ອາຊີບ ຫວຽດ

ໝູ່ບ້ານແກະສະຫຼັກຮູບປັ້ນ ເຊີນດົ່ງ

ໝູ່ບ້ານແກະສະຫຼັກຮູບປັ້ນ ເຊີນດົ່ງ (ຕາແສງ ເຊີນດົ່ງ, ເມືອງຮວ່າຍ ດຶກ, ຮ່າໂນ້ຍ) ມີຊື່ສຽງໂດ່ງດັງ ດ້ວຍອາຊີບຄວັດ, ແກະສະຫຼັກຮູບປັ້ນ, ເຮັດເຄື່ອງໄຫວ້ບູຊາມູນເຊື້ອ ພ້ອມກັບ ເຕັກນິກການທາສີແດງ, ໂອບຄຳ ຢ່າງປານີດ ເຊິ່ງໄດ້ຮັບການຕີລາຄາສູງ ຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດ.

ໝູ່ບ້ານແກະສະຫຼັກຮູບປັ້ນ ເຊີນດົ່ງ (ຕາແສງ ເຊີນດົ່ງ, ເມືອງຮວ່າຍ ດຶກ, ຮ່າໂນ້ຍ) ມີຊື່ສຽງໂດ່ງດັງ ດ້ວຍອາຊີບຄວັດ, ແກະສະຫຼັກຮູບປັ້ນ, ເຮັດເຄື່ອງໄຫວ້ບູຊາມູນເຊື້ອ ພ້ອມກັບ ເຕັກນິກການທາສີແດງ, ໂອບຄຳ ຢ່າງປານີດ ເຊິ່ງໄດ້ຮັບການຕີລາຄາສູງ ຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດ.

ພາບຂອງໂຮງງານຜະລິດຮູບປັ້ນຢູ່ບ້ານ ເຊີນດົ່ງ.

ໝູ່​ບ້ານອາຊີບ​ສິລະ​ປະກຳ ​ເຊີນ​ດົ່ງ ​ໄດ້ຖືກ​ສູນ​ຫາຍໄປ ​ໃນຊຸມ​ປີ​ຕໍ່ສູ້​ຕ້ານ ​ອາ​ເມ​ລິ​ກາ ​ແລະ ​ໄລຍະເກື້ອກູນ, ​ແຕ່​ຫຼັງ​ຈາກນັ້ນ ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່ ​ໂດຍ​ນັກ​ສິລະ​ປິນ ຫງວຽນ​ຈີ໋​ເຢົ້າ ​ແລະ ຫງວຽນ​ດຶກ​ເກື່ອງ ເມື່ອ​ປີ 1983. ທ່ານ ຫງວຽນ​ຈີ໋ເຢົ້າ, ນັກ​ສິລະ​ປິນ ຜູ້​ມີ​ຄຸນງາມຄວາມ​ດີ​ໃນສະໄໝຝຣັ່ງ ປົກູອງ ໄດ້​ຕັດສິນ​ໃຈ​ຟື້ນ​ຄືນອາຊີບ​ມູນເຊື້ອ ດ້ວຍ​ການຈັດ​ຊຸດ​ຮຽນ​ກ່ຽວ​ກັບ​ການ​ແກະສະຫຼັກ​ໄມ້ ​ແລະ ຂັດສີ, ​ເພື່ອ​ຖ່າຍທອດ​ອາຊີບ​ມູນເຊື້ອ​ໃຫ້​ແກ່ລູກ​ຫຼານ. ປັດຈຸ​ບັນ, ມີ​ນັກ​ສຶກສາຈຳນວນ 30 ກວ່າ​ຄົນ​ ໃນສະໄໝນັ້ນ ໄດ້​ກາຍ​ເປັນ​ຊ່າງ​ຫັດຖະກຳ​ທີ່​ດີ, ​ເປັນ​ເຈົ້າ​ຂອງ​ບັນດາໂຮງງານຜະລິດທີ່ມີ ຂະໜາດ​ໃຫຍ່​ໃນ​ໝູ່​ບ້ານ ​ແລະ ສືບ​ຕໍ່​ຖ່າຍທອດ​ອາຊີບ​ມູນເຊື້ອ​ໃຫ້ແກ່​ລຸ້ນໜຸ່ມ. ມາ​ຮອດ​ປັດຈຸ​ບັນ, ອາຊີບມູນເຊື້ອ ຂອງ​ໝູ່​ບ້ານ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ້ນສູ່​ລຸ້ນ.


ຂັ້ນຕອນການທາສີ ແລະ ຂັດຮູບປັ້ນ.

