ໝູ່ບ້ານລ້ຽງຊ້າງ ແລະ ແຂ່ງຊ້າງ

ພ້ອມກັບ ບ້ານໂດນ, ບວນຢຸນ ເປັນສະຖານທີ່ທ່ອງທ່ຽວ ທີ່ມີຊື່ ສຽງ, ຂຶ້ນກັບເທສະບານ ລຽນເຊີນ, ເມືອງ ລັກ, ແຂວງ ດັກລັກ, ຫ່າງຈາກນະຄອນ ບວນມາຖວດ ໄປທາງທິດໃຕ້ ກວ່າ 50 ກິໂລ ແມັດ. ຄືກັບໝູ່ບ້ານແຫ່ງຕ່າງໆ ຢູ່ ໄຕງວຽນ, ບວນຢຸນ  ມີອາຊີບ ລ່າເນື້ອ, ຈັບຊ້າງປ່າມາຝຶກ ແຕ່ດຶກດຳບັນ ແລະ ໄດ້ຈັດງານ ແຂ່ງຊ້າງ ຂຶ້ນ ເປັນປະຈຳທຸກປີ ແລະ ດຶງດູດພໍ່ແມ່ປະຊາຊົນ ບັນດາເຜົ່າໃນຂົງເຂດ ແລະ ນັກທ່ອງທ່ຽວມາເຂົ້າຮ່ວມນັບ ເປັນ ຈຳນວນຫຼວງ ຫຼາຍ. 
ນອນຢູ່ແຄມໜອງ ລັກ ທີ່ສວຍງາມ, ບວນຢຸນ ຂອງຊາວເຜົ່າ ເມີນົງ ເປັນສະຖານທີ່ທ່ອງທ່ຽວ ທີ່ປະທັບໃຈ ສຳລັບນັກທ່ອງ ທ່ຽວ ທີ່ຢາກຊອກຮູ້ກ່ຽວຊີວິດ ຂອງ ບັນດາສັດ ທີ່ນຳມາຝຶກ ກັບ   ເຊັ່ນ ຊ້າງ.

ຄືກັບຫຼາຍໝູ່ບ້ານ ຢູ່ ໄຕງວຽນ, ແຕ່ໃດໆ ມາ, ບວນຢຸນ ມີອາ ຊີບລ່າຈັບຊ້າງ ປ່າມາຝຶກ. ຊ້າງ ຍາມໃດກໍໄດ້ໃຫ້ການເຄົາລົບ, ຖືເປັນສະມາຊິກຄົນໜຶ່ງໃນຄອບຄົວ. ຊາວເຜົ່າ ເມີນົງ ຢູ່ທີ່ນີ້ ຍັງ ຮັກສາບັນດາຮີດຄອງປະເພນີຄື: ຈັດພິທີຕັ້ງຊື່, ຂໍສຸຂະພາບ, ຈັດ ງານດອງໃຫ້ຊ້າງ... ຊ້າງໄດ້ຕັ້ງຊື່ ຄືຊື່ຂອງ ຄົນໃນຄອບຄົວ, ຊ້າງ ໂຕແມ່ຈະມີນາມແມ່ນ ເຮີ ແລະ ຊ້າງໂຕຜູ້ ຈະມີນາມແມ່ນ ອີ.
 
ປະຈຸບັນ, ບວນຢຸນ ມີຊ້າງທັງໝົດກວ່າ 20 ໂຕ, ໃນນັ້ນ ຊ້າງ ພາຍ (ຊ້າງຜູ້) 5 ໂຕສ່ວນຫຼາຍຈະໄດ້ນຳໃຊ້ເພື່ອຮັບໃຊ້ ໃຫ້ແກ່ ການທ່ອງ ທ່ຽວ.
 
ບຸນແຂ່ງຊ້າງ ຢູ່ເມືອງ ລັກ ຈະໄດ້ຈັດ 2 ປີເທື່ອໜຶ່ງຢູ່ ບວນຢຸນ ໃນໄລຍະເດືອນ ມີນາ ເພື່ອເຊີດຊູນ້ຳໃຈ ມັກມວຍລາຍ ແລະຄວາມເກ່ັງກ້າສາມາດໃນການລ້ຽງ ແລະ ຝຶກຊ້າງ ຂອງພໍ່ແມ່ ປະຊາຊົນບັນດາເຜົ່າ ໄຕງວຽນ. ຊ້າງຈະໄດ້ແບ່ງເປັນຫຼາຍກຸ່ມ, ກຸ່ມໜຶ່ງມີ 3-5 ໂຕ, ພ້ອມກັນແຂ່ງຂັນຢູ່ເທິງບົກ ແລະ ຢູ່ໃຕ້ນ້ຳ, ໃນບໍລິເວນຂອງໜອງ ລັກ.
 
