ຄຸ້ມຖະໜົນ ຮ່າງໝ໊າ ງົດງາມອະລັງການ ໃນເທສະການ ບຸນໄຫວ້ພະຈັນ

ຢູ່ໃຈກາງຄຸ້ມເມືອງເກົ່າ 36 ສາຍ ຂອງ ຮ່າໂນ້ຍ, ໃນຊ່ວງເທສະ ການ ບຸນໄຫວ້ພະຈັນ, ຄຸ້ມຖະໜົນ ຮ່າງໝ໊າ ໄດ້ກາຍເປັນຈຸດສົນ ໃຈ ດຶງດູດ ທຸກສາຍຕາ ຂອງ ປະຊາຊົນ ແລະ ນັກທ່ອງທ່ຽວ, ທັງ ແມ່ນບ່ອນປຸກຄວາມຊົງຈຳ ຕອນສະໄໝເຍົາໄວ ໃນຈິດໃຈ ຂອງ ຊາວ ຮ່າໂນ້ຍ ແຕ່ລະຄົນ. ຍ່າງເຂົ້າສູ່ຖະໜົນ ຮ່າງໝ໊າ ໃນຊຸມວັນ ໃກ້ຈະຮອດ ມື້ເພັງ 15 ຄໍ່າ ເດືອນແປດ, ສິ່ງທຳອິດ ທີ່ສ້າງຄວາມ ປະທັບໃຈຜູ້ຄົນແມ່ນ ແສງສະຫວ່າງ ແລະ ສີສັນ ຢູ່ເທິງ ຄຸ້ມຖະ ໜົນສາຍນີ້. ຢູ່ຕາມສອງຟາກທາງແມ່ນ ຮ້ານຄ້າ ຫຼາຍຮ້ອຍຮ້ານ ທີ່ວາງຂາຍເຄື່ອງຫຼິ້ນພື້ນເມືອງ ແລະ ທັນສະໄໝ ທຸກຊະນິດສີສົດ ໃສ ຂອງ ໂຄມໄຟ ຫຼາກຫຼາຍຮູບແບບ, ສີເຫຼືອງເຫຼື້ອມ ຂອງ ໂຄມ ໄຟ ຮູບດາວ 5 ແຈ, ປະກາຍລະຍິບລະຍັບ ຈາກບັນດາໜ້າກາກ ທີ່ເຮັດດ້ວຍເຈ້ຍແຂງ ຕະຫຼອດຮອດ ບັນດາເຄື່ອງຫຼິ້ນ ປະດິດສ້າງ ໃນຍຸກເຕັກໂນໂລຊີ. ພາຍໃຕ້ແສງໄຟ ແລະ ແສງສະທ້ອນ ຈາກ ບັນດາເຄື່ອງຫຼິ້ນ, ທົ່ວຄຸ້ມຖະໜົນ ຄື ກັນກັບ ຫໍພິພິທະພັນ ວັດທະ ນະທຳ ພື້ນເມືອງ ຂະໜາດນ້ອຍ ຢູ່ ທ່າມກາງ ຕົວເມືອງ ທັນສະ ໄໝ.

