ທິມບານເຕະຕາບອດ

ເຖິງວ່າ ເປັນຄົນຕາບອດ, ແຕ່ບັນດານັກຮຽນຂອງໂຮງຮຽນ ມັດທະຍົມສຶກສາ ຫງວຽນດິງຈຽວ ມີຄວາມເມົາມົວ ກັບກິລາ ເຕະບານ. ຄົນຕາບອດເຕະບານ ແມ່ນເລື່ອງຫາຍາກໃນຊີວິດ ແຕ່ສິ່ງດັ່ງກ່າວມີຈິງ ທີ່ໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ, ຮ່າໂນ້ຍ.
 

ການແຂ່ງຂັນຄັ້ງໜຶ່ງ ຊີງຂັນບານເຕະຕາບອດທົ່ວປະເທດ ຂອງພວກນ້ອງນ້ອຍ.
ເທິງເດີ່ນເຕະບານບໍ່ຂາດທ່າຍາດບານທີ່ດຸເດືອດ.
ພວກນ້ອງນ້ອຍມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຊີວິດ ກໍ່ຄືໃນການຮຳ່ຮຽນ.
ການຍິງປະຕູ ແລະ ຫຼອກບານ ໄດ້ເຮັດໃຫ້ຄົນທຳມະດາກໍ່ຕ້ອງນິຍົມຊົມຍ້ອງ.
ພວກນ້ອງນ້ອຍຮູ້ສຶກດີໃຈທີ່ໄດ້ຊ້ອມ ແລະ ເຕະບານນຳກັນ.
ຕັ້ງໝາກບານເຂົ້າໃນຈຸດໂທດ ແລະ ກຳນົດທີ່ຕັ້ງຂອງໝາກບານໃຫ້ຊັດເຈນ.
ເຖິງວ່າ ປະສົບຄວາມຫຍຸ້ງຍາກໃນການເຕະບານກໍ່ຕາມ, ແຕ່ພວກນ້ອງນ້ອຍຍັງມານະພະຍາຍາມເພື່ອເຕະບານໄດ້.
ພວກນ້ອງນ້ອຍສ່ວນຫຼາຍສຳຜັດດ້ວຍການລູບຄຳ ແລະ ຫູ.
ທ່າຕີຫົວຄືຄົນທຳມະດາ.
ໝາກບານພິເສດອອກສຽງໃນເວລາເຕະ ຊ່ວຍໃຫ້ພວກນ້ອງນ້ອຍສາມາດກຳນົດໄດ້ໝາກບານຢູ່ໃສ.
ເຖິງວ່າ ບໍ່ສາມາດເບິ່ງເຫັນໄດ້, ແຕ່ພວກນ້ອງນ້ອຍ ຍັງເປັນເຈົ້າການໃນຊີວິດປະຈຳວັນຂອງຕົນຄື ຖືເກີບ, ນຸ່ງໂສ້ງເສື້ອ.
ເດັກຕາບອດ ບໍ່ສາມາດເບິ່ງເຫັນໄດ້ ແລະ ຕ້ອງຂຽນດ້ວຍພາສາຂອງຄົນຕາບອດ.
ນັກເຕະຕາບອດ ເຕະບານກັບບັນດານັກເຕະມາແຕ່ສະໂມສອນ Asenal.
ນັກເຕະ Ignasi Miguel ແລະ ນັກເຕະ Emi Martinez ຂອງທິມ Asenal ພວມເຕະບານກັບພວກນ້ອງນ້ອຍຕາບອດ ຂອງໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ.
  • ໄດ້ຮັບການສ້າງຕັ້ງແຕ່ປີ 1997, ມາເຖິງປະຈຸບັນນີ້, ຂັນເຕະບານສຳລັບໃຫ້ແກ່ເດັກຕາບອດ ຍັງໄດ້ຮັບການຈັດຕັ້ງເປັນປະຈຳ 2 ປີຕໍ່ຄັ້ງ.
    ທິມບານເຕະຕາບອດຂອງໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ ມີທັງໝົດ 10 ຄົນ, ເຖິງວ່າ ຕາບອດແຕ່ພວກນ້ອງນ້ອຍ ສາມາດຫຼອກບານ, ແລ່ນ ແລະ ຍິງປະຕູຄືກັບນັກເຕະບານ ມືອາຊີບ. ພວກນ້ອງບໍ່ພຽງແຕ່ເຕະບານໃນໂຮງຮຽນເທົ່ານັ້ນ, ຫາກຍັງມີໂອກາດ ໄປແຂ່ງຂັນກັບບັນດາທິມບານເຕະຕາບອດຕ່າງໆ ອີກດ້ວຍ. ທິມບານເຕະຕາບອດຂອງໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ ໄດ້ເຂົ້າຮ່ວມ ໃນການແຂ່ງຂັນ ຊີງຂັນບານເຕະຕາບອດ ທົ່ວປະເທດ ເປັນເລື້ອຍໆ, ເຂົ້າຮ່ວມມີ 4 ທິມບານເຕະ ຕາບອດມາຈາກນະຄອນ ຖາຍງວຽນ, ດ່າໜັງ, ຫາຍຝ່ອງ ແລະ ໂຮງຮຽນມັດທະຍົມສຶກສາ ຫງວຽນດິງຈຽວ, ຮ່າໂນ້ຍ.


top