ຂ່າວສານ

ໝູ່ກັງຈາຍ, ອ່າວຮະລອງຖືກຈັດເຂົ້າບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ສວຍງາມທີ່ສຸດໃນໂລກປີ 2023

ໝູ່ກັງຈາຍ ຍາມເຂົ້າສຸກເຫຼືອງ ແລະ ອ່າວຮະລອງຂອງ ຫວຽດນາມ ໄດ້ຮັບການຄັດເລືອກແມ່ນສະຖານທີ່ທ່ອງທ່ຽວທີ່ສວຍງາມກ່ວາໝູ່ໃນໂລກ ປີ 2023.

ຕາມສູນຂໍ້ມູນຂ່າວສານທ່ອງທ່ຽວ (ກົມໃຫຍ່ທ່ອງທ່ຽວ ຫວຽດນາມ) ໝູ່ກັງຈາຍໃນແຂວງອຽນບ໊າຍ ແລະ ອ່າວຮະລອງຢູ່ແຂວງກວາງນິງ ຫາກໍ່ຖືກວາລະສານທ່ອງທ່ຽວ ສາກົນ Condé Nast Traveler ຄັດເລືອກແມ່ນສອງ ໃນຈຳນວນບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມກ່ວາໝູ່ໃນໂລກ.

ໝູ່ກັງຈາຍ ແມ່ນສະຖານທີ່ທ່ອງທ່ຽວທີ່ງົດງາມດ້ວຍບັນດາເນື້ອທີ່ນາຂັ້ນໄດທີ່ສຸກເຫຼືອງອາຮາມ.

ຖັດຈາກໝູ່ກັງຈາຍ, ອ່າວຮະລອງກໍ່ໄດ້ຖືກແນະນຳຜ່ານຮູບຖ່າຍຫຼາຍແຜ່ນ

  ອ່າວຮະລອງໄດ້ຮັບການຄັດເລືອກຈາກອົງການ UNESCO ວ່າ ແມ່ນໜຶ່ງໃນບັນດາສະຖານທີ່ງົດງາມທີ່ສຸດໃນໂລກ.  

top