 ເພື່ອເລີ່ມຕົ້ນການສ້າງຮູບປັ້ນໜຶ່ງຂຶ້ນມາ, ການເລືອກໄມ້ ແມ່ນສໍາຄັນທີ່ສຸດ. ວັດຖຸດິບ ໃນການເຮັດຮູບປັ້ນ ພະພຸດທະຮູບ ຕ້ອງເປັນ ຕົ້ນໄມ້ ມີ້, ເພາະມັນມີຄວາມຍືດຫຍຸ່ນ, ອ່ອນ ແລະ ເປັນເສັ້ນໃຍ, ດັ່ງນັ້ນ ຈຶ່ງຫຼີກລ່ຽງຄວາມຜິດພາດໃນ ເວລາ ຄວັດ ເຈາະ. ໄມ້ ມີ້ ຍັງມີຄວາມທົນທານສູງ, ແຕກໜ້ອຍ, ງ່າຍທີ່ຈະ ປອກເປືອກໄດ້. ແຫຼ່ງ​ ໄມ້ ມີ້ ​ທີ່​ມາ​ຈາກ​ແຂວງ​ຕ່າງໆ​ຄື: ຝູ໋ເຖາະ, ຖ໋າຍງວຽນ, ແທງ​ຮວາ, ເງະ​ອານ ແມ່ນ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ຈາກ​ຊາວ ເຊີນ​ດົ່ງ. ໄມ້ ມີ້ ຖືກນໍາໃຊ້ເປັນແກນຫຼັກ ເພື່ອປຸງແຕ່ງ. ເຕັກນິກການທາສີແດງ, ໂອບຄຳຮູບປັ້ນ ກໍ່ຕ້ອງສຸມກຳລັງ ແລະ ສະຕິປັນຍາດ້ວຍ ຫຼາຍຂັ້ນຕອນເຊັ່ນ: ທາສີແລ້ວນຳໄປຂັດ ຫຼາຍຄັ້ງ ກ່ອນທາສີເງິນ ແລະ ຄຳໃສ່ຮູບປັ້ນ ຕາມຄວາມຕ້ອງການຂອງລູກຄ້າ.


ການ​ເຮັດ​ຮູບ​ປັ້ນ ​ເປັນ​ເລື່ອງ​ຍາກ​ທີ່​ສຸດ, ນາຍຊ່າງ ​ຕ້ອງ​ຝັງ​ຈິດ​ວິນ​ຍານ​ເຂົ້າໃນຮູບ​ປັ້ນ, ເບິ່ງ​ຄື​ມີ​ຊີວິດຊີວາ, ມີ​ຮູບ​ຮ່າງ ນອກ​ນັ້ນ, ບັນ ດາຜະ​ລິດ​ຕະ​ພັນ​ເຄື່ອງ​ໄຫວ້​ບູຊາ ​ທີ່​ທາ​ສີ​ແດງ, ໂອບຄຳ ຜ່ານ​ຝີ​ມື​ທີ່ຊໍານິ ຊໍານານ ຂອງ ນາຍຊ່າງຫັດຖະກຳ ​ບ້ານ ເຊີນ​ດົ່ງ ກໍ່ມີຄວາມປານີດ ສວຍງາມ.

ປັດຈຸ​ບັນ, ທົ່ວ​ຕາ​ແສງ ​ມີນາຍຊ່າງ ທຳອາຊີບຜະລິດເຄື່ອງ​ຫັດຖະ ກຳ​ສິລະປະ ປະຈໍາ 4.000 ກວ່າ​ຄົນ, ​ໃນ​ນັ້ນ​ກວ່າ​ເຄິ່ງໜຶ່ງ​ແມ່ນນາຍຊ່າງ​ທີ່ມີຝີມື​ດີ, ​ເປັນ​ຄົນ​ງານ​ດີ​ຫຼາຍ​ຄົນ​ໄດ້​ຮັບ​ການເຊີດຊູ​ ແລະ​ ຮັບນາມມະຍົດ​ເປັນ​ຊ່າງ​ຫັດຖະກຳ. ພາຍໃຕ້ຝີມືທີ່ຄ່ອງແຄ່ວຂອງ ຊ່າງຫັດຖະກຳ ຂອງບ້ານ ເຊີນດົ່ງ, ຫຼາຍຜະລິດຕະພັນ ສິລະປະ ທີ່ມີຄວາມປານີດສູງ, ເຂັ້ມຂຸ້ນໄປດ້ວຍເອກະລັກຊາດ ໄດ້ຜະລິດອອກມາ. ໝາກຜົນທີ່ບັນດານາຍຊ່າງບ້ານ ເຊີນດົ່ງ ຍາດມາໄດ້ ພາຍຫຼັງທີ່ເຮັດວຽກມາເປັນເວລາຫຼາຍວັນ ແມ່ນ ຊື່ສຽງທີ່ຫອມຫວນ, ບໍ່ພຽງແຕ່ດັງກ້ອງກັງວານໄປທົ່ວທຸກ ພາກເທ່ົານັ້ນ, ຫາກຍັງດັງກ້ອງກັງ ວານໄປຫຼາຍປະເທດ ໃນໂລກ ອີກດ້ວຍ.

