ຂ່າວສານ

​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດຫວຽດ​ນາມ​ ຄົບ​ຮອບ 75 ປີຢູ່ຫຼາຍ​ປະ​ເທດ

ເນື່ອງໃນໂອກາດ 75 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2/9/1945 – 2/9/2020),  ຕອນຄ່ຳວັນທີ 28 ສິງຫາ, ສະຖານທູດຫວຽດນາມ ປະຈຳຝະລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ແລະ ວັນສ້າງຕັ້ງຂະແໜງການທູດຫວຽດນາມ ຄົບຮອບ 75 ປີ.

 (ພາບ: ຈາກ ສະຖານທູດຫວຽດນາມ ປະຈຳລາວ)

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ກຳກາລະໂອກາດ, ຜ່ານຜ່າສິ່ງທ້າທາຍໃນສະພາບການໂລກ ແລະ ພາກພື້ນພວມມີການຫັນປ່ຽນຢ່າງໄວວາ ແລະ ຍາດທີ່ຈະຄາດຄະເນໄດ້, ໂດຍສະເພາະແມ່ນຍ້ອນຜົນກະທົບຈາກໂລກລະບາດໂຄວິດ 19, ເພື່ອໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຝະລັ່ງ ສືບຕໍ່ພັດທະນາຢ່າງແຮງ ແລະ ເລິກເຊິ່ງ.

   ໃນວັນດຽວກັນ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ.  ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ປາດຖະໜາວ່າ ບັນດາປະເທດ, ເພື່ອນມິດສາກົນຈະສືບຕໍ່ສະໜັບສະໜູນ ເພື່ອໃຫ້ສາຍພົວພັນລະຫວ່າງຫວຽດນາມ-ລາວ ພັດທະນາຢ່າງໝັ້ນຄົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ການພັດທະນາຢູ່ອາຊີ.

(ແຫຼ່ງຄັດຈາກ VOV)


top