ຄວາມເປັນເອກະລັກ ຂອງ ລາຍການ ແຫ່ຂະບວນ ຢູ່ຕາມຖະໜົນ “ສີສັນ ຫ້າທະວີບ”

ວັນທີ 3 ຕຸລາ 2026, ຢູ່ບໍລິເວນ ຖະໜົນຄົນຍ່າງ ອ້ອມຮອບ ໜອງ ຮວ່ານກ໋ຽມ, ໄດ້ຈັດງານບຸນຢູ່ເທິງຖະໜົນ “ສີສັນ ຫ້າທະວີບ” ຂຶ້ນ. ລາຍການດັ່ງກ່າວ ໄດ້ຮັບການຊີ້ນຳດ້ານເນື້ອໃນ ໂດຍ ງປະທານຄະນະກຳມະການປະຊາຊົນ ນະຄອນຫຼວງ ຮ່າໂນ້ຍ; ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ເປັນປະທານ ແລະ ຊີ້ນຳ ໂຮງລະຄອນ ຫຸ່ນກະບອກ ທັງລອງ ຈັດຕັ້ງປະຕິບັດ, ໂດຍມີການຊຸມນຸມຂອງ ບັນດາຄະນະສິລະປະ ທັງພາຍໃນ ແລະ ຕ່າງປະເທດ, ພ້ອມດ້ວຍ ບັນດານັກສິລະປິນ, ຊ່າງສີມື, ນາງແບບ, ປະຊາຄົມສາກົນ, ປະຊາຊົນຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ. ລາຍການດັ່ງກ່າວ ແມ່ນນອນຢູ່ໃນຂອບເຂດ ງານບຸນ ວັດທະນະທຳ ໂລກ ຢູ່ ຮ່າໂນ້ຍ ຄັ້ງທຳອິດ.

ດ້ວຍທິດທາງເນື້ອໃນ “ສົມທົບມໍລະດົກ - ສ້າງສາອະນາຄົດ”, ງານບຸນ “ສີສັນ ຫ້າທະວີບ” ໄດ້ຮັບການສ້າງຂຶ້ນ ຄືດັ່ງ ພື້ນທີ່ ແລກປ່ຽນ ວັດທະນະທຳ ທີ່ເປີດກວ້າງ ແລະ ມີຊີວິດຊີວາ. ຜ່ານຊຸດ ອ໋າວຢ່າຍ, ສິລະປະການສະແດງ ແລະ ບັນດາກິດຈະກຳ ຢູ່ຕາມຖະໜົນຫົນທາງ, ລາຍການໄດ້ແນະນຳ ບັນດາຄຸນຄ່າ ທີ່ໂດດເດັ່ນ ຂອງ ວັດທະນະທຳ ຫວຽດນາມ, ພ້ອມດຽວກັນນັ້ນ ຍັງສ້າງໂອກາດ ໃຫ້ ບັນດາປະເທດ ທີ່ເຂົ້າຮ່ວມ ໄດ້ພ້ອມກັນແບ່ງປັນ, ແລກປ່ຽນ ແລະ ຍົກຍ້ອງ ບັນດາຈຸດວັດທະນະທຳ ເປັນເອກະລັກ ຂອງ ແຕ່ລະຊົນຊາດ.

ຈຸດພົ້ນເດັ່ນ ຂອງ ງານບຸນຢູ່ເທິງຖະໜົນ “ສີສັນ ຫ້າທະວີບ” ແມ່ນ ການແຫ່ຂະບວນ ຊຸດອ໋າວຢ່າຍ ຫວຽດນາມ ປະສານສົມທົບ ກັບ ເຄື່ອງແຕ່ງກາຍ ປະເພນີ ຂອງ ບັນດາປະເທດ, ໂດຍມີການຊຸມນຸມຂອງ ຜູ້ເຂົ້າຮ່ວມ ຫຼາຍກວ່າ 1.000 ຄົນ. ບັນດາຊຸດ ອ໋າວຢ່າຍ ຫວຽດນາມ ພ້ອມກັບ ສີສັນ ເຄື່ອງແຕ່ງກາຍ ປະເພນີ ຂອງ ບັນດາປະເທດ ຈະສ້າງເປັນ ພາບ ວັດທະນະທຳ ທີ່ຫຼາກຫຼາຍ ແລະ ປ່ຽມລົ້ນໄປດ້ວຍສີສັນ ຢູ່ໃຈກາງ ນະຄອນຫຼວງ.

