ອາຊີບ ຫວຽດ

ໝູ່​ບ້ານ​ອາ​ຊີບ​​ທີ່​ເປັນ​ມູນ​ເຊື້ອ​ເຮັດ​ນ້ຳ​ຕານ​ອ້ອຍ​ຢູ່ ຮ່າ​ຕິ້ງ

ໃນເຂດພູດອຍ ຫວູກວາງ, ແຂວງ ຮ່າຕິ້ງ, ໝູ່ບ້ານອາຊີບຕົ້ມນ້ຳຕານອ້ອຍຍັງຄົງໄດ້ຮັກສາການເຮັດໃນເວລາກວ່າເຄິ່ງສັດຕະວັດຜ່ານມາ. ນ້ຳຕານອ້ອຍ ຂອງໝູ່ບ້ານ ຫວູກວາງ ໄດ້ກາຍເປັນຜະລິດຕະພັນພິເສດຂອງເຂດດິນແດນແຫ່ງນີ້, ບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບທີ່ເປັນປົກກະຕິໃຫ້ ປຊຊ ເທົ່ານັ້ນ, ຫາກຍັງໄດ້ປະກອບສ່ວນອະນຸລັກຮັກສາອາຊີບທີ່ເປັນມູນເຊືອຂອງທ້ອງຖິ່ນອີກດ້ວຍ.
ຂັ້ນຕອນໜີບອ້ອຍເອົານ້ຳ (ພາບ: ກີມລ້ຽວ)
ຂະ​ບວນ​ການ​ກົດ​ອ້ອຍ​ສົດ​ເພື່ອ​ສະກັດ​ນ້ຳ​ຕານ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ຈາກ​ຄົນ​ງານ​ເພື່ອ​ສະ​ໜອງ​ວັດ​ຖຸ​ດິບ​ໃຫ້​ໂຮງຜະລິດນຳ້ອ້ອຍ. (ພາບ: ຊວນຕຽນ-TTXVN)

ນັບແຕ່ຮຸ່ງເຊົ້າ, ປຊຊ ຢູ່ທີ່ນີ້ ໄດ້ອອກໄປນາຕັດຕົ້ນອ້ອຍມາໜີບເອົານ້ຳເພື່ອຕົ້ມນ້ຳຕານອ້ອຍ. ບັນດາເຕົາຕົ້ມນ້ຳຕານອ້ອຍດ້ວຍຟືນ ໄດ້ຮັກສາຢ່າງຕໍ່ເນື່ອງ, ຄວັນກຸ້ມຂຶ້ນທ່ວນໆ, ປະສົມກັບກິ່ນຫອມຫວານໄດ້ກະຈາຍອອກໄປທົ່ວໝູ່ບ້ານ. ນັ້ນແມ່ນວຽກງານທີ່ໜັກໜ່ວງ, ຮຽກຮ້ອງໃຫ້ມີປະສົບການ ແລະ ຄວາມອົດທົນ ແຕ່ພັດໄດ້ກາຍເປັນຈັງຫວະຊີວິດທີ່ລຶ້ງເຄີຍຂອງຫຼາຍຄອບຄົວຢູ່ທີ່ນີ້. ອາຊີບຕົ້ມນ້ຳຕານອ້ອຍໄດ້ມີມູນເຊື້ອມາເປັນເວລາກວ່າ 50 ປີຢູ່ໝູ່ບ້ານ ຫວູກວາງ ແຂວງ ຮ່າຕິ້ງ. ທ່ານນາງ ຟານຮົ່ງອຽນ ປະທານຄະນະກຳມະການ ປຊຊ ຕາແສງ ຫວູກວາງ ແຂວງ ຮ່າຕິ້ງ ໃຫ້ຮູ້ວ່າ:    

 ອາຊີບປູກຕົ້ນອ້ອຍ ແລະ ເຮັດນ້ຳຕານອ້ອຍມີມາແຕ່ດົນນານແລ້ວ. ປະຈຸບັນຢູ່ ຫວູກວາງ ມີ ເຂດ ຖໍ້ດ່ຽນ ແມ່ນໝູ່ບ້ານອາຊີບທີ່ເປັນມູນເຊື້ອ. ໃນເນື້ອທີ່ປູກຕົ້ນອ້ອຍ 1 ເຮັກຕາ ຈະນຳມາເຊິ່ງລາຍຮັບໃຫ້ແກ່ຜູ້ຜະລິດແຕ່ 120-130 ລ້ານດົ່ງ. ຜະລິດຕະພັນອ້ອຍຢູ່ ຫວູກວາງ ແມ່ນຜະລິດຕະກັນ OCOP 3 ດາວ. ຜ່ານຕົວຈິງກໍ່ເຫັນວ່າ ປູກຕົ້ນອ້ອຍກໍ່ສະດວກກວ່າເມື່ອທຽບກັບການປູກຕົ້ນໄມ້ຊະນິດອື່ນໆ.

