງ (ແຂວງ ຖ໋າຍງວຽນ). ພິ ທີ ຂໍໃຫ້ຢູ່ເຢັນເປັນສຸກ ແມ່ນສ່ວນໜຶ່ງ ຂອງ ງານບຸນ ກັບການທຳ ພິທີ ບູຊາຟ້າດິນ ແລະ ສິ່ງສັກສິດ ເປັນຕົ້ນຕໍ ດ້ວຍຈຸດປະສົງ ຕອບ ບຸນແທນຄຸນ ເທບພະເຈົ້າ ເຮັດໃຫ້ ລະດູການປູກຝັງ ໄດ້ຮັບຜົນດີ.
 
ໃນພາສາຂອງຊົນເຜົ່າໄຕ, "ລົງທົ່ງ" ຫຼືເອີ້ນວ່າ  "ລົ່ງຕົ່ງ". ງານບຸນ ລົ່ງຕົ່ງ ແມ່ນກິດຈະກຳ ທາງສາສະໜາ ໜຶ່ງທີ່ເປັນ ເອກະລັກ ສະ ເພາະ ຂອງຊົນເຜົ່າ ໄຕ ເຊິ່ງສາມາດປຽບທຽບ ກັບ ພິທີ “ຕິກດ່ຽນ” (ໄດ້ຈັດຂຶ້ນໃນໂອກາດ ຕົ້ນປີໃໝ່ ປະຈຳຊາດ ຫວຽດນາມ, ເຈົ້າຊີ ວິດຈະລົງທົ່ງໄຖນາ ສອງສາມແຖວທຳອິດ ເພື່ອສົ່ງເສີມກະສິກຳ) ຂອງ ຊົນເຜົ່າ ກິງ.

ການຈັດງານບຸນ ລົ່ງຕົ່ງ ມີຫຼາຍປັດໄຈ ຂອງຄວາມເຊື່ອຖື ສືບພັນ ເພື່ອການຄົງຕົວ ແລະ ຂະຫຍາຍຕົວ ຂອງ ເຊື້ອສາຍ, ການຂະ ຫຍາຍແຜ່ພັນ ດ້ວຍຄວາມມຸ້ງຫວັງ ຂໍໃຫ້ຜົນລະປູກ ທີ່ອຸດົມສົມ ບູນ, ການທຳມາຫາກິນໄດ້ສະດວກ ໃນປີໃໝ່. ພາກພິທີຂໍຄວາມ ຢູ່ເຢັນເປັນສຸກ ໃນງານບຸນ ລົ່ງຕົ່ງ ແມ່ນພາກສ່ວນສຳຄັນຫຼາຍ ເພື່ອການອະທິຖານຂໍໃຫ້ຝົນຟ້າຕົກ ຕາມລະດູການ, ຕົ້ນໄມ້ໃບ ຫຍ້າງອກງາມ, ລະດູການໄດ້ຮັບຜົນດີ, ປະຊາຊົນ ໃນບ້ານໄດ້ໃຊ້ ຊີວິດ ໃນຄວາມຢູ່ເຢັນເປັນສຸກ.

ກ່ອນທີ່ຈະເລີ່ມດຳເນີນພິທີ ຂໍໃຫ້ຢູ່ເຢັນເປັນສຸກ, ຊາວບ້ານ ຊົນ ເຜົ່າ ໄຕ ຢູ່ຕາແສງ ຖິ້ງດຶກ ຈະຖະຫວາຍ ທູບ, ດອກໄມ້, ເຄື່ອງບູ ຊາ ຕໍ່ຟ້າດິນ ແລະ ສິ່ງສັກສິດຂອງບັນດາວົງຕະກຸນ ເພື່ອຂໍ ໃຫ້ປົກ ປ້ອງຄຸ້ມຄອງ, ຝົນຟ້າເອື້ອອຳນວຍ, ວຽກງານທຸກຢ່າງລ້ວນ ແຕ່ ເດີນແມ່ນແລ່ນສະດວກ.  ພິທີດັ່ງກ່າວ ນຳພາໂດຍອາຈານ ດ້ານ ຈິດວິນຍານ ຫຼື ບຸກ ຄົນທີ່ມີຊື່ສຽງ ຊຶ່ງໄດ້ຮັບອະນຸຍາດ ຈາກອາ ຈານດ້ານຈິດວິນຍານ ຫຼື ນາຍບ້ານ. ຕໍ່ໄປແມ່ນສະມາຊິກ ທີ່ເປັນ ຕົວແທນຂອງວົງຕະກຸນ ມືຖືແສ່ງ, ຄ້ອງ, ກະລໍ, ໝາກຫິ່ງ ແລະ ເຄື່ອງບູຊາ ຍ່່າງອ້ອມ ຕົ້ນທຸງຫາງ ເພື່ອສະແດງຄວາມປາດຖະ ໜາ ຂອງ ເຂົາເຈົ້າ ຕໍ່ເທວະດາຟ້າແຖນ ແລະ ເທວະດາຟ້າແຖນ ກໍອີງຕາມ ຕົ້ນທຸງຫາງ ເພື່ອ ສົ່ງທະຫານ ລົງສູ່ ເມືອງມະນຸດ ເຝົ້າ ຮັກສາ ໃຫ້ເຂດດິນນັ້ນ ໄດ້ມີຄວາມຢູ່ເຢັນເປັນສຸກ.