ງານບຸນ ໃນປີນີ້ ມີການເຂົ້າຮ່ວມ ຂອງ ບັນດາຄະນະສິລະປະ ແລະ ອົງການວັດທະນະທຳ ມາຈາກ 15 ປະເທດ, ປະກອບມີ: ໂອຕຣິດ, ອັງໂກລາ, ອາເຊບານຊານ, ບັງກະລາເທດ, ສປ.ຈີນ, ອີຣານ, ລາວ, ມົງໂກນ, ມາຣົກ, ຟີລິບປິນ, ແອັດສະປາຍ, ອູແກຣນ, ເປຣູ, ສີລັງກາ ແລະ ຫວຽດນາມ.

ການເຂົ້າຮ່ວມ ຂອງ ບັນດາຄະນະສິລະປະສາກົນ ໄດ້ນຳມາເຊິ່ງ ປະເພດສິລະປະ ແລະ ມໍລະດົກ ວັດທະນະທຳ ທີ່ໂດດເດັ່ນ ຫຼາກຫຼາຍປະເພດ, ຕັ້ງແຕ່ ດົນຕີພື້ນເມືອງ ເປີເຊຍ, ລະບຳພື້ນເມືອງ ເມັກຊິໂກ ແລະ ເປຣູ, ສິລະປະການສະແດງ ພື້ນເມືອງ ຂອງ ສະຫະລັດ ອາຣັບ ເອມີເຣດ (UAE) ຕະຫຼອດຮອດ ກິລາ ເທຄວັນໂດ ສ.ເກົາຫຼີ. ຮ່ວມເດີນທາງ ພ້ອມກັບ ບັນດາຄະນະສາກົນ ແມ່ນ ບັນດາສະມາຊິກ ຄະນະຟ້ອນ ສິງໂຕ, ຊ່າງສີມື, ນັກສິລະປິນ ພື້ນເມືອງ ຂອງ ນະຄອນຫຼວງ, ແມ່ຍິງ ຊາວນະຄອນຫຼວງ, ສະໂມສອນ ວັດທະນະທຳ ອ໋າວຢ່າຍ ຫວຽດນາມ, ບັນດານາງແບບ ແລະ ນັກສິລະປິນ.

ງານບຸນຢູ່ເທິງຖະໜົນ “ສີສັນ ຫ້າທະວີບ” ບໍ່ພຽງແຕ່ ເປັນກິດຈະກຳ ສິລະປະ ແລະ ວັດທະນະທຳ ທີ່ມີຂະໜາດໃຫຍ່ ເທົ່ານັ້ນ, ຫາກຍັງເປັນໂອກາດ ໃຫ້ ບັນດາພື້ນຖານວັດທະນະທຳ ໄດ້ພົບປະ, ແລກປ່ຽນ, ເພີ່ມທະວີ ຄວາມສາມັກຄີຮັກແພງ ແລະ ພ້ອມກັນມຸ່ງໄປ ຫາ ອະນາຄົດ ທີ່ສັນຕິພາບ, ພັດທະນາ ຢ່າງຍືນຍົງ.

