ປະຊາຊົນເບີກບານມ່ວນຊື່ນຕ້ອນຮັບຂະບວນສວນສະໜາມ ກ່ອນພິທີສະເຫຼີມສະຫຼອງວັນຊາດ ວັນທີ 2 ກັນຍາ

ໃນທ້າຍເດືອນ ສິງຫາ 2025 ນີ້, ຢູ່ຕາມຖະໜົນຫົນທາງຕ່າງໆ ໃນນະຄອນຫຼວງ ຮ່າໂນ້ຍ, ການເຝິກຊ້ອມລວມ, ການຊ້ອມຍ່ອຍ ແລະ ການຊ້ອມໃຫຍ່ ເພື່ອກະກຽມໃຫ້ແກ່ພິທີສວນສະໜາມສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ (A80) ໄດ້ດຳເນີນໄປຢ່າງຕໍ່ເນື່ອງ.

ຕະຫຼອດຕາມເສັ້ນທາງສວນສະໜາມ, ປະຊາຊົນຕ່າງກໍມາແຕ່ເຊົ້າ ເພື່ອຊອກຫາຈຸດທີ່ເໝາະສົມ ເພື່ອຈະໄດ້ເຫັນພາບທີ່ຍິ່ງໃຫຍ່. ບັນດາທ່ານຜູ້ສູງອາຍຸ, ຜູ້ທີ່ເຄີຍໄດ້ເຫັນພິທີມະຫາລຶກຫຼາຍຄັ້ງໃນເມື່ອກ່ອນ, ບໍ່ສາມາດປິດບັງຄວາມຮູ້ສຶກສະເທືອນໃຈໄດ້ ເມື່ອເຫັນແຖວຂອງທະຫານທີ່ຍ່າງສວນສະໜາມຜ່ານໄປຢ່າງສະຫງ່າງາມ. ແວວຕາຂອງພວກເຂົາເຕັມໄປດ້ວຍຄວາມປິຕິຍິນດີ, ມືຕີຄ່ອຍໆຕາມຈັງຫວະການຍ່າງ, ປາກກໍຄ່ອຍໆສັນລະເສີນຕໍ່ຄົນຮຸ່ນໜຸ່ມທີ່ກຳລັງປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ.

ບໍ່ພຽງແຕ່ປະຊາຊົນໃນນະຄອນຫຼວງ ຮ່າໂນ້ຍ ເທົ່ານັ້ນ, ປະຊາຊົນຈຳນວນຫຼວງຫຼາຍຈາກທົ່ວທຸກແຂວງໃນທົ່ວປະເທດກໍໄດ້ເດີນທາງມາຮອດນະຄອນຫຼວງ ເພື່ອຮ່ວມກັນເປັນພະຍານໃນການເຝິກຊ້ອມປະຫວັດສາດນີ້. ບັນດາຂະບວນລົດຈາກທ້ອງຖິ່ນຕ່າງໆ ໄດ້ແລ່ນເຂົ້າມາຮອດ ຮ່າໂນ້ຍ ຢ່າງບໍ່ຂາດສາຍ, ນຳເອົາຈິດໃຈແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບຂອງທົ່ວປວງຊົນທັງຊາດ. ພວກເຂົາມາທີ່ນີ້ບໍ່ພຽງແຕ່ໃນຖານະຜູ້ຊົມເທົ່ານັ້ນ, ແຕ່ຍັງເປັນລູກຫຼານຂອງຊາດ, ເຊິ່ງມີຈິດໃຈ ແລະ ຄວາມຮັກທີ່ສັກສິດດຽວກັນຕໍ່ປະເທດຊາດ.

ຄວາມເບີກບານມ່ວນຊື່ນຂອງປະຊາຊົນບໍ່ແມ່ນພຽງແຕ່ຄວາມສຸກໃນມື້ພິທີເທົ່ານັ້ນ, ແຕ່ຍັງສະແດງອອກເຖິງຄວາມກະຕັນຍູອັນເລິກເຊິ່ງຕໍ່ບັນດາຄົນຮຸ່ນພໍ່ຮຸ່ນອ້າຍທີ່ໄດ້ເສຍສະຫຼະເພື່ອເອກະລາດ, ເສລີພາບຂອງຊາດ. ພິທີມະຫາລຶກ A80 ບໍ່ພຽງແຕ່ເປັນໂອກາດເພື່ອຍົກຍ້ອງໄຊຊະນະອັນຍິ່ງໃຫຍ່ໃນອະດີດເທົ່ານັ້ນ, ແຕ່ຍັງເປັນຄຳຢືນຢັນເຖິງຄວາມມຸ່ງໝັ້ນທີ່ຈະສ້າງສາ ແລະ ປົກປັກຮັກສາປະເທດຊາດໃນຍຸກສະໄໝໃໝ່.