ຄຸ້ມຖະໜົນ ຮ່າງໝ໊າ ໃນມື້ໃກ້ຈະຮອດ ວັນເພັງ 15 ຄໍ່າ ເດືອນ ແປດ ມີຄວາມງົດງາມດ້ວຍສີສັນຫຼາກຫຼາຍ. ພາບ: ເຈິ່ນແທັງຢາງ/VNP
ຮ້ານຄ້າແຫ່ງໜຶ່ງ ທີ່ເຕັມໄປດ້ວຍສີສັນ ຂອງ ໂຄມໄຟ. ພາບ: ເຈິ່ນແທັງຢາງ/VNP
ສາຍລົມເຢັນ ທ່ີສົດຊື່ນ ໃນລະດູໃບໄມ້ຫຼົ່ນ ຢູ່ຮ່າໂນ້ຍ ນຳເອົາ ບັນ ຍາກາດທີ່ຟົດຟື້ນ ແລະ ແສງສະຫວ່າງ ລະຍິບລະຍັບ ມາປົກຄຸມ ທົ່ວທຸກຈອກທຸກແຈ ຂອງຄຸ້ມຖະໜົນ ຮ່າງໝ໊າ. ພາບ: ເຈິ່ນແທັງຢາງ/VNP
ບັນດາ ໄວໜຸ່ມ ຍ່າງເລາະຊອກຫາ ມຸມຖ່າຍຮູບ ເພື່ອບັນທຶກ ຊ່ວງ ເວລາ ທ່ີງົດງາມ ຂອງ ໄວໜຸ່ມ ຢູ່ທ່າມກາງ ບັນຍາກາດ ຂອງ ຕົວ ເມືອງເກົ່າ. ພາບ: ເຈິ່ນແທັງຢາງ/VNP
ຮ້ານຂາຍເຄື່ອງຫຼິ້ນ ບຸນໄຫວ້ພະຈັນ ຢູ່ ຄຸ້ມຖະໜົນ ຮ່າງໝ໊າ. ພາບ: ເຈິ່ນແທັງຢາງ/VNP
ນັກທ່ອງທ່ຽວ ຕ່າງປະເທດ ສະໜຸກ ກັບການເລືອກເຄື່ອງຫຼິ້ນ ໃນ ເທສະການ ບຸນໄຫວ້ພະຈັນ ຢູ່ຖະໜົນ ຮ່າງໝ໊າ. ພາບ: ເຈິ່ນແທັງຢາງ/VNP
ເຄື່ອງຕົກແຕ່ງ ສຳລັບບຸນໄຫວ້ພະຈັນ ໄດ້ນໍາມາວາງຂາຍ ຢູ່ຕາມ ຄຸ້ມຖະໜົນ ຢ່າງຫຼວງຫຼາຍ. ພາບ: ເຈິ່ນແທັງຢາງ/VNP
ການໄດ້ເຫັນເຄື່ອງຫຼິ້ນພື້ນເມືອງຢ່າງໃກ້ຊິດເຊັ່ນ: ໂຄມໄຟ ອົງຊື, ໂຄມໄຟຮູບດາວ ແລະ ໜ້າກາກເຈ້ຍແຂງ ຊຶ່ງປຸກຄວາມຊົງຈຳ ຄາວເຍົາໄວ ຂອງ ຊາວ ຮ່າໂນ້ຍ. ພາບ: ເຈິ່ນແທັງຢາງ/VNP
ນັກທ່ອງທ່ຽວ ຕ່າງປະເທດ ຊື່ນຊອບ ການໄດ້ສໍາພັດ ແລະ ບັນ ທຶກພາບ ຄວາມປະທັບໃຈ ຢູ່ຄຸ້ມຖະໜົນ ຮ່າງໝ໊າ ໃນເທສະການ ບຸນໄຫວ້ພະຈັນ. ພາບ: ເຈິ່ນແທັງຢາງ/VNP
ຄອບຄົວໜຶ່ງ ກໍາລັງຊອກຊື້ ເຄື່ອງຫຼິ້ນບຸນໄຫວ້ພະຈັນຢູ່ ຮ້ານຂາຍ ຫົວ ສິງໂຕ ຢູ່ ຄຸ້ມຖະໜົນ ຮ່າງໝ໊າ. ພາບ: ເຈິ່ນແທັງຢາງ/VNP
ບັນດາຫົວສິງໂຕ ເຮັດດ້ວຍເຈ້ຍແຂງ, ແຕ້ມດ້ວຍມື ທີ່ລະອຽດ ອ່ອນ ຊຶ່ງປຸກຄວາມຊົງຈຳ ກ່ຽວກັບ ບັນຍາກາດ ບຸນໄຫວ້ພະຈັນ ໃນປາງກ່ອນ. ພາບ: ເຈິ່ນແທັງຢາງ/VNP
ຮ້ານຄ້າໜຶ່ງ ວາງຂາຍ ຫົວສິງໂຕ ຢູ່ ຄຸ້ມຖະໜົນ ຮ່າງໝ໊າ. ພາບ: ເຈິ່ນແທັງຢາງ/VNP
ການປະກົດຕົວ ທ່ີໜ້າສົນໃຈ ຂອງ ບັນດາ ເຄື່ອງຫຼິ້ນ ປະດິດສ້າງ ໃນຍຸກ ເຕັກໂນໂລຊີ ທັນສະໄໝ ຢູ່ທ່າມກາງ ບັນດາ ເຄື່ອງຫຼິ້ນ ພື້ນເມືອງ ມູນເຊື້ອ. ພາບ: ເຈິ່ນແທັງຢາງ/VNP
ເດັກນ້ອຍ ພາກັນມ່ວນຊື່ນ ກັບບັນດາກອງ ແລະ ໜ້າກາກ ເຈ້ຍ ແຂງພື້ນເມືອງ. ພາບ: ເຈິ່ນແທັງຢາງ/VNP
ໂຄມໄຟ ຮູບດາວ 5 ແຈ ພື້ນເມືອງ ໄດ້ວາງຂາຍ ຢູ່ ຄຸ້ມຖະໜົນ ຮ່າງໝ໊າ. ພາບ: ເຈິ່ນແທັງຢາງ/VNP
ຮ້ານຂາຍ ຕໍ່ແຮ ຂອງ ສິລະປິນ ດັ້ງວັນເຮົ້າ ຢູ່ ຄຸ້ມຖະໜົນ ຮ່າງໝ໊າ. ພາບ: ເຈິ່ນແທັງຢາງ/VNP
ບັນດາ ຜະລິດຕະພັນ ຕໍ່ແຮ ດ້ວຍ ສີສັນສົດໃສ. ພາບ: ເຈິ່ນແທັງຢາງ/VNP
ຜະລິດຕະພັນ ຕໍ່ແຮ ມີຄວາມຫຼາກຫຼາຍ ຮູບແບບ ແລະ ສີສັນ. ພາບ: ເຈິ່ນແທັງຢາງ/VNP
ເມື່ອຍາມຄ່ຳຄືນ ມາເຖິງ ກໍແມ່ນຊ່ວງເວລາ ຖະໜົນທຸກສາຍ ຫວ່າງສະໄຫວ ໄປດ້ວຍໂຄມໄຟ, ຈຸດປະກາຍ ແຫ່ງການພົບປະ ສັງສັນ ແລະ ຄວາມສຸກທີ່ລຽບງ່າຍ ກ່ອນມື້ໃກ້ຈະຮອດ ບຸນໄຫວ້ ພະຈັນ. ພາບ: ເຈິ່ນແທັງຢາງ/VNP
  • ບົດ ແລະ ພາບ: ເຈິ່ນແທັງຢາງ/VNP

top