ຫຼັງຈາກໝໍແຖນ ສະແດງອາຄົມ, ສິ້ນສຸດພາກທໍາບຸນ ຈະມີການ ສະແດງຂັບແຖນບູຮານຕອນໜຶ່ງ ຂອງຊົນເຜົ່າ ໄຕ ຊຶ່ງໝໍແຖນ ເປັນຜູ້ຕາງໜ້າ ໂລກມະນຸດ ທຳການສະແດງ ຂໍຄວາມຢູ່ເຢັນເປັນ ສຸກ ສູ່ເມືອງສະຫວັນ. ສິ້ນສຸດພິທີຂໍຄວາມຢູ່ເຢັນເປັນສຸກ ຈະແມ່ນ ການຫຼິ້ນ ມ່ວນຊື່ນ, ລາຍການສະແດງ ພື້ນເມືອງ ຫຼາຍຢ່າງ ທ່ີພົ້ນ ເດັ່ນ, ໃນນັ້ນແມ່ນບຸນໂຍນໝາກຄອນ. ນີິ້ແມ່ນການຫຼິ້ນ ຕ້ອງການ ຄວາມຄ່ອງແຄ້ວ ຍ້ອນຕາມຄວາມສຳນຶກ ຂອງພີ່ນ້ອງຊົນເຜົ່າ, ຕ້ອງມີຄົນໂຍນໝາກຄອນ ເຂົ້າວົງມົນ ເຮັດໃຫ້ເຈ້ຍຂາດ ປີນັ້ນ ຊາວບ້ານ ຈຶ່ງທຳງານມີຄວາມສະດວກ, ຝົນຟ້າອາກາດເອື້ອອຳ ນວຍ. ພິທີຂໍຄວາມຢູ່ເຢັນເປັນສຸກ ມີລັກສະນະຜູກພັນ ລະຫວ່າງ ຜູ້ຄົນໃນວົງຄະນາຍາດດ້ວຍກັນ, ສະແດງຄວາມມຸ່ງຫວັງ ຂອງ ປະຊາຊົນ ໃນການປະສານກົມກຽວກັນ ຂອງ ດິນ-ຟ້າ, ຂໍຮ້ອງໃຫ້ ປະຊາຊົນມີສຸຂະພາບແຂງແຮງ, ຊີວິດທີ່ສົມບູນ ແລະ ທຸກສິ່ງທຸກ ຢ່າງຈະເລີນຮຸ່ງເຮືອງ.
ໝໍແຖນ ກະກຽມເຄື່ອງນຸ່ງ ກ່ອນເຂົ້າ ພິທີ ຂໍໃຫ້ຢູ່ເຢັນເປັນສຸກ.
ໃນພິທີ ຂໍໃຫ້ຢູ່ເຢັນເປັນສຸກ, ຊາວບ້ານໄດ້ຖະຫວາຍ ເຄື່ອງບູຊາ ຕໍ່ຟ້າດິນ ແລະ ສິ່ງສັກສິດ ຂອງບັນດາວົງຕະກຸນ.
ກະກຽມ ອຸປະກອນ ໃນການທຳພິທີ ເພື່ອຂໍໃຫ້ຢູ່ເຢັນເປັນສຸກ.
ສິ້ນສຸດພິທີທຳບຸນ ຈະມີການສະແດງຂັບແຖນບູຮານຕອນໜຶ່ງ ຂອງ ຊົນເຜົ່າ ໄຕ ຊຶ່ງ ໝໍແຖນ ເປັນຜູ້ຕາງໜ້າ ໂລກມະນຸດ ທຳ ການສະແດງ ຂໍຄວາມຢູ່ເຢັນເປັນສຸກ ສູ່ເມືອງສະຫວັນ.
ເຄື່ອງຖະຫວາຍ ທີ່ຂາດບໍ່ໄດ້ ໃນພິທີຂໍໃຫ້ຢູ່ເຢັນເປັນສຸກ ຂອງ ຊົນເຜົ່າ ໄຕ.
ພິທີ ຈະນຳໂດຍ ອາຈານດ້ານຈິດວິນຍານ ຫຼື ບຸກຄົນທີ່ມີຊື່ສຽງ ຊຶ່ງ ໄດ້ຮັບອະນຸຍາດ ຈາກ ອາຈານດ້ານຈິດວິນຍານ ຫຼື ນາຍບ້ານ.
ໝາກຫິ່ງ ທີ່ໃຊ້ສຳລັບການຂັບແຖນ.
ຕາມຫຼັງ ອາຈານດ້ານຈິດວິນຍານ ແມ່ນເປັນສະມາຊິກ ທີ່ເປັນຕົວ ແທນຂອງວົງຕະກຸນ, ມືຖືແສ່ງ, ຄ້ອງ, ກະລໍ, ໝາກຫິ່ງ ແລະ ເຄື່ອງບູຊາ ຍ່່າງອ້ອມຕົ້ນທຸງຫາງ.
ໃນພິທີຂໍຄວາມຢູ່ເຢັນເປັນສຸກ ຈະຂາດບໍ່ໄດ້ຈັງຫວະຂັບແຖນ.
ຕອນໜຶ່ງ ຂອງ ການສະແດງຂັບແຖນ ບູຮານ ຊຶ່ງໝໍແຖນ ເປັນຜູ້ ຕາງໜ້າໂລກມະນຸດ ສະແດງຄວາມຢູ່ເຢັນເປັນສຸກ ສູ່ເມືອງ ສະ ຫວັນ.
  • ປະຕິບັດ: ມິງເຟືອງ - ແປໂດຍ: ບິກລຽນ

top