ຕ້ອນຮັບພວກອ້າຍກັບຄືນສູ່ບ້ານເກີດເມືອງນອນ

ໃນລະດູແລ້ງປີ 2025-2026, ໂດຍຕອບສະໜອງ “ຂະບວນການ 500 ວັນທັງກາງເວັນ ແລະກາງຄືນຍູ້ແຮງການຊອກຫາ, ຂຸດເອົາ ແລະຢັ້ງຢືນລາຍຊື່ຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງເງະອານ ໄດ້ດຳເນີນການສຳຫຼວດ, ຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ 80 ອັດຖິ ຢູ່ບໍລິເວນ 3 ແຂວງຂອງປະເທດເພື່ອນລາວ, ລວມມີ: ຊຽງຂວາງ, ວຽງຈັນ, ໄຊສົມບູນ.

ໃນຊຸມວັນທ້າຍເດືອນພຶດສະພາ, ຈາກປະເທດລາວ, ຜ່ານໄລຍະທາງກວ່າ 400 ກິໂລແມັດ ຂ້າມຜ່ານດ່ານສາກົນນໍ້າກັ໊ນ, ຂະບວນລົດ ໄດ້ນໍາສົ່ງອັດຖິຂອງພວກອ້າຍມາຮອດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງີລົກ (ຕາແສງດົງລົກ, ແຂວງເງະອານ). ຄະນະພັກແຂວງ, ສະພາປະຊາຊົນແຂວງ, ຄະນະກຳມະການປະຊາຊົນແຂວງ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານ ໄດ້ຈັດພິທີໄວ້ອາໄລ ແລະປົງສົບຢ່າງສົມກຽດ, ສະແດງຄວາມຮູ້ບຸນຄຸນ ແລະອາໄລຫາຢ່າງສຸດຊຶ້ງ. ແຕ່ລະອັດຖິທີ່ໄດ້ນໍາສົ່ົງກັບຄືນປະເທດແມ່ນຜົນການເດີນທາງທີ່ບໍ່ຮູ້ອິດຮູ້ເມື່ອຍຂອງຜູ້ຊອກຫາອັດຖິເພື່ອນຮ່ວມກົມກອງໃນທ່າມກາງພູຜາປ່າດົງ, ແມ່ນພະຍານຫຼັກຖານພິສູດໃຫ້ເຫັນເຖິງນໍ້າໃຈໄມຕີຈິດສາກົນອັນຊື່ສັດບໍລິສຸດ, ພ້ອມທັງສະແດງໃຫ້ເຫັນຄຸນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ຂອງຊາດຫວຽດນາມ.

ຕາມແຜນການແລ້ວ, ໃນລະຫວ່າງວັນທີ 20-27 ພຶດສະພາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ ແລະຢັ້ງຢືນລາຍຊື່ຂອງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈະປະສານສົທທົບຈັດພິທີໄວ້ອາໄລ ແລະປົງສົບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ທີ່ເສຍສະຫຼະຊີວິດຢູ່ລາວ 153 ອັດຖິ, ຢູ່ບໍລິເວນ 6 ແຂວງ, ນະຄອນ, ຄື: ເງະອານ, ເຫວ້, ກວາງຈິ, ຮ່າຕິ໊ງ, ແທັງຮວ໋າ, ດ້ຽນບຽນ.

 

ຂະບວນລົດນໍາສ່ົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂ້າມຜ່ານດ່ານສາກົນນ້ຳກັ໊ນ (ແຂວງເງະອານ) ກັບຄືນສູ່ປະເທດ. ພາບ: qdnd.vn
ຂະບວນລົດຂ້າມຜ່ານເສັ້ນທາງພູເຂົາທາງທິດຕາເວັນຕົກຂອງແຂວງເງະອານ. ພາບ: qdnd.vn
ປະຊາຊົນລໍຖ້າຕ້ອນຮັບພວກອ້າຍ ຢູ່ລຽບຕາມເສັ້ນທາງ. ພາບ: qdnd.vn
ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 80 ອັດຖິ ທີ່ໄດ້ທ້ອນໂຮມໃນຄັ້ງນີ້ແມ່ນຍັງບໍ່ທັນສາມາດຢັ້ງຢືນລາຍຊື່ໄດ້, ຍ້ອນແຫຼ່ງຂໍ້ມູນ ແລະວັດຖຸທີ່ຍັງເຫຼືອມີໜ້ອຍຢູ່, ບໍ່ພໍມີພື້ນຖານເພື່ອຢັ້ງຢືນ. ພາບ: qdnd.vn
ຄະນະຊີ້ນຳ 515 ແຂວງເງະອານ ໄດ້ປະສານສົມທົບກັບສະພາມະຫາບັນດິດວິທະຍາສາດ ແລະເຕັກໂນໂລຊີຫວຽດນາມ ດຳເນີນການເກັບຕົວຢ່າງເພື່ອວິເຄາະ ADN, ເພື່ອຢັ້ງຢືນລາຍຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn
ບັນດານັກຮົບເກົ່າ ແລະປະຊາຊົນແຂວງເງະອານ ມາຮ່ວມສົ່ງອັດຖະນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນສູ່ສະຖານທີ່ປົງສົບ. ພາບ: qdnd.vn
ພະນັກງານ, ປະຊາຊົນ ແລະກຳລັງປະກອບອາວຸດແຂວງເງະອານ ສົ່ງອັດຖະນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn
ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຫງີລົກ ແມ່ນສະຖານທີ່ປົງສົບຂອງກວ່າ 1.700 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ໃນນັ້ນມີກວ່າ 800 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ປະເທດເພື່ອນມິດລາວ. ພາບ: qdnd.vn
  • (ແຫຼ່ງຄັດຈາກ qdnd.vn)

top