ໂຮງຮຽນ ທຸກຊັ້ນ ແຕ່ອະນຸບານເຖິງມະຫາ ດ້ວຍຈຳນວນນັກຮຽນ ກວ່າ 22 ລ້ານຄົນ ໄດ້ໄຂ ສົກ ຮຽນ ໃໝ່ 2014-2015 ໃນ ວັນທີ 5 ກັນຍາຜ່ານມາ.
ຕາມການສະຖິຕິ ຂອງກະຊວງສຶກສາ ແລະ ກໍ່ສ້າງ, ປີນີ້ ທົ່ວປະເທດມີ ນັກຮຽນອະນຸບານ ກວ່າ 4,3 ລ້ານຄົນ, ນັກຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະ ຕອນປາຍກວ່າ 15 ລ້ານຄົນ ແລະ ນັກສຶກສາບັນດາໂຮງຮຽນຊັ້ນກາງ, ວິທະຍາໄລ, ມະຫາວິທະຍາໄລ ເກືອບ 2,2 ລ້ານຄົນ.
ນັກຂ່າວວາລະສານຂ່າວພາບຫວຽດນາມ ຂໍສະເໜີສູ່ທ່ານຜູ້ອ່ານຮູບພາບຕ່າງໆ ກ່ຽວກັບພິທີໄຂ ສົກຮຽນໃໝ່ 2014-2015 ຢູ່ໂຮງຮຽນຈຳນວນໜຶ່ງ.
ພວກນ້ອງນັກຮຽນ, ນັກສຶກສາໃນທົ່ວປະເທດຈະເຂົ້າສູ່ສົກຮຽນໃໝ່ ຊຶ່ງໄດ້ຄາດວ່າຈະມີການ ປ່ຽນໃໝ່ຫຼາຍຢ່າງ ໃນການ ສິດສອນ ແລະ ຮຳ່ຮຽນ. ພາບ: ຈ້ອງຈິ໋ງ/VNP ພວກນ້ອງນັກຮຽນສະແດງ ບັນດາລາຍການ ສິລະປະ ເພື່ອຄຳນັບຮັບຕ້ອນ ສົກຮຽນໃໝ່. ພາບ: ຈ້ອງຈິ໋ງ/VNP
ຜູ້ອຳນວຍການ ໂຮງຮຽນປະຖົມ ດ້າຍກິມ ຕີກອງ ເພື່ອເລີ່ມຕົ້ນສົກຮຽນ ປີ 2014-2015. ພາບ: ຈ້ອງຈິ໋ງ/VNP ໃບໜ້າຂີ້ອາຍຂອງສາວນ້ອຍ ຫງວຽນລິນດານ, ນັກຮຽນປໍໜຶ່ງ, ໂຮງຮຽນປະຖົມ ດ້າຍກິມ, ເມືອງຮວ່າງມາຍ, ຮ່າໂນ້ຍ. ພາບ: ຈ້ອງຈິ໋ງ/VNP ຄຳນັບຮັບຕ້ອນພວກນ້ອງນັກຮຽນປໍໜຶ່ງ ເຂົ້າ ໂຮງຮຽນປະຖົມ ແທ່ງກົງ A, ເມືອງບາດິ່ງ, ຮ່າໂນ້ຍ. ພາບ: ຮວ່າງຮ່າ/VNP ການແຫ່ຄັນທຸງຢູ່ ໂຮງຮຽນປະຖົມ ແທ່ງກົງ A, ເມືອງບາດິ່ງ, ຮ່າໂນ້ຍ. ພາບ: ຮວ່າງຮ່າ/VNP ພິທີຊັກທຸງຂອງໂຮງຮຽນປະຖົມ ແທ່ງກົງ A, ເມືອງບາດິ່ງ, ຮ່າໂນ້ຍ. ພາບ: ຮວ່າງຮ່າ/VNP ໜ່ວຍກອງຂອງໂຮງຮຽນປະຖົມ ແທ່ງກົງ A, ເມືອງບາດິ່ງ, ຮ່າໂນ້ຍ ໃນພິທີເປີດສົກຮຽນ. ພາບ: ຮວ່າງຮ່າ/VNP ສີສັນສຸດສາດຂອງ ດອກໄມ້ ແລະ ທຸງຊາດ ຢູ່ໃນມືຂອງ ນັກຮຽນປໍໜຶ່ງໃນວັນໄຂສົກຮຽນໃໝ່. ພາບ: ຈ້ອງຈິ໋ງ/VNP ພິທີເປີດສົກຮຽນ 2014-2015 ທີ່ໂຮງຮຽນປະຖົມ ດ້າຍກິມ, ເມືອງຮວ່າງມາຍ, ຮ່າໂນ້ຍ. ພາບ: ຈ້ອງຈິ໋ງ/VNP ຮ້ອງເພງຊາດໃນພິທີຊັກທຸງ. ພາບ: ຈ້ອງຈິ໋ງ/VNP ບັນດາຄູອາຈານຖ່າຍຮູບໃນພິທີໄຂສົກຮຽນໃໝ່. ພາບ: ຈ້ອງຈິ໋ງ/VNP
ປະຕິບັດ: ຈ້ອງຈິ໋ງ-ຮວ່າງຮ່າ |