ລົດກອງທັບທຸງແລ່ນຜ່ານບໍລິເວນຖະໜົນ ຫງວຽນທ້າຍຮອກ ແລະ ຫ້າແຍກເກືອໜາມ ໃນການຊ້ອມໃຫຍ່ສວນສະໜາມສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ. ພາບ: ກົງດາດ/VNP
ຂະບວນສວນສະໜາມຂອງກອງທັບແລ່ນຜ່ານບໍລິເວນຖະໜົນ ຫງວຽນທ້າຍຮອກ ແລະ ຫ້າແຍກເກືອໜາມ ໃນການຊ້ອມໃຫຍ່ສວນສະໜາມສະເຫຼີມສະຫຼອງວັນຊາດຄົບຮອບ 80 ປີ. ພາບ: ກົງດາດ/VNP
ປະຊາຊົນຈຳນວນຫຼາຍມາເຕົ້າໂຮມກັນຢູ່ບໍລິເວນຖະໜົນ ຈ່າງທີ ໃນການເຝິກຊ້ອມລວມຄັ້ງທີ 2, ວັນທີ 27 ສິງຫາ. ພາບ: ກົງດາດ/VNP
ນັກທ່ອງທ່ຽວຕ່າງປະເທດໄດ້ຮ່ວມກັບປະຊາຊົນ ເພື່ອຊົມຂະບວນສວນສະໜາມ. ພາບ: ກົງດາດ/VNP
ໂທລະສັບຫຼາຍຮ້ອຍເຄື່ອງຖືກຍົກຂຶ້ນເພື່ອຖ່າຍ ວີດີໂອ ແລະ ຖ່າຍຮູບຂະບວນສວນສະໜາມ. ພາບ: ແທງຢາງ/VNP
ຂະບວນສວນສະໜາມຢູ່ຖະໜົນ ຈ່າງຕ່ຽນ. ພາບ: ແທງຢາງ/VNP
ປະຊາຊົນຫຼາຍຮ້ອຍຄົນພາກັນຢືນເຕັມແຈຖະໜົນ ແລະ ທາງຍ່າງ ເພື່ອຕ້ອນຮັບຂະບວນສວນສະໜາມ. ພາບ: ແທງຢາງ/VNP
ປະຊາຊົນຮູ້ສຶກຕື່ນເຕັ້ນຊົມລົດຖັງໃນເວລາເຄື່ອນຍ້າຍຢູ່ຕາມເສັ້ນທາງ ແທັງນຽນ ເພື່ອມຸ່ງໜ້າໄປຍັງຈຸດນັດພົບ. ພາບ: ແຄ໋ງລອງ/VNP
ບໍລິເວນໜ້າປະຕູວັດ ກວ້ານແທັງ ແມ່ນບ່ອນທີ່ປະຊາຊົນມາເຕົ້າໂຮມກັນຫຼາຍທີ່ສຸດ ເພື່ອລໍຖ້າຂະບວນຍານອາວຸດຜ່ານໄປ. ພາບ: ແຄ໋ງລອງ/VNP
ບັນດານາຍທະຫານໄດ້ແລກປ່ຽນຄວາມຄິດເຫັນກັບປະຊາຊົນ ເມື່ອຍ່າງຜ່ານບໍລິເວນເສັ້ນທາງ ແທັງນຽນ. ພາບ: ແຄ໋ງລອງ/VNP
ປະຊາຊົນທັງສອງຟາກຖະໜົນ ຈ່າງຕຽນ ເບີກບານມ່ວນຊື່ນຕ້ອນຮັບຂະບວນສວນສະໜາມຂອງກອງທັບ ສ ຣັດເຊຍ. ພາບ: ກົງດາດ/VNP
ບັນດາເດັກນ້ອຍຕື່ນເຕັ້ນຫຼາຍທີ່ໄດ້ຊົມຂະບວນລົດຖັງ ແລະ ຍານອາວຸດຂອງກອງທັບ. ພາບ: ແຄ໋ງລອງ/VNP
ບັນຍາກາດຄຶກຄື້ນເມື່ອປະຊາຊົນມາເຕົ້າໂຮມກັນຢູ່ຖະໜົນ ເກືອໜາມ ເພື່ອລໍຖ້າຂະບວນສວນສະໜາມໃນການຊ້ອມໃຫຍ່. ພາບ: ກົງດາດ/VNP
ຄອບຄົວຫຼາຍຄົນຕ່າງກໍມາຊົມຂະບວນສວນສະໜາມໃນການຊ້ອມໃຫຍ່. ພາບ: ກົງດາດ/VNP
ປະຊາຊົນເອົາຮູບທ່ານ ລຸງໂຮ່, ພົນເອກ ຫວໍຫງວຽນຢາບ ແລະ ອະດີດເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ມາເມື່ອໄປຊົມການສວນສະໜາມ. ພາບ: ກົງດາດ/VNP