ນີ້ຍັງເປັນໂອກາດ ໂຄສະນາ ພາບລັກ ຂອງ ນະຄອນຫຼວງ ຮ່າໂນ້ຍ - ນະຄອນ “ເພື່ອສັນຕິພາບ”, ເຊິ່ງເປັນ ນະຄອນຫຼວງ ທີ່ອຸດົມສົມບູນ ໄປດ້ວຍມູນເຊື້ອ, ເປັນມິດ, ເປີດກວ້າງ ແລະ ເຊື່ອມໂຍງ. ຜ່ານການພົບປະ ຂອງ ບັນດາພື້ນຖານວັດທະນະທຳ, ງານບຸນ ໄດ້ສືບຕໍ່ ຢືນຢັນ ບົດບາດ ຂອງ ວັດທະນະທຳ ຄືດັ່ງ ຂົວຕໍ່ ເຊື່ອມຈອດ ບັນດາປະຊາຄົມ ແລະ ບັນດາຊົນຊາດ, ປະກອບສ່ວນ ເຜີຍແຜ່ ບົດສານ ກ່ຽວກັບ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາຮ່ວມກັນ.

ດ້ວຍການຊຸມນຸມ ຂອງ ບັນດາຄຸນຄ່າ ມໍລະດົກ, ສິລະປະພື້ນເມືອງ, ເຄື່ອງແຕ່ງກາຍ ແລະ ມະນຸດ ມາຈາກ ຫຼາຍປະເທດ, “ສີສັນ ຫ້າທະວີບ” ໄດ້ນຳມາເຊິ່ງ ພື້ນທີ່ ວັດທະນະທຳ ທີ່ປ່ຽມລົ້ນ ໄປດ້ວຍພະລັງຊີວິດ ຢູ່ໃຈກາງ ຮ່າໂນ້ຍ - ເຊິ່ງເປັນບ່ອນທີ່ ມໍລະດົກ ໄດ້ຮັບການຍ້ອງຍໍ, ເອກະລັກ ໄດ້ຮັບການແບ່ງປັນ ແລະ ບັນດາຄຸນຄ່າຮ່ວມກັນ ຂອງມະນຸດຊາດ ໄດ້ຮັບການເຊື່ອມຈອດ ເພື່ອພ້ອມກັນ ສ້າງສາອະນາຄົດ.
ງານບຸນຢູ່ເທິງຖະໜົນ “ສີສັນ ຫ້າທະວີບ” ໄດ້ຈັດຂຶ້ນ ຢູ່ບໍລິເວນ ຖະໜົນຄົນຍ່າງ ອ້ອມຮອບ ໜອງ ຮວ່ານກ໋ຽມ. ພາບ: ເຈິ່ນແທັງຢາງ/VNP
ບັນດາຜູ້ຕາງໜ້າ ເຂົ້າຮ່ວມ ລາຍການ ງານບຸນຢູ່ເທິງຖະໜົນ “ສີສັນ ຫ້າທະວີບ”. ພາບ: ເຈິ່ນແທັງຢາງ/VNP
ຜູ້ຕາງໜ້າ ບັນດາປະເທດ ເຂົ້າຮ່ວມ ງານບຸນ. ພາບ: ເຈິ່ນແທັງຢາງ/VNP
ທ່ານ ຟ້າມຕ໋ວນລອງ, ຫົວໜ້າ ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ຂຶ້ນກ່າວໄຂລາຍການ. ພາບ: ເຈິ່ນແທັງຢາງ/VNP
ຄະນະຟ້ອນ ສິງໂຕ ສະແດງ ເປີດສາກ ໃຫ້ແກ່ ງານ. ພາບ: ເຈິ່ນແທັງຢາງ/VNP
ຜູ້ຊົມຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວສາກົນ ໄດ້ຮັບຊົມ ວາດຟ້ອນຕີກອງ “ບົ່ງ”ຂອງ ບ້ານຈ່ຽວຂຸກ. ພາບ: ເຈິ່ນແທັງຢາງ/VNP