ພິ​ເສດ ​ຢູ່​ເຊີນ​ດົ່ງ​ ເມື່ອລູກ​ຄ້າ​ສັ່ງ​ເຄື່ອງ​ໄຫວ້​ບູຊາ​ ​ໃດ​ໜຶ່ງ, ນາຍຊ່າງ​ຢູ່​ທີ່​ນີ້​ ສາ​ມາດ​ເຮັດ​ໄດ້​ທັນ​ທີ​ໂດຍ​ບໍ່​ຕ້ອງ​ມີ​ຕົວ​ຢ່າງ. ນອກຈາກ​ນັ້ນ, ນາຍຊ່າງ ​ເຊີນ​ດົ່ງ ຍັງ​ແກະສະຫຼັກ​ຮູບ​​ຄົນ ​ຕາມ​ພາບຊີວິດ ຫຼື ​ຮູບ​ເຕັມ​ຮ່າງກາຍຂອງລູກຄ້າ, ຈາກ​ນັ້ນ ​ຈຶ່ງ​ແກະສະຫຼັກ​ຮູບ​ ​ໃສ່ໄມ້​ໃຫ້​ຄ້າຍຄື​ກັບ​ຮູບ​ຖ່າຍ. ເພື່ອເຮັດສິ່ງເຫຼົ່ານີ້ ໄດ້, ນາຍຊ່າງ ຕ້ອງມີປະ ສົບການ, ເຂົ້າໃຈບຸກຄະລິກກະພາບ, ຕໍາແໜ່ງ, ຕໍາແໜ່ງ ຂອງຮູບປັ້ນແຕ່ລະອັນໃນໃຈ ແລ້ວຝັງຈິດວິນຍານ ເຂົ້າໃນ ຜະລິດຕະພັນ.

ອາຊີບ​ອັນ​ລ້ຳ​ຄ່າ​ ໃນ​ມື​ຂອງ​ນາຍຊ່າງ ​ເຊີນ​ດົ່ງ ຍັງ​ໄດ້​ແຜ່​ລາມ​ໄປ​ທົ່ວ​ພາກ​ພື້ນ, ປະກອບສ່ວນ​ຟື້ນ​ຟູ ​ແລະ ອະນຸລັກ​ຮັກສາ​ບັນດາກິດຈະ ກຳ​ດ້ານ​ວັດທະນະທຳ ແລະ ຈິດວິນຍານ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ຄະນະ​ຊາວ​ໜຸ່ມ​ຂອງ​ໝູ່​ບ້ານ​ຫັດຖະກຳ ເຊີນ​ດົ່ງ ​ໄດ້​ເຂົ້າມາ​ນະ​ຄອນ​ໃຫຍ່​ເພື່ອ​ເປີດ​ໂຮງງານຜະລິດ, ​ຮ້ານ​ຄ້າ​ແນະນຳ​ຜະລິດຕະພັນແກະ ສະຫຼັກ, ເຄື່ອງຫັດຖະກຳ ສິລະປະກຳ ​ອັນ​ດີງາມ​ຂອງ​ໝູ່​ບ້ານ. ດ້ວຍ​ເຫດ​ນັ້ນ, ​ໄດ້​ຊ່ວຍ​ໃຫ້ເຄື່ອງໝາຍການຄ້າ​ເຄື່ອງ​ບູຊາ​, ຮູບ​ແກະສະ ຫຼັກ ​ໄມ້, ​ເຄື່ອງ ຫັດຖະກຳ​ສິລະ​ປະ ອັນ​ດີງາມ​ຂອງ ເຊີນ​ດົ່ງ ​ໄດ້​ຮັບ​​ຮູ້​ ​ຈາກ​ປະຊາຊົນ ​ນັບ​ມື້​ຫຼາຍ​ຂຶ້ນ.

 

ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​ຢູ່​ບ້ານ ​ເຊີນ​ດົ່ງ.

ປີ 2007, ປຶ້ມສະຖິຕິຫວຽດນາມ ໄດ້ບັນທຶກ ເຊີນດົ່ງ ເປັນ ໝູ່ບ້ານແກະສະຫຼັກ ຮູບປັ້ນ ພະພຸດທະຮູບ ໃຫຍ່ທີ່ສຸດຢູ່ຫວຽດ ນາມ. ປັດຈຸ​ບັນ, ບັນດາ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ຫັດຖະກຳ ​ເຊີນ​ດົ່ງ ບໍ່ພຽງແຕ່​ໄດ້​ຮັບ​ໃຊ້​ຊີວິດ​ດ້ານ​ວັດທະນະທຳ ທາງໃຈ, ຄວາມເຊື່ອຖືດ້ານສາສະໜາ ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ, ແຕ່​ຍັງ​ສົ່ງ​ອອກ​ໄປ​ຍັງ​ຕ່າງປະ​ເທດ​ຄື: ຍີ່ປຸ່ນ, ສ ​ເກົາຫຼີ, ​ຣັດເຊຍ... ອີກດ້ວຍ.

 

ບົດ: VNP/ຖາວວີ - ພາບ: ແທງຢາງ - ແປໂດຍ: ຢືຟຽນ


top