ກວ໋າງຫງາຍ: ພິທີໄວ້ອາໄລ, ເຄົາລົບສົບ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ແລະກໍາປູເຈຍ ຈໍານວນ 16 ອັດຖິ

ວັນທີ 5 ມິຖຸນາ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງອັກໂຮ່ຍ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງກວ໋າງຫງາຍ ໄດ້ຈັດພິທີໄວ້ອາໄລ, ເຄົາລົບສົບ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ແລະກໍາປູເຈຍ ຈໍານວນ 16 ອັດຖິ, ເຊິ່ງໄດ້້ທ້ອນໂຮມໃນລະດູແລ້ງ 2025-2026.

ເຂົ້າຮ່ວມພິທີມີ ທ່ານນາງ ຟ້າມທິແທັງຈ່າ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດ ເພື່ອຊາດ.

ເຂົ້າຮ່ວມພິທີຍັງມີທ່ານພົນໂທ ຫງວຽນເຈື່ອງຖັ໋ງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ບັນດາສະຫາຍກໍາມະການສູນກາງພັກ; ການນໍາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ຄະນະຊີ້ນໍາແຫ່ງຊາດ...

ປະຕິບັດແຜນການລະດູແລ້ງ 2025-2026 ແລະຕອບສະໜອງບັ້ນເຄື່ອນໄຫວ “500 ວັນ ແລະຄືນຊອກຫາ, ທ້ອນໂຮມ ແລະກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ”, ກອງທ້ອນໂຮມອັດຖິ ກອງບັນຊາການທະຫານແຂວງກວ໋າງຫງາຍ (ກອງ K53) ໄດ້ຜັນຂະຫຍາຍການຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິນັກຮົບເສຍສະຫຼະຊີວິດ ໃນບໍລິເວນ 3 ແຂວງພາກໃຕ້ຂອງລາວ ແລະແຂວງ Ratanakiri (ກໍາປູເຈຍ).

ໝາກຜົນ, ຊອກຄົ້ນ, ທ້ອນໂຮມໄດ້ 16 ອັດຖິ, ລະອຽດແມ່ນ: ຢູ່ແຂວງ Ratanakiri ຊອກຄົ້ນໄດ້ 6 ອັດຖິ; ແຂວງເຊກອງ ຊອກຄົ້ນໄດ້ 3 ອັດຖິ; ແຂວງຈໍາປາສັກ ຊອກຄົ້ນໄດ້ 1 ອັດຖິ ແລະແຂວງອັດຕະປື ຊອກຄົ້ນໄດ້ 6 ອັດຖິ.

ໃນບັນຍາກາດທີ່ເຄັ່ງຂຶມ, ສະເທືອນໃຈ, ບັນດາຜູ້ແທນ ໄດ້ຖະຫວາຍດອກໄມ້, ຈູດທູບທຽນອາໄລຫາ, ສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການອຸທິດສ່ວນອັນໃຫຍ່ຫຼວງຂອງວິລະຊົນນັກຮົບເສຍສະຫຼະຊີວິດ ເພື່ອພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະເຮັດໜ້າທີ່ສາກົນອັນສູງສົ່ງ.

ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ແລະການນໍາແຂວງກວ໋າງຫງາຍ ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ລາວ ແລະກໍາປູເຈຍ ມາບ່ອນປົງອັດຖິ. ພາບ: qdnd.vn
ພົນໂທ ຫງວຽນເຈື່ອງຖັ໋ງ ແລະການນໍາແຂວງກວ໋າງຫງາຍ ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ລາວ ແລະກໍາປູເຈຍ ມາບ່ອນປົງອັດຖິ. ພາບ: qdnd.vn
ປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ ລາວ ແລະກໍາປູເຈຍ. ພາບ: qdnd.vn

  • (ແຫຼ່ງຄັດຈາກ qdnd.vn)

top