ການສະແດງ ຂອງ ບັນດາສິລະປິນ ໂຮງລະຄອນ ຫຸ່ນກະບອກ ທັງລອງ. ພາບ: ເຈິ່ນແທັງຢາງ/VNP
ບັນດາລາຍການ ກາຍຍະສິນ ໄດ້ດຶງດູດ ຜູ້ຊົມ. ພາບ: ເຈິ່ນແທັງຢາງ/VNP
ທີ່ລາຍການ, ຜູ້ຊົມ ໄດ້ຮັບຊົມ ບັນດາບົດຟ້ອນບູຮານ ຂອງ ນະຄອນຫຼວງ. ພາບ: ເຈິ່ນແທັງຢາງ/VNP
ບັນດາສາວໆ ຂອງ ສະໂມສອນ ວັດທະນະທຳ ອ໋າວຢ່າຍ ຫວຽດນາມ ດ້ວຍສີໜ້າສົດໃສ ເຂົ້າຮ່ວມ ງານ. ພາບ: ເຈິ່ນແທັງຢາງ/VNP
ບັນດາປະເທດ ເຂົ້າຮ່ວມ ງານບຸນ ໄດ້ນຳເອົາ ຊຸດເຄື່ອງແຕ່ງກາຍ ປະເພນີ ຂອງ ປະເທດຕน ມາສະແດງ. ພາບ: ເຈິ່ນແທັງຢາງ/VNP
ບັນດານາງລະບຳ ເປຣູ ສະແດງ ຢ່າງອ່ອນຊ້ອຍ ໃນແຕ່ລະບົດຟ້ອນ. ພາບ: ເຈິ່ນແທັງຢາງ/VNP
ຜູ້ຕາງໜ້າ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ. ພາບ: ເຈິ່ນແທັງຢາງ/VNP
ບັນດາສາວໆ ຫວຽດນາມເຂົ້າຮ່ວມງານບຸນ ໃນຊຸດ ອ໋າວຢ່າຍ ທີ່ສວຍງາມ. ພາບ: ເຈິ່ນແທັງຢາງ/VNP
ງານດັ່ງກ່າວ ໄດ້ດຶງດູດ ຄວາມສົນໃຈ ຢ່າງຫຼວງຫຼາຍ ຈາກ ປະຊາຊົນ ຊາວນະຄອນຫຼວງ. ພາບ: ເຈິ່ນແທັງຢາງ/VNP
ບັນດາຊຸດ ອ໋າວຢ່າຍ ຫວຽດນາມທີ່ ໂດດເດັ່ນ ດ້ວຍລວດລາຍ ທີ່ເປັນຮູບແຜ່ນດິນ ຫວຽດນາມ. ພາບ: ເຈິ່ນແທັງຢາງ/VNP
ຄະນະ ແຫ່ຂະບວນ ເດີນຜ່ານ ເວທີຫຼັກ ຂອງ ງານ. ພາບ: ເຈິ່ນແທັງຢາງ/VNP
ງານດັ່ງກ່າວ ແມ່ນໂອກາດ ໃຫ້ ບັນດາຄະນະ ໄດ້ຮຽນຮູ້ ແລະ ແລກປ່ຽນ ວັດທະນະທຳ ຮ່ວມກັນ. ພາບ: ເຈິ່ນແທັງຢາງ/VNP
ງານດັ່ງກ່າວ ແມ່ນໂອກາດ ໃຫ້ ບັນດາຄະນະ ໄດ້ແລກປ່ຽນ ວັດທະນະທຳ. ພາບ: ເຈິ່ນແທັງຢາງ/VNP
ບັນດາແມ່, ປ້າ ໃນຊຸດ ອ໋າວຢ່າຍ ແລກປ່ຽນ ພ້ອມກັບ ສິລະປິນ ບັນດາປະເທດ ເຂົ້າຮ່ວມ ງານ. ພາບ: ເຈິ່ນແທັງຢາງ/VNP
  • ບົດ ແລະ ພາບ: ເຈິ່ນແທັງຢາງ/VNP

top