ປະຈຸບັນ, ແຂວງ ດັກລັກ ມີຊ້າງທັງໝົດ 32 ໂຕ, ໃນນັ້ນ ເມືອງ ລັກ ມີ 16 ໂຕ. ບຸນແຂ່ງຊ້າງໄດ້ຈັດຂຶ້ນເພື່ອຍົກສູງສະຕິຂອງປະຊາຊົນ ໃນການປົກປັກຮັກສາ, ອະນຸລັກ ແລະ ພັດທະນາ ຊ້າງ ຢູ່ ໄຕງວຽນ. 

ກ່ອນມື້ແຂ່ງຂັນ, ທ້າວ ດ່າງນັງລອງ (ເບື້ອງຊ້າງ) ຊາວເຜົ່າ ເອເດ ເປັນຜູ້ລ້ຽງຊ້າງ10 ໂຕໃນຈຳນວນ
24 ໂຕຢູ່ເມືອງ ລັກ ພ້ອມກັບໝໍເຢົາ ທຳພິທີໄຫວ້ບູຊາ ຂໍໃຫ້ຊ້າງມີສຸຂະພາບ ແຂງ ແຮງ.



ຄວາມດີໃຈຂອງຊ້າງພາຍຫຼັງພິທີໄຫວ້ບູຊາ.


ຄວານຊ້າງກຳລັງດູແລຊ້າງຂອງຕົນ ເພື່ອກະກຽມ ໃຫ້ແກ່ ການ ແຂ່ງຂັນ.


ເຂົ້າຮ່ວມບຸນແຂ່ງຊ້າງປີນີ້ ມີຊ້າງ 13 ໂຕທີ່ເມືອງ ລັກ, ຊ້າງ ໂຕໜຶ່ງໄດ້ບັນຊາດ້ວຍຄວານຊ້າງ 2 ຄົນ,
ແບ່ງເປັນ 4 ຮອບ, ແຂ່ງຂັນເທິງບົກ ແລະ ຢູ່ໃຕ້ນຳ້.



ພໍເຖິງ 8 ໂມງເຊົ້າ, ບັນດາຄວານຊ້າງ ຈະນຳ ຊ້າງ ຂອງ ຕົນ ອອກໄປຫາສະໜາມແຂ່ງຂັນຢູ່ໜອງ ລັກ.


ປີນີ້ ມີຊ້າງ 13 ໂຕຈະເຂົ້າຮ່ວມການແຂ່ງຂັນ.


ບັນດາຄວານຊ້າງ ສຳເລັດການກະກຽມໃຫ້ຊ້າງຂອງຕົນ ກ່ອນ ກ້າວເຂົ້າສູ່ການແຂ່ງຂັນ.


ກ່ອນການແຂ່ງຂັນ, ຄະນະຈັດຕັ້ງມອບທຸງທີ່ລະລຶກ ໃຫ້ບັນດາ ຄວານຊ້າງ.


ສະໜາມແຂ່ງຊ້າງ ນອນຢູ່ແຄມໜອງ ລັກ, ມີລວງຍາວປະມານ 100 ແມັດ,
ຊ້າງ 3 ໂຕ ຈະແຂ່ງຂັນໃນຮອບໜຶ່ງເພື່ອເລືອກເອົາ
ໂຕທີ່ແຂງແຮງ ແລະ ໄວກວ່າໝູ່.



ບຸນແຂ່ງຊ້າງ ຖືກຈັດຂຶ້ນເພື່ອເຊີດຊູຄວາມສະຫຼາດ, ຄວາມແຂງ ແຮງ ແລະ ສ່ອງແສງເຖິງຈຸດພິເສດ
ດ້ານວັດທະນະທຳ ຂອງ ຊາວເຜົ່າ ໄຕງວຽນ. 



ການແຂ່ງຂັນຢູ່ໃຕ້ນ້ຳມີຊ້າງ 13 ໂຕ ແລະ ຄວານຊ້າງ 26 ຄົນ ແລະ ແບ່ງເປັນ 4 ຮອບການແຂ່ງຂັນ. 


ບັນດາ ຊ້າງ ແຂ່ງຂັນກັນຢູ່ໃຕ້ນຳ້.


ຊ້າງແຕ່ລະໂຕ ຈະແມ່ນຄວານຊ້າງ 2 ຄົນ
ໃນຊຸດເຄື່ອງນຸ່ງ ນາຍທະຫານ ໃນສະໄໝບູຮານ ໃນທ່າກຽມພ້ອມຕໍ່ສູ້.



ຄວາມດີໃຈຕໍ່ໄຊຊະນະ ຂອງ ບັນດາຄວານຊ້າງ ເມື່ອເຂົ້າສູ່ ຫຼັກໄຊ. ງານບຸນແຂ່ງຂັນຊ້າງ
ສະແດງເຖິງນ້ຳໃຈ ຂອງ ພີ່ນ້ອງ ຊາວໄຕງວຽນ.

ປະຕິບັດ: ກົງດາດ-ແຄງລອງ


top