ເຖິງແມ່ນວ່າຝົນຕົກໜັກ, ແຕ່ປະຊາຊົນຍັງຄົງລໍຖ້າໃນຄ່ຳຄືນວັນທີ 29 ສິງຫາ ເພື່ອຊົມຂະບວນສວນສະໜາມໃນການຊ້ອມໃຫຍ່. ພາບ: ກົງດາດ/VNP
ປະຊາຊົນເຮັດພິທີຄຳນັບທຸງຊາດ ແລະ ຮ້ອງເພງຊາດ ໃນທ່າມກາງສາຍຝົນຂອງເດືອນ ສິງຫາ. ພາບ: ກົງດາດ/VNP
ບໍລິເວນຈຸດຕັດກັນລະຫວ່າງຖະໜົນ ດິ່ງງາງ ແລະ ຖະໜົນ ຫງວຽນທ້າຍຮອກ ເຕັມໄປດ້ວຍປະຊາຊົນ. ພາບ: ກົງດາດ/VNP
ປະຊາຊົນຖ່າຍຮູບຮ່ວມກັບນາຍທະຫານຍິງຂອງ ກອງແພດກ່ອນການເຝິກຊ້ອມລວມ. ພາບ: ຫວ່າງຮ່່າ/VNP
ເຖິງແມ່ນວ່າຕ້ອງລໍຖ້າດົນ, ແຕ່ປະຊາຊົນກໍຍັງຮູ້ສຶກຕື່ນເຕັ້ນ ແລະ ເບີກບານມ່ວນຊື່ນ. ພາບ: ກົງດາດ/VNP
ບັນດານັກສຶກສາອາສາສະໝັກໄດ້ໃຫ້ການຊ່ວຍເຫຼືອໃນການເຝິກຊ້ອມລວມ ແລະ ການຊ້ອມຍ່ອຍ, ຊ້ອມໃຫຍ່. ພາບ: ກົງດາດ/VNP
ບັນດານັກຮົບເກົ່າໄດ້ຈັດແຕ່ງຊຸດເຄື່ອງແບບກ່ອນທີ່ຈະມຸ່ງໜ້າໄປຍັງຈຸດນັດພົບ. ພາບ: ແຄ໋ງລອງ/VNP
ນາຍທະຫານຍິງສັນຍານຖ່າຍຮູບເປັນທີ່ລະນຶກກັບປະຊາຊົນ ຮ່າໂນ້ຍ ຢູ່ຖະໜົນ ແທັງນຽນ ກ່ອນການເຝິກຊ້ອມລວມ. ພາບ: ຫວ່າງຮ່າ/VNP
ສີແດງສົດໃສຂອງຝູງຄົນຢູ່ບໍລິເວນຖະໜົນ ຟານໂບ້ຍເຈົາ. ພາບ: ກົງດາດ/VNP
ປະຊາຊົນເບີກບານມ່ວນຊື່ນຊົມຂະບວນສວນສະໜາມໃນການຊ້ອມໃຫຍ່. ພາບ: ຫວຽດເກື່ອງ/VNP
ຊ່ວງເວລາທີ່ຄອບຄົວໄດ້ພົບກັນກ່ອນການເຝິກຊ້ອມລວມຂອງທະຫານທີ່ເຂົ້າຮ່ວມໂຄງການ A80. ພາບ: ຫວ່າງຮ່າ/VNP
ປະຊາຊົນຮູ້ສຶກຕື່ນເຕັ້ນຊົມລົດຖັງໃນເວລາເຄື່ອນຍ້າຍຢູ່ຕາມເສັ້ນທາງ ແທັງນຽນ ເພື່ອມຸ່ງໜ້າໄປຍັງຈຸດນັດພົບ. ພາບ: ແຄ໋ງລອງ/VNP
ປະຊາຊົນຖ່າຍຮູບເປັນທີ່ລະນຶກກັບທະຫານທີ່ຮັກສາຂະບວນປືນໃຫຍ່. ພາບ: ແທງຢາງ/VNP
ປະຊາຊົນເອົາໂທລະສັບມາຖ່າຍ ວີດີໂອ ແລະ ຖ່າຍຮູບ ເມື່ອຕ້ອນຮັບຂະບວນສວນສະໜາມ. ພາບ: ແທງຢາງ/VNP
ປະຊາຊົນທຸກຄົນຮູ້ສຶກຕື່ນເຕັ້ນ ແລະ ເບີກບານມ່ວນຊື່ນ ເມື່ອຂະບວນລົດຍານອາວຸດທະຫານແລ່ນຜ່ານໄປ. ພາບ: ແທງຢາງ/VNP
  • ບົດ: ກົງດາດ/VNP - ພາບ: ຫວຽດເກື່ອງ, ກົງດາດ, ແທງຢາງ, ແຄ໋ງລອງ ແລະ ຫວ່າງຮ່າ - ແປໂດຍ: ຢືຟຽນ

top