ຂ່າວສານ

​ງານ Festival ຊາ​ສາ​ກົນ-ໄທ​ງວຽ​ນ 2026 - ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ຊີ​ວະ​ພາບ ແລະ ເສດ​ຖະ​ກິດ​ເຂດ​ຊາ

Festival ​ຈັດ​ຂຶ້ນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 195 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ໄທ​ງວຽນ (04/11/1831 - 04/11/2026). ເຫດ​ການ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 30 ຕຸ​ລາ-ວັນ​ທີ 7 ພະ​ຈິກ.
  ທ່ານ​ນາງ ຫງວຽນ​ທິ​ລ​ວານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ແຂວງ, ຫົ​ວ​ໜ້າ​ຄະ​ນ​ະ​ຈັດ​ຕັ້ງ​ງານ Festival ຊາ​ສາ​ກົນ-ໄທ​ງວຽ​ນ 2026 (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 1 ຕຸ​ລາ, ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສົມ​ທົບ​ກັບ​ແຂວງ ໄທ​ງວຽນ​ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ກາດ Festival ຊາ​ສາ​ກົນ-ໄທ​ງວຽ​ນ 2026 ຊື່ງ​ຈະ​ຈັດ​ຂຶ້ນ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 195 ປີ​ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ໄທ​ງວຽນ (04/11/1831 - 04/11/2026). ເຫດ​ການ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 30 ຕຸ​ລາ-ວັນ​ທີ 7 ພະ​ຈິກ.

Festival ຊາ​ສາ​ກົນ-ໄທ​ງວຽ​ນ 2026 ມີບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຄື: ພິ​ທີ​ໄຂ, ພິ​ທີ​ອັດ; ເວ​ທີ​ປາ​ໄສ​ຊາ​ສາ​ກົນ, ເຊີດ​ຊູ​ສິ​ລະ​ປະ​​ຊົມ​ຊາ​ທີ່ຍອດ​ຍິ່ງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທ່ານ​ນາງ ຫງວຽນ​ທິ​ລ​ວານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ແຂວງ, ຫົ​ວ​ໜ້າ​ຄະ​ນ​ະ​ຈັດ​ຕັ້ງ​ງານ Festival ຊາ​ສາ​ກົນ-ໄທ​ງວຽ​ນ 2026 ເນັ້ນ​ໜັກ​ວ່າ:

Festival ເພື່​ອ​ແນ​ໃສ່​ເຊີດ​ຊູ​ຕົ້ນ​ຊາ, ຜູ້​ເຮັດ​ຊາ, ບັນ​ດາ​ນັກ​ສິ​ລະ​ປະ​ກອນ, ສະ​ຫະ​ກອນ ແລະ ວິ​ສາ​ຫະ​ກິດ​ຂະ​ແໜງ​ຊາ, ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ຊາ ໄທ​ງວຽນ ພ້ອມ​ທັງ​ແນະ​ນຳ​ກັບ​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ ແລະ ການ​ທ່ອງ​ທ່ຽວ​ຂອງ​ແຂວງ. ແຂວງ ໄທ​ງວຽນ ຫວັງ​ວ່າ Festival ຈະບໍ່​ພຽງ​ແຕ່​ແມ່ນ​ເຫດ​ການ​ວັດ​ທະ​ນະ​​ທຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂົວ​ຕໍ່​ລະ​ຫວ່າງ​ມໍ​ລະ​ດົກ ແລະ ການ​ພັດ​ທະ​ນາ, ທ່ອງ​ຖິ່ນ ແລະ ສາ​ກົນ, ວັດ​ທະ​ນະ​ທຳ​ຊາ ແລະ ເສດ​ຖະ​ກິດ​ຊາ​ອີກ​ດ້ວຍ.


top