ອາຊີບ ຫວຽດ

ໝູ່ບ້ານເຄື່ອງປັ້ນດິນເຜົາ ຈໍາ ບິ່ງດຶກ

ໝູ່​ບ້ານ​ຜະລິດເຄື່ອງ​ປັ້ນ​ດິນ​ເຜົາ ບິ່ງ​ດຶກ, ມີ​ຊື່​ເອີ້ນ​ອີກ​ວ່າ ໝູ່​ບ້ານຜະລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ງໍ້ຂອງ​ຊາວ​ເຜົ່າ​ຈຳ ໄດ້ມີ​​ແຕ່​ດົນ​ນານ, ຕັ້ງ​ຢູ່​ບ້ານ ບິ່ງ​ດຶກ, ຕາ​ແສງ ຟານ​ຮຽບ

ໝູ່​ບ້ານ​ຜະລິດເຄື່ອງ​ປັ້ນ​ດິນ​ເຜົາ ບິ່ງ​ດຶກ, ມີ​ຊື່​ເອີ້ນ​ອີກ​ວ່າ ໝູ່​ບ້ານຜະລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ງໍ້ຂອງ​ຊາວ​ເຜົ່າ​ຈຳ ໄດ້ມີ​​ແຕ່​ດົນ​ນານ, ຕັ້ງ​ຢູ່​ບ້ານ ບິ່ງ​ດຶກ, ຕາ​ແສງ ຟານ​ຮຽບ, ເມືອງ ບັກ​ບິ່ງ, (ບິ່ງ​ຖ້ວນ). ສະຖານທີ່ແຫ່ງນີ້ ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ລອງເຮັດຕາມຂັ້ນຕອນເພື່ອສ້າງເປັນຜະລິດຕະພັນເຄື່ອງປັ້ນດິນເຜົາຕາມວິທີພື້ນເມືອງ.

ປັດຈຸ​ບັນ, ຢູ່​ແຂວງ ບິ່ງ​ຖ້ວນມີ 26 ໝູ່​ບ້ານ​ຂອງ​ຊາວ​ເຜົ່າ​ຈຳ, ​ແຕ່​ຊາວ​ເຜົ່າ​ຈຳ​ຢູ່​ບ້ານ​ບິ່ງ​ດຶກ, ຕາ​ແສງ ຟານ​ຮຽບ, ​ເມືອງ ບັກ​ບິ່ງ ຍັງ​ຄົງຮັກສາ​ເຕັກນິກແລະ ຂັ້ນຕອນການຜະລິດເຄື່ອງປັ້ນດິນເຜົາຕາມແບບຫັດຖະກຳ​ຂອງ​ບັນພະບຸລຸດ. ​ບັນດານາຍຊ່າງ​ ໃຫ້ຮູ້ວ່າ ເຄື່ອງ​ປັ້ນ​ດິນ​ເຜົາ​ຢູ່​ໝູ່​ບ້ານ ບິ່ງ​ດຶກ ໄດ້​ມີ​ມາ​ແຕ່​ດົນ​ນານ ແລະ ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຈາກ​ຄອບ​ຄົວ​ຊາວ​ເຜົ່າ​ຈຳ​ຢູ່​ທີ່​ນີ້​ ມາຫຼາຍ​ລຸ້ນ​ຄົນ.

ເພື່ອ​ຜະລິດ​ເປັນ​ສິນຄ້າ, ຊາວ​ເຜົ່າ ​ຈຳ ຢູ່ ບິ່ງດຶກ ​ຕ້ອງ​ໄປ​ຊອກຫາ ບໍ່ດິນຢູ່​ແມ່​ນ້ຳ​ຟານ, ​ແລ້ວ​ຈ້າງ​ລົດ​ເພື່ອ​ນຳດິນ​ກັບ​ເມືອ​ບ້ານ​ເພື່ອ​ນຳ​ໃຊ້. ການ​ແຕ່ງຮູບຊົງໃຫ້ແກ່ ຜະລິດຕະພັນ ໄດ້​ຮັບ​ການ​ຮັກ​ສາ​ໄວ້​ໂດຍ​ຊາວ​ເຜົ່າ​ຈຳ​ແຕ່​ສະ​ໄໝ​ບູ​ຮານ​ຈົນ​ເຖິງ​ທຸກ​ວັນ​ນີ້. ເຄື່ອງມືສໍາລັບການແຕ່ງຮູບຊົງແມ່ນໂຕະມົນ ຂະໜາດນ້ອຍໜ່ວຍໜຶ່ງ ແລະນາຍຊ່າງຍ່າງອ້ອມ ເພື່ອແຕ່ງຮູບຊົງໃຫ້ແກ່ຜະລິດຕະພັນຕາມທີ່ເຂົາຕ້ອງການ.

 

 

ວິ​ທີ​ເຜົາ​ເຄື່ອງ​ປັ້ນ​ດິນ​ເຜົາ​ຢູ່ ບິ່ງ​ດຶກ ຍັງມີຈຸດ​ພິ​ເສດ​ກວ່າເມື່ອທຽບກັບ​ຢູ່​ບ່ອນ​ອື່ນ. ເຄື່ອງປັ້ນດິນເຜົາຖືກວາງຢູ່ເທິງພື້ນດິນ, ຫຼັງຈາກນັ້ນປົກດ້ວຍເຟືອງ, ໃບໝາກພ້າວແຫ້ງແລ້ວຈູດໄຟເຜົາ, ເມື່ອໄຟດັບໝົດ ກໍ່ພໍດີຜະລິດຕະພັນສຸກ.

