ຄວາມຟົດຟື້ນໃນງານບຸນຊ່ວງເຮືອບ້ານດຳ

ງານບຸນບ້ານດຳ (ບຸນຊ່ວງເຮືອຢູ່ບ້ານ ດຳ) ຫາກໍ່ໄດ້ຈັດຂຶ້ນທີ່ໝູ່ບ້ານ ໄຕຕື້ວ, ເມືອງບັກຕື່ລຽມ-ຮ່າໂນ້ຍ, ເປັນການທົບທວນຄືນເຖິງວິທີການສູ້ຮົບທາງນ້ຳຂອງແມ່ທັບ ດ່າວເຈື່ອງ ໃນສະໄໝເຈົ້າຊີວິດ ຮຸ່ງເຢະເວືອງ (ສະຕະວັດທີ III, ກ່ອນ ຄຣິດຕະສັກ ກະຫຼາດ).
ທ່ານ ຫງວຽນມົ້ງເຕື່ອງ, ຫົວໜ້າຄະນະກຳມະການຈັດຕັ້ງງານບຸນໃຫ້ຮູ້ວ່າ ງານບຸນຊ່ວງເຮືອບ້ານດຳ ໄດ້ຈັດຂຶ້ນ 5 ປີໃດຕໍ່ຄັ້ງ. ງານບຸນຊ່ວງເຮືອບ້ານດຳ ປີນີ້ ໄດ້ດຶງດູດການເຂົ້າຮ່ວມແຂ່ງຂັນມີ 3 ທິມ, ມີເຮືອຊ່ວງ 6 ລຳ. ຜູ້ເຂົ້າຮ່ວມການແຂ່ງຂັນລ້ວນແຕ່ເປັນເພດຊາຍທີ່ແຂງແຮງ, ຖືກຄັດເລືອກມາຈາກຄຸ້ມບ້ານ ເຖື້ອງ, ຈູງ ແລະ ບ້ານຫ້າຂອງບ້ານດຳ ມີອາຍຸແຕ່ 20-35 ປີ. ເຮືອແຕ່ລະລຳທີ່ເຂົ້າຮ່ວມການແຂ່ງຂັນມີລວງຍາວ 15 ແມັດມີສີພາຍ 25 ຄົນຄື: ຕີກະລໍໜຶ່ງຄົນ, ບັງຂັບເຮືອໜຶ່ງຄົນ, ຜູ້ບັງຂັບເຮືອສຳຮອງໜຶ່ງຄົນ, ແກວ່ງທຸງໜຶ່ງຄົນ ແລະ 18 ຄົນເປັນສີພາຍ.
ງານບຸນຊ່ວງເຮືອບ້ານດຳ ດຶງດູດໃຈທ່ານຜູ້ຊົມແມ່ນການແຂ່ງຂັນຂອງບັນເຮືອຊ່ວງ, ຄວາມຕັດສີນໃຈຍາດເອົາໄຊຊະ ນະ, ອາດເກີດມີເຮືອຕຳກັນ. ເຮືອລຳໃດທີ່ຍັງບໍ່ຖືກຈົມຈາກການບຽດ ການຕຳກັນ ຈະໄດ້ຮັບລາງວັນສູງໃນການແຂ່ງຂັນ.
ມູນເຊື້ອງານບຸນຊ່ວງເຮືອບ້ານດຳທີ່ໝູ່ບ້ານ ໄຕຕື້ວ ສະແດງໃຫ້ເຫັນເຖິງຄວາມສາມັກຄີ, ການຝຶກຝົນຄວາມຮູ້ການເຮັດ  ວຽກເປັນທີມ ແລະ ນ້ຳໃຈເຜື່ອແຜ່ຂອງຊາວ ຫວຽດນາມ.
ພາບລວມໃນງານບຸນມູນເຊື້ອ ຊ່ວງເຮືອບ້ານດຳປີ 2015. ພາບ: ຈ້ອງຫາຍ
ກອງເຊຍຈາກສອງຝັ່ງແມ່ນ້ຳກຳລັງເອົາໃຈໃສ່ເຊຽຢ່າງເອົາການເອົາງານງານບຸນບ້ານດຳ.
ຊາວບ້ານ ໄຕຕື້ວ ກຳລັງເຊຽບັນດາທິມຊ່ວງເຮືອ ຕາມສອງຝ່ັງແມ່ນ້ຳ ແຟວ.
ບັນດາກອງເຊຍໄດ້ນຸ່ງເສື້ອຕາມສີເສື້ອຂອງທິມຊ່ວງເຮືອບ້ານຕົນເອງ.
ຄວາມດີໃຈຂອງທິມຊ່ວງເຮືອບ້ານສອງ ຫຼັງຈາກຍາດໄດ້ໄຊນະນະ.
ຕະຫລອດການແຂ່ງຂັນ, ບັນດານັກຊ່ວງເຮືອ ໄດ້ນຳໃຊ້ເຕັກນິກການຊ່ວງເພື່ອຍາດເອົາໄຊຊະນະ.
ຄວາມພະຍາຍາມຂອງບັນດານັກສີພາຍເຮືອໃນບັ້ນການແຂ່ງເຖິງເສັ້ນໄຊ.
ຜູ້ບັງຂັບບັນຊາເຮືອ ແລະ ບັນດານັກສີພາຍເຮືອ ໃນຕະຫຼອດເວລາຂອງການແຂ່ງຂັນ.
ເຮືອທຸກລຳເລີ່ມການແຂ່ງຂັນ.
ການແຂ່ງຂັນທີ່ດຸເດືອດຂອງສອງທິມຊ່ວງເຮືອເທິງແມ່ນ້ຳ ແຟວ.
ນັກສີພາຍກຳລັງພາຍເຮືອຕາມຈັງຫວະຕີກະລໍຂອງຜູ້ຕີກະລໍເທິງເຮືອ.
ປະຊາຊົນນັບຫຼາຍໝື່ນຄົນເຕົ້າໂຮມກັນຢູ່ແຄມແມ່ນ້ຳ ແຟວ ເພື່ອເປັນກຳລັງໃຈໃຫ້ແກ່ການຊ່ວງເຮືອ.
ເຮືອຊ່ວງໄດ້ເຕົ້າໂຮມຢູ່ແມ່ນ້ຳ ແຟວ ເພື່ອກະກຽມໃຫ້ການແຂ່ງຂັນ.
ນັກສີພາຍກຳລັງດຳເນີນພິທີຢູ່ຕໍ່ໜ້າຫໍບູຊາກ່ອນທີ່ຈະເລີ່ມ ການແຂ່ງຂັນ.
ກອງເຊຍພວມໂຮຮ້ອງລະດົມກຳລັງໃຈໃຫ້ທິມຊ່ວງເຮືອຂອງບ້ານຕົນເອງ.
  • ປະຕິບັດໂດຍ: ຈິ້ງວັນໂປ້

top