ນະຄອນຫຼວງຮ່າໂນ້ຍເຮືອງເຮື່ອໄປດ້ວຍແສງສີບັ້ງໄຟດອກ ໃນຄຳ່ຄືນສະເຫຼີມສະຫຼອງ 70 ປີ ວັນຊາດຫວຽດນາມ


ໃນຄຳ່ຄືນຂອງວັນທີ 2 ກັນຍາ, ເຖິງແມ່ນວ່າສະພາບອາກາດ ຢູ່ ນະຄອນຫຼວງ ຮ່າໂນ້ຍ ບໍ່ເປັນໄປຕາມ ດັ່ງຄວາມ ມຸ່ງຫວັງ ຍ້ອນມີ ຝົນຕົກແຮງ, ແຕ່ປະຊາຊົນຫຼາຍໝື່ນຄົນ ຍັງຄົງ ຫຼັ່ງໄຫຼກັນລົງສູ່ຖະ ໜົນໄປຫາຈຸດລວມຕ່າງໆ ເພື່ອຮັບຊົມລາຍການຍິງບັ້ງໄຟດອກ ສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມຄົບຮອບ 70 ປີ. 

ການມ່ວນຊື່ນໃນບັນຍາກາດຄຶກຄື້ນຂອງວັນບຸນເອກະລາດ ແລະ ຊົມບັ້ງໄຟດອກໃຕ້ສາຍຝົນໃນລະດູໃບໄມ້ຫຼົ່ນເປັນ ຄວາມຮູ້ສຶກທີ່ແຕ່ລະຄົນຊາວນະຄອນຫຼວງຮ່າໂນ້ຍຍາກທີ່ຈະຫຼົງລືມໄດ້.
ພາບດອກໄຟທີ່ໂດດເດັ່ນຂຶ້ນເທິງທ້ອງຟ້າໃນຍາມລາຕີ.
ພາບທີ່ມີຫຼາກຫຼາຍສີສັນບັ້ງໄຟດອກເທິງທ້ອງຟ້າຮ່າໂນ້ຍ.
ບັ້ງໄຟດອກທີ່ມີສີສັນແດງເຮື່ອໃນມູມໜຶ່ງຂອງໜອງເກືອມ.
ເຖິງແມ່ນວ່າຈະມີຝົນຕົກລົງມາກໍຕາມ ແຕ່ການຍິງບັ້ງໄຟດອກ ຍັງໄດ້ຮັບການດຳເນີນໄປຢ່າງງາມຕາ, ຕອບສະໜອງໄດ້ຕາມຄວາມຄອງຄອຍຂອງບັນດາທ່ານຜູ້ຊົມ.
ລາຍການຍິງບັ້ງໄຟດອກໄດ້ແກ່ຍາວເປັນເວລາ 15 ນາທີ ດ້ວຍຊຸດຍິງທີ່ມີດອກໄຟຫລາກຫຼາຍແລະ ງາມຕາ.
ໃນເວລາ 9 ໂມງກົງຂອງຕອນຄຳ່, ເປັນຊຸດການຍິງບັ້ງໄຟດອກດ້ວຍວິທີການແບບໃຫ່ມສຸດທີ່ຍິງພ້ອມກັນບາດດຽວ ທັງ 5 ແຫ່ງໃນເຂດພື້ນທີ່ນະຄອນຮ່າໂນ້ຍ.
ຖະໜົນສາຍຕ່າງໆຢູ່ຮ່າໂນ້ຍຄັບຄາໜາແໜ້ນໄປດ້ວຍຜູ້ຄົນໄປຫຼິ້ນວັນບຸນເອກະລາດ.
ພາບຍິງບັ້ງໄຟດອກສະເຫຼີມສະຫຼອງວັນບຸນເອກະລາດຢູ່ນະຄອນຫຼວງ.
ຈາກມຸມສູງເບິ່ງລົງ, ນອກຈາກຈຸດຍິງທີ່ໜອງເກືອມແລ້ວຍັງສາມາດມອງເຫັນຈຸດຍິງບັ້ງໄຟດອກຢູ່ສະຖານທີ່ອື່ນໆອີກຫຼາຍແຫ່ງ.
ປະຊາຊົນນະຄອນຫຼວງຮ່າໂນ້ຍຮັບຊົມລາຍການຍິງບັ້ງໄຟດອກເພື່ອສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມຄົບຮອບ 70 ປີ.
ໜອງເກືອມ ມີສີສັນລະຫຍິບລະຫຍັບຈາກດອກໄຟ ແລະ ບັ້ງໄຟດອກ.
ສີສັນບັ້ງໄຟດອກທີ່ແຈ້ງສະຫວ່າງເຮືອງເຮື່ອເທິງທ້ອງຟ້າ ເຂດ ບໍລິເວນ ໜອງຮວ່ານກ໋ຽມ (ຫນອງເຕົ່າ).
  • ເພື່ອບໍລິການຮັບໃຊ້ມວນຊົນ ແລະ ນັກທ່ອງທ່ຽວຕ້ອນຮັບ ວັນບຸນດົກເຫຼີບ(ເອກະລາດ) ດ່ັງກ່າວ, ອຳນາດການປົກຄອງນະຄອນຫຼວງ ຮ່າໂນ້ຍໄດ້ຈັດສັນສະຖານທີ່ຍິງບັ້ງໄຟດອກດ້ວຍວິທີການແບບ  ໃຫ່ມ 5 ແຫ່ງຄື: ບໍລິເວນ ໜອງຮວ່ານກ໋ຽມ(ໜອງເຕົ່າ), ສວນສາ ທາລະນະ ຖົ໋ງເຍິດ, ສະໜາມກິລາແຫ່ງຊາດມີ໊ດິ່ງ, ສວນດອກໄມ້ ຫງວຽນຮວ່າງໂຕນ(ເມືອງໄຕໂຮ່) ແລະ ໜອງ ວັນກວ໋ານ (ເມືອງ ຮ່າໂດງ).
ປະຕິບັດ: ເຈິ່ນແທງຢາງ

top