ເພື່ອຕົກແຕ່ງຜະລິດຕະພັນ, ເມື່ອເອົາອອກຈາກເຕົາເຜົາຍັງຮ້ອນໆ, ຄົນງານກໍ່ໃຊ້ນ້ຳທີ່ເຮັດຈາກໝາກຈັນ ມາຊິດ ໃສ່ຜະລິດຕະພັນ, ເມື່ອມັນເຢັນລົງ, ກໍ່ຈະເກີດເປັນຈຸດດາວສີນ້ຳຕານດຳເປັນຮູບກົມ, ເບິ່ງສວຍງາມ ແລະ ແປກຕາ.

ຜະລິດ​ຕະພັນ​ເຄື່ອງປັ້ນດິນ​ເຜົາ​ຂອງ​ໝູ່​ບ້ານ ງໍ້ສ່ວນຫຼາຍ​ແມ່ນ​ນຳ​ໃຊ້​​ພາຍໃນ​ຄອບຄົວ, ​ເຊັ່ນ: ໝໍ້​ຫຸງເຂົ້າ, ໝໍ້​ແກງ, ໂຖ​ດອກ​ໄມ້, ​ໂຖ​ມົງຄຸນ ​ແລະ ອື່ນໆ... ດ້ວຍ​ບັນດາ​ລວດລາຍ​ທີ່​ອ່ອນ​ນຸ້ມ, ຄ່ອງ​ແຄ້ວ ​ແລະ ມີຫຼາຍຮູບຫຼາຍ​ແບບ; ໄດ້​ຮັບ​ຄວາມ​ນິ​ຍົມ​ຢູ່​ຕະ​ຫຼາດ​ນະ​ຄອນ ໂຮ່​ຈີ​ມິນ, ຟານ​ທຽດ, ບິ່ງ​ເຢືອງ...

 

 

ນາງຊ່າງ ຫງວຽນທິມິງ, ອາຍຸ 53 ປີ ຢູ່ໝູ່ບ້ານເລກ1, ບ້ານ ບິ່ງດຶກ, ຕາແສງ ຟານຮຽບ ໃຫ້ຮູ້ວ່າ: ລາຍຮັບຈາກການເຮັດເຄື່ອງປັ້ນດິນເຜົາແມ່ນສູງ ແລະ ສະບາຍກວ່າ ເມື່ອທຽບກັບການການເຮັດນາ. ​ແຕ່ລະ​ເດືອນ, ​ໂຮງງານ​ເຄື່ອງ​ປັ້ນດິນ​ເຜົາ​ຂອງ​ທ່ານ​ນາງ ​ໄດ້​​ກຳ​ໄລ ປະມານ 10 - 15 ລ້ານ​ດົ່ງ.

ປັດຈຸ​ບັນ, ໝູ່ບ້ານອາຊີບຜະລິດ​ເຄື່ອງ​ປັ້ນດິນ​ເຜົາ ບັກ​ບິ່ງ ມີ​ປະມານ 40 ຄອບຄົວ ​ແລະ ຍັງຈະ​ເພີ່ມ​ຂຶ້ນ​ອີກ​ຕາມ​ນະ​ໂຍບາຍ​ຂະຫຍາຍ​ໝູ່ບ້ານ​ອາຊີບຜະລິດເຄື່ອງ​ປັ້ນດິນ​ເຜົາ​ແຂວງ ບິ່ງ​ຖ້ວນ. ​ເຖິງ​ວ່າ​​ປັດຈຸ​ບັນ​ໄວໜຸ່ມ ຈະ​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ມີ​ລາຍ​ຮັບ​ສູງ​ຢູ່​ບັນດາ​ບໍລິສັດ, ​ໂຮງງານ​ກໍ່ຕາມ, ​ແຕ່​ໃນ​ແຕ່​ລະ​ຄອບຄົວ, ອາຊີບ​ແມ່ນ​ໄດ້​ຖ່າຍທອດ​ໃຫ້​ສະມາຊິກ​ຄົນ​ໜຶ່ງ​ເພື່ອ​ຖ່າຍທອດ​ວັດທະນະທຳໃຫ້​ຄົນ​ລຸ້ນຫຼັງໄດ້ສືບທອດຕໍ່ໄປ.

 

ຫຼັງຈາກເຜົາແລ້ວ, ຜະລິດຕະພັນຈະໄດ້ ສຸດນ້ໍາທີ່ເຮັດຈາກໝາກໄມ້ ເພື່ອຊ່ວຍໃຫ້ຜະລິດຕະພັນ ມີສີສັນທີ່ສວຍງາມ. ພາບ: ຮວ່າງຮ່າ/VNP

ບົດ ແລະ ພາບ: ຮວ່າງຮ່່າ - ແປໂດຍ: ຢືຟຽນ


top