 
ໝໍ້ໃຫຍ່ຕົ້ມນ້ຳອ້ອຍແຕ່ 5-7 ຊົ່ວໂມງເພື່ອຕົ້ມເປັນນ້ຳຕານອ້ອຍ (ພາບ: ກີມລ້ຽວ)
ໄລຍະຫຼາຍປີຜ່ານມາ, ບັນດາຄອບຄົວທີ່ເຮັດອາຊີບຕົ້ມນ້ຳຕານອ້ອຍ (ນ້ຳອ້ອຍ) ຢູ່ຕາແສງ ເຫງ້ຍແຮ້ງ ໄດ້ຄ່ອຍໆປັບປຸງຂັ້ນຕອນຜະລິດນຳ້ຕານອ້ອຍເພື່ອເຮັດໃຫ້ຄຸນນະພາບຂອງນ້ຳຕານອ້ອຍຮັບປະກັນສະເໝີ. ພາບ: ຊວນຕຽນ - TTXVN

ປະຈຸບັນ, ທົ່ວຕາແສງ ຫວູກວາງ ມີເນືອທີ່ປູກຕົ້ນອ້ອຍກ່ວາ 30 ເຮັກຕາ, ແຕ່ລະປີໄດ້ສະໜອງນ້ຳຕານອ້ອຍໃຫ້ຕະຫຼາດເກືອບ 190 ໂຕນ. ຕາມປົກກະຕິ, ນັບແຕ່ເດືອນ 10 ຫາເດືອນ 12 ໄລ່ຕາມຈັນທະປະຕິທິນແມ່ນລະດູການຜະລິດຈຸດສຸມ, ເມື່ອຮອດຍາມເປັນຕັດ, ອ້ອຍມີປະລິມານນ້ຳຕານສູງ, ໃຫ້ຄຸນນະພາບນ້ຳຕານອ້ອຍຫອມແຊບທີ່ສຸດນັ້ນ ແມ່ນຈຸດເວລາທີ່ ປຊຊ ເກັບກ່ຽວຕົ້ນອ້ອຍເພື່ອເອົາມາເຮັດນ້ຳຕານອ້ອຍ. ອ້າຍ ເລືອງວັນດາດ, ອາຍຸ 35 ປີ, ໜຶ່ງໃນບັນດາຄອບຄົວຕົ້ມນ້ຳຕານອ້ອຍຂອງ ຕາແສງ ຫວູກວາງ ໃຫ້ຮູ້ວ່າ:   

ຕົ້ມນ້ຳຕານອ້ອຍແມ່ນວິວັດການທີ່ສັບສົນ, ຮຽກຮ້ອງໃຫ້ຜູ້ຕົ້ມຕ້ອງມີເຕັກນິກທີ່ດີ, ມີປະສົບການຫຼາຍຈຶ່ງຈະສາມາດຕົ້ມນ້ຳຕານອ້ອຍໃຫ້ຫອມແຊບໄດ້. ພາຍຫຼັງໜີບອ້ອຍເອົານ້ຳ ແມ່ນຂັ້ນຕອນກະກຽມເຕົາໄຟ ແລະ ຟືນເພື່ອຕົ້ມ. ເພື່ອໃຫ້ມີນ້ຳຕານອ້ອຍໝໍ້ໜຶ່ງແມ່ນຕ້ອງໃຊ້ນ້ຳອ້ອຍເຖິງ 100 ລິດ. ພາຍຫຼັງຕົ້ມໃຫ້ຟົດ, ກາກອ້ອຍທັງໝົດຈະຟູຂຶ້ນ, ຜູ້ຕົ້ມຈະຕ້ອງຕັກອອກໃຫ້ໄວທີ່ສຸດ, ຖ້າບໍ່ທັນມັນຈະລົ້ນລົງໃສ່ເຕົາໄຟໝົດ.

 ໃນວິວັດການຕົ້ມນ້ຳຕານອ້ອຍ, ສຳຄັນທີ່ສຸດແມ່ນຮັກສາໄຟໃນເຕົາໃຫ້ສະໝ່ຳສະເໝີ, ເຖິງວ່າຂັັ້ນຕອນຕົ້ມນ້ຳຕານອ້ອຍບໍ່ຄຸກິຄຸກິປານໃດແຕ່ໄດ້ຮຽກຮ້ອງຕ້ອງມີຄວາມອົດທົນ, ມີປະສົບການ ແລະ ທັງຄວາມສຸດຈິດສຸດໃຈຂອງຜູ້ເຮັດ. ຍ້ອນຄວາມພິຖີພິຖັນຄືແນວນັ້ນຈຶ່ງຈະເຮັດໃຫ້ນ້ຳຕານອ້ອຍມີສີນ້ຳຕານເຫຼື້ອມທີ່ງາມຕາ, ລົດຊາດຫວານມັນ ແລະ ຄວາມໜຽວທີ່ພິເສດ. ທ່ານ ດັງວັນແທັງ, ຢູ່ຕາແສງ ຫວູກວາງ  ຜູ້ໄດ້ຕິດພັນກັບອາຊີບນີ້ມາເປັນເວລາກວ່າ 30 ປີ ໃຫ້ຮູ້ວ່າ:          

 ຂັ້ນຕອນກວັນນ້ຳຕານອ້ອຍແມ່ນຂັ້ນຕອນສຸດທ້າຍ, ຕ້ອງມີຄວາມພິຖີພິຖັນແລະ ເສຍເວລາ ແລະ ເຫື່ອແຮງຫຼາຍ. ໃນຂັ້ນຕອນນີ້, ຜູ້ຕົ້ມຕ້ອງຄົນລຽນຕິດ ແລະ ສະມ່ຳສະເໝີ. ເມື່ອເລີ່ມຟົດ, ຖ້າຕັກຝອດອອກບໍ່ທັນຈະເຮັດໃຫ້ນ້ຳຕານອ້ອຍຟົດລົ້ນອອກ, ນ້ຳຕານອ້ອຍຈະມີສີດຳ, ບໍ່ຫອມແຊບ. ເມື່ອນ້ຳຕານອ້ອຍເລີ່ມແຂ້ນ ແລະ ມີສີນ້ຳຕານແດງ, ກໍ່ຖືວ່າຂັ້ນຕອນຕົ້ມນ້ຳຕານອ້ອຍສຳເລັດ.          

ຜະລິດຕະພັນນ້ຳຕານອ້ອຍຂອງຕາແສງ ຫວູກວາງ ໄດ້ຮັບຮູ້ແມ່ນຜະລິດຕະພັນ OCOP (ພາບ: ກີມລ້ຽວ)

ປະຈຸບັນ, ບັນດາຄອບຄົວທຳການຜະລິດ ໄດ້ຮ່ວມສຳພັນກັນສ້າງຕັ້ງສະຫະກອນ ບໍລິການນ້ຳຕານອ້ອຍ ເຊີນຖໍ້, ຈັດການຜະລິດຕາມຂັ້ນຕອນເຕົ້າໂຮມ, ຊ່ວຍຍົກສູງຄຸນຄ່າເຄື່ອງໝາຍການຄ້າ ແລະ ຈຳໜ່າຍນ້ຳຕານອ້ອຍອອກສູ່ຕະຫຼາດທົ່ວປະເທດ. ເອື້ອຍ ດວ່ານທິຍ່ານ ປະທານສະຫະກອນ ບໍລິການນ້ຳຕານອ້ອຍ ເຊີນຖໍ້ ໃຫ້ຮູ້ວ່າ:           

ແຕ່ລະປີ, ທາງສະຫະກອນໄດ້ສະໜອງນ້ຳຕານອ້ອຍໃຫ້ແກ່ທ້ອງຕະຫຼາດແຕ່ 15-20.000 ລິດ. ປີນີ້, ຈຳນວນລູກຄ້າຈອງຊື້ຫຼາຍ, ດັ່ງນັ້ນ, ທາງສະຫະກອນຕ້ອງເຮັດວຽກໝົດສະມັດຕະພາບ, ເກືອບຄືວ່າເຂດຄົວຕົ້ມນ້ຳຕານອ້ອຍແມ່ນເຮັດໝົດມື້. ປະຈຸບັນ, ພວກຂ້າພະເຈົ້າໜີບອ້ອຍສົດປະມານ 3-4 ໂຕນ/ວັນ, ເທົ່າກັບຕົ້ມນ້ຳຕານອ້ອຍໄດ້ປະມານ 300 ລິດ ເພື່ອຮັບໃຊ້ຄວາມຕ້ອງການຂອງ ປຊຊ.          

ປີ 2020, ຜະລິດຕະພັນນ້ຳຕານອ້ອຍຂອງຕາແສງ ຫວູກວາງ ໄດ້ຮັບຮູ້ວ່າແມ່ນຜະລິດຕະພັນ OCOP (ໜຶ່ງຕາແສງໜຶ່ງຜະລິດຕະພັນ) ຂັ້ນແຂວງ, ຈາກນັ້ນ, ຜະລິດຕະພັນໄດ້ຢັ້ງຢືນຄຸນນະພາບ ແລະ ມີຫຼາຍໂອກາດຕື່ມອີກເພື່ອເປີດກ້ວາງຕະຫຼາດ. ໃນທ່າມກາງບັນດາການຜັນແປຂອງຈັງຫວະການດຳລົງຊີວິດທີ່ທັນສະໄໝ, ໝູ່ບ້ານນ້ຳຕານອ້ອຍ ຫວູກວາງ ຍັງຄົງຕົວແບບງຽບໆ, ປະກອບສ່ວນຮັກສາໝູ່ບ້ານທີ່ເປັນມູນເຊື້ອໃນສັງຄົມຍຸກປະຈຸບັນ./.


top